ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຊາວຈີນມຸສລິມ ຫວັງຈະໃຊ້ ມູນເຊື້ອອິສລາມຂອງຕົນ ໃຫ້ເປັນປະໂຫຍດ (ສະໄລດ໌ກັບວີດີໂອລາວ/ອັງກິດ)


​​Ningxia ​ເປັນ​ຂົງ​ເຂດລະດັບ​ແຂວງ ​ທີ່​ຍາກຈົນ​ທີ່​ສຸດຂົງ​ເຂດ​ນຶ່ງ​ຂອງ​ຈີນ ​ແຕ່​ລັດຖະບານ​ທ້ອງ​ຖິ່ນ​ກໍາລັງ​ຫວັງ ​ທີ່​ຈະ​ສວາຍ​ໂອກາດ​ຈາກ​ສາສະໜາອິສລາມ ອັນ​ເປັນ​ສາສະໜາ​ຂອງ​ຊົນ​ກຸ່ມ​ໃຫຍ່​ຂອງ​ຂົງ​ເຂດນັ້ນ ​ເພື່ອ​ສະໜອງ​ການ​ກະຕຸກ​ຊຸກຍູ້​ດ້ານ​ເສດຖະກິດ​ ທີ່​ຕ້ອງການ​ຫຼາຍ​ທີ່​ສຸດ​ນັ້ນ. Stephanie Ho ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານ​ມາຈາກ​ Yinchuan ​ເມືອງຫຼວງ​ຂອງ ເຂດ​ປົກຄອງ​ຕົນ​ເອງ​ ນິ່ງ​ເຊຍ ຮຸຍ ມຸສລິ​ມ (Ningxia Hui Muslim) ດັ່ງທອງ​ປານ ຈະ​ນໍາ​ ລາຍ​ລະອຽດມາສະ​ເໜີ​ທ່ານ​.

Ningxia ​ເປັນ​ເຂດ​ນ້ອຍໆທີ່​ມີ​ຄວາມໃຝ່ຝັນ​ສູງ. ​ພື້ນ​ທີ່ແຫ່ງ​ນຶ່ງຢູ່​ນອກ​ເມືອງ​ຫຼວງ Yin-
chuan ກໍາລັງຖືກພັດທະນາ ​ໃຫ້​ເປັນ​ເຂດສູນ​ກາງເສດຖະກິດແຫ່ງ​ໃໝ່ ທີ່​ພວກ​ຄົນ​ທ້ອງ
​ຖິ່ນ​ກ່າວ​ວ່າ ມີເປົ້າໝາຍ​ເພື່ອ​ດຶງ​ດູ​ດ​ເອົາ​ຊາວ​ອາຫຣັບມຸສລິ​ມ ໃຫ້ມາ​ຢູ່​ອາໄສ​ແລະ​ທໍາງານ
​ຢູ່​ທີ່ນັ້ນ.

ບໍລິສັດ​ວິ​ສະ​ວະ​ກອນ​ກໍ່ສ້າງ​ຂອງ​ລັດຖະບານ​ຈີນ ກໍາລັງກໍ​່ສ້າງສະຖານທີ່​ສໍາຄັນແຫ່ງນຶ່ງ
ຂອງ​ເຂດ​ດັ່ງກ່າວ ກໍ​ຄືຫໍ​ປະຊຸມ​ຂອງສະພາ​ເສດຖະກິດ ຈີນ-ອາຫຣັບ. ເມື່ອ​ໄວໆ​ມາ​ນີ້
ບໍລິສັດ​ດຽວ​ກັນ​ນີ້​ ໄດ້​ຊະນະ​ການປະມູນ​ເປັນຜູ້​ຮັບ​ເໝົາ​ກໍ່​ສ້າງສຸ​ເຫລົາ ທີ່​ຈະ​ເປັນ​ວັດ
​ອິສລາມ​ທີ່​ໃຫຍ່​ທີ່​ສຸດແຫ່ງ​ນຶ່ງຂອງ​ໂລກ ຢູ່​ໃນ​ປະ​ເທດ Algeria.

ຊາວ​ເມືອງ Yinchuan ຄົນ​ນີ້ ບໍ່​ເຄີຍ​ໄດ້​ພົບ​ພໍ້​ຊາວ​ອາຫຣັບຫຼາຍ​ຄົນປານ​ໃດ ​ ແຕ່​ລາວ
ກໍ​ຍິນ​ດີ​ຕ້ອນຮັບ​ພວກ​ເຂົາ​ເຈົ້າ​.

“ຂ້ອຍ​ຄິດ​ວ່າ​ ອິດ​ທິພົນ​ມຸສລິ​ມຢູ່​ທີ່​ນີ້ ຈະເປັນໃນທາງ​ບວກ. ຄວາມແຕກ​ຕ່າງ​ທາງ​
ວັດທະນະ​ທໍາ​ນັ້ນ ​ແມ່ນ​ຈະ​ມີ​ຢູ່​ສະ​ເໝີ ​ແຕ່​ມັນ​ກໍ​ຈະ​ຊ່ວຍ​ຊີວິດ​ຄວາມເປັນ​ຢູ່ຂອງ
ພວກ​ເຮົາ​ຫຼາຍ​ສົມຄວນ ພ້ອມທັງ​ດ້ານ​ອາຫານ​ການ​ກິນ ​ແລະ​ການ​ພັດທະນາ.”

ສູນ​ການ​ຄ້າ​ສາກົນ ຈີນ-ມຸສລິ​ມ ທີ່​ຫາ​ກໍສ້າງແລ້ວ​ເມື່ອ​ບໍ່​ດົນ​ມາ​ນີ້ ຈະ​ເປັນ​ເຈົ້າພາບ​ຈັດ​ງານ
​ວາງສະ​ແດງ​ສິນຄ້າ ​ຈີນ-ອາຫຣັບ ​ເປັນປີ​ທີ່ສາມ​ ​ໃນ​ທ້າຍ​ປີ​ນີ້.

ເບິ່ງວີດີໂອ ພາສາລາວ:

ທ່ານ ໝາ ປິງ ນັກວິຊາການ​ສະ​ຖາ​ບັນ​ວິທະຍາ​ສາດ​ສັງຄົມ Ningxia ກ່າວ​ວ່າ​ ເມືອງ​ຫຼວງ
Yinchuan ຢາກ​ຈະ​ກາຍ​ມາ​ເປັນສູນ​ກາງ​ການ​ຄ້າ ສໍາລັບ​ຜະ​ລິດ​ຕະພັນອິສລາມ ​ແລະ​ອາຫານ
Halal ຫຼື​ອາຫານ​ຂອງ​ຊາວ​ມຸສລິ​ມ.

“ຜະລິດ​ຕະພັນ​ບາງ​ຢ່າງ​ອາດຈະ​ຜະລິດ​ຢູ່​ບ່ອນ​ອື່ນ ​ແຕ່​ຈະ​ມີການຄ້າຂາຍ​ກັນ​ຢູ່​ທີ່​ນີ້ ຊຶ່ງ
​ໝາຍ​ຄວາມ​ວ່າ ບັນດາ​ພໍ່ຄ້າ​ຊາວ​ອາຫຣັບທັງຫຼາຍ ບໍ່ຈໍາ​ເປັນ​ຈະ​ຕ້ອງ​ດັ້ນ​ດົ້ນ​ໄປຮອດ ​
ປັກ​ກິ່ງ ຊຽງ​ໄຮ້ ຫຼື ກວາງ​ໂຈ ​ເພື່ອຊອກ​ຊື້​ຜະລິດ​ຕະພັນ​ທີ່ຕ້ອງການ ຫລືທຸກໆ​ສິ່ງ​ທີ່
​ຊາວ​ມຸສລິ​ມກິນ ດື່ມ ຫຼື​ນຸ່ງ​ຖື​ນັ້ນ ​ເຂົາ​ເຈົ້າ​ຈະພາກັນ​ມາຊື້​ຢູ່​ໜີ້​ໝົດ.”

​ນາງ ຫຼິວ ​ແມ່ຄ້າ​ຂາຍ​ອາຫານ​ແຫ້ງທ້ອງ​ຖິ່ນ ທີ່​ມາຢູ່​ທີ່ນີ້​ໄດ້​ພຽງ​ສີ່​ເດືອນ ກ່າວ​ວ່າ ເວ​ລາ​ບໍ່​ມີ
​ກອງ​ປະຊຸມ​ຢູ່​ທີ່​ນີ້ ທຸລະ​ກິດ​ກໍ​ຈະ​ຊົບ​ເຊົາ​ແດ່.

“ທຸກ​ສິ່ງ​ກໍາລັງດີ​ຂຶ້ນ ໂດຍ​ສະ​ເພາະ​ຖ້າ​ສົມ​ທຽບ​ໃສ່​ຕອນ​ເລີ່​ມຕົ້ນ​ໃໝ່ໆ ຄື​ທໍາອິດ​ນັ້ນ ບໍ່​ມີ​
ຜູ້​ໃດ​ຮູ້​ບ່ອນ​ນີ້​ດີ​ປານ​ໃດ ​ແລະ​ພວກ​ນັກ​ທ່ອງ​ທ່ຽວກໍ​ບໍ່​ຮູ້​ວ່າ​ ຈະ​ມາທີ່​ນີ້​ໄດ້​ແນວ​ໃດ.”

ຊາວ​ມຸສລິ​ມ Hui ສືບ​ທອດ​ຕະກູນ​ມາຈາກ ​ພວກ​ພໍ່ຄ້າ​ຊາວ​ເປີ​ເຊຍແລະ​ອາຫຣັບ ​ທີ່​ເດີນທາງມາ
​ຊອກ​ຄ້າຂາຍ ຕາມ​ເສັ້ນທາງ​ສາຍໄໝ​ ຫລື Silk Road ​ແລ້ວ​ພາກັນ​ຕັ້ງ​ຖິ່ນຖານຢູ່​ເລີຍ ​ແລະ​ກໍ
​ແຕ່ງງານກັບ​ຄົນ​ທ້ອງ​ຖິ່ນ. Ningxia ​ເປັນເຂດ​ປົກຄອງ​ຕົນ​ເອງລະດັບ​ແຂວງແຫ່ງ​ດຽວຂອງ
​ຈີນ ​ແລະ​ບັນດາເຈົ້າໜ້າ​ທີ່​ທ້ອງ​ຖິ່ນ​ຫວັງ​ທີ່​ຈະ ​ສວາຍ​ໃຊ້ມູນ​ເຊື້ອສາ​ສະໜາອິສລາມ​ຂອງພວກ
​ເຂົາ​ເຈົ້ານັ້ນ ​ຍື່ນ​ມື​ໄປຫາຊາວມຸສລິ​ມ​ອື່ນໆ​ໃນໂລກ.

ເບິ່ງວີດີໂອ ພາສາອັງກິດ:

ສາ​ສະ​ດາ​ຈານ Jackie Armijo ທີ່​ສອນ​ວິຊາ​ກິດຈະການ​ສາກົນ ຢູ່​ມະຫາ​ວິ​ທະຍາ​ໄລ​ຄາ​ຕ້າ
ກ່າວ​ວ່າ ລາວ​ໄດ້ພົບຊາວ​ຮຸ້ຍຫລາຍໆ​ຄົນ ​ໃນ​ຈີນ ທີ່​ພາກັນ​ປະກອບ​ກິດຈະ​ກໍາ​ການ​ຄ້າ​ຕ່າງໆ.

“ບັນດາ​ນັກຮຽນ​ ​ທີ່​ຮຽນ​ສໍາລັບ​ຈາກ​ມະຫາ​ວິທະຍາ​ໄລ​ອິສລາມ​ເຫຼົ່າ​ນີ້ ຊຶ່ງ​ແນ່ນອນ​ແມ່ນ
​ໂຮມ​ທັງ​ການ​ເຝິກ​ແອບ​ຮຽນ​ພາສາ​ອາຣາບິ​ກກັນຢ່າງ​ຂຸ້ນ​ແຂ້ວຕັ້ງໜ້ານໍາ​ນັ້ນ ຫລາຍ​ຄົນ
ບໍ່​ຮັບ​ຕໍາ​ແໜ່​ງເປັນ​ອີ​ມໍາ ຫຼື​ນັກບວດອິສລາມ ​ແຕ່​ຈະອອກ​ໄປຊອກ​ຫາ​ວຽກ​ເຮັດ​ງານ​ທໍາ
ພໍຮຽນ​ຈົບ​ແລ້ວ​ ​ແລະໂດຍພື້ນຖານ​ແລ້ວ ກໍ​ແມ່ນພວກທຸລະ​ກິດຕ່າງ​ໆ ​ທີ່​ຊາວ​ຕາ​ເວັນ
​ອອກກາງ​ທັງຫຼາຍ​ ໄດ້​ປະກອບ ຂຶ້ນມາ​ນັ້ນ.”

ນອກ​ເໜືອ​ຈາກ​ເຂດສູນ​ກາງ​ທຸລະ​ກິດ​ແລ້ວ ກໍ​ມີ​ໂຄງການ​ໃຫຍ່​ໃໝ່ໆ​ອື່ນໆອີກ ​ເພື່ອ​ເນ້ນ​ຢໍ້າ
​ແລະສະ​ແດງ​ເຖິງ​ວັດທະນະ​ທໍາ​ອິສລາມ​ຂອງ​ເຂດ Ningxia ​ນັ້ນ ໂຮມ​ທັງສວນວັດທະນະ​ທໍາ
​ແຫ່ງ​ຊາດຂອງ​ຊາວ​ຈີນ Hui ມຸສລິ​ມ ​ແລະ​ເມືອງ​ມຸສລິ​ມ​ໂລກ ຊຶ່ງ​ເປັນ​ໂຄງການ​ໃຫຍ່ມູນ​ຄ່າ
​ຫຼາຍ​ພັນ​ລ້ານ​ໂດ​ລາ ທີ່ໄດ້​ມີ​ແຜນ​ຈະໂຮມ​ເອົາ​ການ​ລົງທຶນ​ຈາກ​ປະ​ເທດ​ມຸສລິ​ມອື່ນໆ​ເຂົ້ານໍາ
​ແຕ່​ຕອນ​ນີ້​ໄດ້​ຢຸດ​ສະ​ງັກລົງ.

ວີດີໂອກ່ຽວກັບເຂດປົກຄອງຕົນເອງ Ningxia ຂອງຈີນ:

XS
SM
MD
LG