ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຕິຕຽນ ການລົງໂທດຄັ້ງໃໝ່ ຂອງຢູໂຣບ ຕໍ່ອີຣ່ານ


ນາຍົກລັດຖະມົນຕີຈີນທ່ານ Wen Jiabao ກ່າວຖະແຫຼງຕໍ່ກອງປະຊຸມນັກຂ່າວທີ່ນະຄອນ Doha ຂອງ Qatar
ນາຍົກລັດຖະມົນຕີຈີນທ່ານ Wen Jiabao ກ່າວຖະແຫຼງຕໍ່ກອງປະຊຸມນັກຂ່າວທີ່ນະຄອນ Doha ຂອງ Qatar

ຈີນ ກ່າວ​ໃນ​ວັນພ​ະຫັດ​ມື້ນີ້​ວ່າ ການ​ຫ້າມ​ຂອງສະຫະພາບ​ຢູໂຣບ ບໍ່​ໃຫ້​ນໍາ​ເຂົ້າ​ນໍ້າມັນ​ຈາກ
ອີຣ່ານນັ້ນ ບໍ່​ເປັນ​ການ​ຕອບໃນ​ທາງ​ສ້າງສັນຕໍ່​ໂຄງການ​ສ້າງ​ອາວຸດ​ນິວ​ເຄລຍຂອງ​ເຕຫະຣ່ານ
ທີ່​ຍັງ​ມີ​ການ​ສົງ​ໄສນັ້ນ.

ສະຫະພາບຢູ​ໂຣບ ​ໄດ້​ປະກາດ​ໃນ​ວັນ​ຈັນຜ່ານມານີ້​ ກ່ຽວ​ກັບການ​ຫ້າມ​ນໍາ​ເຂົ້ານໍ້າມັນ​ຫຼາຍ
ອາທິດ ລຸນຫລັງ​ທີ່ສະຫະຣັດ​ໄດ້​ປະກາດ​ມາ​ດຕະການ​ລົງ​ໂທດ​ໃໝ່ທາງ​ດ້ານ​ເສດຖະກິດຈຳ
ນວນ​ນຶ່ງທີ​ແນ່ໃສ່ເພື່ອ​ຊຸກຍູ້​ໃຫ້​ອີຣ່ານ​ລົ້ມ​ເລີກໂຄງການ​ສ້າງ​ອາວຸດ​ນີວ​ເຄລຍ.

ປັກ​ກິ່ງ ​ແມ່ນ​ພັນທະ​ມິດ​ທີ່ສຳຄັນ​ຂອງອີຣ່ານ ​ພ້ອມ​ທັງ​ເປັນ​ລູກຄ້າ​ນໍ້າມັນລາຍ​ໃຫຍ່​ຂອງ​ປະ​
ເທດ​ສາ​ທາ​ລະນະ​ລັດ​ອິສລາມ​ດັ່ງກ່າວ. ນາ​ຍົກ​ລັດຖະມົນຕີຈີນ​ທ່ານ Wen Jiabao ກ່າວ
ປ້ອງ​ກັນການ​ຊື້ນໍ້າມັນຈາກອີຣ່ານ ໂດຍ​ປະ​ເທດ​ຂອງ​ທ່ານ​ ໃນ​ວັນ​ພຸດວານ​ນີ້​ທີ່ກ​ອງປະ​ຊຸມ
ຖະ​ແຫຼງຂ່າວຢູ່​ເມືອງ Doha ​ໃນ Qatar.

ຈີນ ກ່າວ​ວ່າ ຕົນ​ຄັດຄ້ານ​ຢ່າງ​ແຂງ​ຂັນ​ ຕໍ່ການ​ສ້າງ​ອາ​ວຸດ​ນີວ​ເຄລຍ ຂອງອີຣ່ານ ​ແຕ່​ໄດ້ຕິ
ຕຽນສະຫະຣັດກ່ຽວ​ກັບການລົງ​ໂທດຢ່າງ​ໜັກ​ໂດຍ​ເວົ້າວ່າຈະນຳ​ໄປ​ສູ່​ການ​ເກີດ​ຄວາມ​ເຄັ່ງ​ຕຶງ
ສູງ​ຂຶ້ນແລະ​ເຮັດໃຫ້​ລາຄາ​ນໍ້າມັນ​ຂອງ​ໂລກ​ແພງ​ຂຶ້ນ

ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ລົງ​ໂທດ​ນັ້ນ ອີຣ່ານ​ໄດ້ຂົ່ມຂູ່ວ່າ​ຈະ​ອັດຊ່ອງ​ແຄບ Hormuz ​
ທີ່ຕັ້ງຢູ່​ໃນ​ເຂດ​ອ່າວ​ເປີ​ເຊຍ ຊຶ່ງ​ເປັນເສັ້ນທາງ​ການເດີນ​ເຮືອ​ອັນ​ສໍາຄັນ​ທີ່ສຸ​ດຕໍ່​ການສົ່ງອອກ
ນໍ້າ​ມັນ​ຂອງໂລກ.

XS
SM
MD
LG