ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ບໍ່ດີໃຈ ທີ່ໂຊລ ຮັບເອົາ ລະບົບ​ຕໍ່ຕ້ານ ​ລູກ​ສອນ​ໄຟ THAAD ຂອງ ສະຫະລັດ


ລັດຖະມົນຕີ ການຕ່າງປະເທດຈີນ ທ່ານ Wang Yi ກ່າວຖະແຫລງ ຕໍ່ບັນດານັກຂ່າວ ຢູ່ໃນນະຄອນຫຼວງປັກກິ່ງ ເມື່ອວັນທີ 26 ພຶດສະພາ 2016.
ລັດຖະມົນຕີ ການຕ່າງປະເທດຈີນ ທ່ານ Wang Yi ກ່າວຖະແຫລງ ຕໍ່ບັນດານັກຂ່າວ ຢູ່ໃນນະຄອນຫຼວງປັກກິ່ງ ເມື່ອວັນທີ 26 ພຶດສະພາ 2016.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ທ່ານ Wang Yi ກ່າວ​ວ່າ ການ​ຕັດສິນ​ໃຈ​ຂອງ​ເກົາຫຼີ​ໃຕ້​ເມື່ອ​ໄວໆ​ມານີ້ ​ເພື່ອ​ຕິດຕັ້ງລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ THAAD ຂອງສະຫະລັດນັ້ນ ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ພື້ນຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ລະຫວ່າງ​ປັກ​ກິ່ງ​ແລະ​ໂຊ​ລ.

​ເກົາຫລີ​ໃຕ້​ກ່າວ​ວ່າ ການ​ຕິດຕັ້ງລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ THAAD ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ເພື່ອ​ຕອບ​ໂຕ້​ຕໍ່​ການ​ກະທຳ​ທີ່​ເປັນ​ການ​ທ້າ​ທາຍ​ຂອງ​ເກົາຫລີ​ເໜືອ ​ແລະ​ທີ່​ປຶກສາ ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ສະຫະລັດ ທ່ານ​ນາງ Susan Rice ກ່າວ​ວ່າ ການ​ຕິດຕັ້ງລະບົບ​ລູກ​ສອນ​ໄຟ​ດັ່ງກ່າວ​ ​ແມ່ນ​ເປັນ​ມາດ​ຕະການ ໃນ​ດ້ານ​ປ້ອງ​ກັນເທົ່າ​ນັ້ນ.

ດັ່ງນັ້ນ​ເປັນ​ດ້ວຍ​ເຫດ​ໃດ​ຈີນ​ຈຶ່ງ​ບໍ່​ຢາກ​ໃຫ້​ຕິດຕັ້ງລະບົບ​ລູກ​ສອນ​ໄຟ THAAD ຢູ່​ໃນ​ແຫລມ​ເກົາຫລີ?

ຍາ​ນາງ Catherine Moon ນັກວິຊາການຂອງ​ສະ​ຖາ​ບັນ Brooking​ ​ແລະ​ອາຈານ​ສອນ​ຢູ່​ມະຫາວິທະຍາ​ໄລ Wellesley ວິທີ​ທີ່​ເຂົ້າ​ໃຈງ່າຍ​ທີ່​ສຸດ​ກ່ຽວ​ກັບ ການ​ຄັດຄ້ານ​ຂອງ​ຈີນ ​ຕໍ່​ການ​ຕິດຕັ້ງລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ THAAD ກໍ​ຄື​ການ​ເບິ່ງ​ກັບ​ຄືນ​ໄປ​ຫາ​ກໍລະນີ ​ທີ່​ຄ້າຍຄື​ກັນຂອງ​ຣັດ​ເຊຍ ໃນ​ສະ​ໄໝ​ລັດຖະບານ ຂອງ​ອະດີດ​ປະທານາທິບໍດີ George W. Bush.

​ໃນ​ເວລາ​ນັ້ນ ສະຫະລັດ​ໄດ້​ສະ​ແດງ​ຄວາມ​ຕັ້ງ​ໃຈ ທີ່​ຈະ​ຕິດຕັ້ງລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ​ຢູ່​ໂປ​ແລນ ​ແລະ​ສາທາະລະນະ​ລັດ Czech ​ແຕ່​ແຜນການ​ດັ່ງກ່າວ​ໄດ້ ຖືກ​ຍົກ​ເລີກ​ໃນ​ເວລາ​ຕໍ່​ມາ​ໂດຍ​ປະທານາທິບໍດີ​ໂອ​ບາ​ມາ ທີ່​ໄດ້​ເຂົ້າຮັບ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ​ຕໍ່​ຈາກ​ທ່ານ Bush.

ຍານາງ Moon ທັງ​ໝົດ​ແລ້ວ​ມັນ​ໃຊ້​ເວລາ 10 ປີ ກ່ອນ​ທີ່​ສະຫະລັດ​ຈະສາມາດ ຕິດຕັ້ງ ລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ​ ທີ່​ປະ​ເທດ​ Romania ຈົນ​ເທົ່າ​ໄດ້​ມີ​ການ​ດຳ​ເນີນການ​ຢ່າງ​ໂດ​ຍສະຫະລັດ​ເພື່ອ​ໃຫ້ການ​ອະທິບາຍ​ວ່າ ລະບົບ​ດັ່ງກ່າວ​ບໍ່​ໄດ້​ແນ ​ໃສ່​ຣັດ​ເຊຍ​ແລະ​ບໍ່​ໄດ້​ຫລຸດຜ່ອນ​ຄວາມ​ສາມ​າດ​ໃນ​ການ​ສະກັດ​ກັ້ນດ້ານ​ນິວ​ເຄລຍຂອງ​ມົສກູ​ແຕ່​ປະການ​ໃດ.

Chinese Foreign Minister Wang Yi says South Korea's recent decision to deploy the United States' Terminal High Altitude Area Defence (THAAD) anti-missile defense system harms the foundation of mutual trust between Beijing and Seoul.

Seoul asserts the missile shield's presence is needed in response to North Korea's provocative actions, and U.S. National Security Adviser Susan Rice says the deployment is a purely defensive measure.

So then why doesn't China want THAAD deployed on the Korean Peninsula?

Katharine Moon, a non-resident fellow at the Brookings Institution and professor at Wellesley College, says the easiest way to understand China's objection to THAAD's deployment is to look back at a similar case with Russia under the administration of former president George W. Bush.

At the time, the United States had intended to put a missile defense system in Poland and the Czech Republic, but that was plan subsequently was scrapped by President Barack Obama, Bush's successor in office.

In all, Moon says, it took 10 years before the U.S. was able to place a missile-defense system in Romania - until there was a concerted effort by the United States to explain that this system was not aimed at Russia, and would not reduce Moscow's deterrence capabilities.

XS
SM
MD
LG