ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນແຕ່ງຕັ້ງ ເຈົ້າໜ້າທີ່ທະຫານຂັ້ນສູງ ໄປປະຈໍາຢູ່ ເມືອງຕັ້ງໃໝ່ ທີ່ທະເລຈີນໃຕ້


ແປນທີ່ເກາະຕ່າງໆ ທີ່ມີການຂັດແຍ້ງກັນຢູ່ເຂດທະເລຈີນໃຕ້
ແປນທີ່ເກາະຕ່າງໆ ທີ່ມີການຂັດແຍ້ງກັນຢູ່ເຂດທະເລຈີນໃຕ້

ຈີນ ໄດ້ປະກາດໃນວັນພະຫັດວານນີ້ວ່າ ຕົນໄດ້ແຕ່ງຕັ້ງເຈົ້າໜ້າທີ່ທະຫານຂັ້ນສູງ ໃຫ້ ໄປກໍາກອງທະຫານຮັກສາການຢູ່ໃນເມືອງຫາກໍ່ຕັ້ງຂຶ້ນໃໝ່ ບໍ່ພໍເທົ່າໃດມື້ມານີ້ຢູ່​ໃນ
​ເຂດ​ທີ່ມີການຂັດແຍ້ງກັນ ຢູ່ທະເລຈີນໃຕ້ນັ້ນ.

ໃນວັນສຸກມື້ນີ້ ສື່ມວນຊົນຂອງທາງການຈີນໄດ້ອ້າງເຖິງຄໍາເວົ້າ ຂອງໂຄສົກປະຈໍາກະ
ຊວງປ້ອງກັນປະເທດ ທ່ານ Yang Yujun ທີ່ເວົ້າວ່າ ກອງທະຫານຮັກສາການ ຈະ ຮັບຜິດຊອບໃນການປ້ອງກັນເມືອງ Sansha ທີ່ຫາກໍ່ສ້າງຕັ້ງຂຶ້ນໃໝ່ ໃນວັນຈັນທີ່
ຜ່ານມານີ້ ຊຶ່ງກວາມເອົາຫລາຍເກາະທີ່ມີການຂັດແຍ້ງກັນຢູ່ທະເລຈີນ ໃຕ້ນັ້ນທັງໝົດ.

ການເຄື່ອນໄຫວດັ່ງກ່າວຂອງລັດຖະບານກຸງປັກກິ່ງ ໄດ້ສົ່ງຜົນໃຫ້ມີການໂຕ້ຕອບ
ຢ່າງວ່ອງໄວຈາກປະທານາທິບໍດີຟີລິບປິນ ທ່ານ Benigno Aquino ທີ່ກ່າວຢູ່ໃນ
ຖະແຫລງການຕໍ່ປະເທດຊາດຂອງທ່ານໃນວັນຈັນຜ່ານມານີ້ວ່າ ປະເທດຂອງທ່ານ
ຈະບໍ່ທໍ້ຖອຍໃນການໂຕ້ແຍ້ງເອົາເຂດນໍ້າແດນດິນນັ້ນ.

ນອກນັ້ນ ຫວຽດນາມ, ມາເລເຊຍ, ບຣູໄນ, ແລະໄຕ້ຫວັນ ຕ່າງກໍໄດ້ອ້າງເອົາກໍາມະ
ສິດ​ໃນໝູ່ເກາະ ທີ່ຢູ່ໃນການຂັດແຍ້ງກັນເຫລົ່ານີ້ ຄືກັນ.

XS
SM
MD
LG