ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນກ່າວປ້ອງກັນສາຍພົວພັນ ຂອງຕົນກັບອິຣ່ານ


ຈີນ​ໄດ້​ກ່າວ​ປ້ອງ​ກັນ​ສາຍ​ພົວພັນ​ທາງ​ເສດຖະກິດ​ຂອງ​ຕົນ​ກັບ​ອິຣ່ານຕໍ່ໜ້າ​ການ​ກົດ​ດັນ​ທີ່​ທະວີ​ຂຶ້ນ​ນັບ​ມື້ຈາກ​ສະຫະລັດ​ເພື່ອ​ໃຫ້​ປະຕິບັດ​ຕາມ​ການ​ລົງ​ໂທດຮອບ​ໃໝ່​ຂອງ​ນາໆ​ຊາດ​ກ່ຽວ​ກັບໂຄງການ​ນີວ​ເຄລຍຂອງ​ອິຣ່ານນັ້ນ.

ທ່ານນາງ Jiang Yu ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທີ່​ກຸງ​ປັກ​ກິ່ງ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າການຄ້າ​ຂອງ​ຈີນກັບອິຣ່ານນັ້ນແມ່ນເປັນ​ການ​ແລກປ່ຽນ​ທຸລະ​ກິດ​ແບບ​ທໍາ​ມະ​ດາຊຶ່ງ​ຈະບໍ່ເປັນອັນຕະລາຍ​ຕໍ່​ຜົນ​ປະ​ໂຫຍ​ດຕ່າງໆ​ຂອງ​ປະຊາ​ຄົມນາໆ​ຊາດ.

ການສະ​ແດງ​ຄວາມ​ເຫັນ​ດັ່ງກ່າວ​ຂອງທ່ານ​ນາງ Jiang ​ແມ່ນ​ເປັນ​ການ​ຕອບຕໍ່ຄໍາ
ຖະ​ແຫລ​ງຂອງ​ທ່ານ Robert Einhorn ທີ່​ປຶກສາ​ພິ​ເສດ​ວ່າ​ດ້ວຍ​ການ​ຫ້າມ​ແຜ່ຜາຍ​ອາວຸດ​ນີວ​ເຄລຍ​ແລະ​ແລະ​ຄວບ​ຄຸມອາວຸດ​ຂອງ ກະຊວງ​ຕ່າງປະ​ເທດ​ສະຫະລັດ​ໃນ​ສັບປະດາ​ນີ້ຊຶ່ງ​ທ່ານ Einhorn ໄດ້ຮຽກຮ້ອງ​ໃຫ້​ຈີນ​ປະຕິບັດໂດຍເຕັມ​ຕາມ​ມາດຕາ​ການ​ລົງ​ໂທດຕ່າງໆທີ່​ໄດ້​ຮັບ​ອະນຸມັດ​ຈາກ​ສະຫະ​ປະຊາ​ຊາດ​ນັ້ນ.

ທ່ານ​ນາງ Jiang ກ່າວ​ວ່າປັກ​ກິ່​ງໃນ​ຖານະ​ເປັນ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດນັ້ນຍາມ​ໃດ​ກໍ​ໄດ້​ປະຕິບັດ​ຕາມ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ.

ອິຣ່ານ​ເປັນ​ຜູ້​ສະໜອງ​ນໍ້າມັນ​ດິບ​ລາຍ​ໃຫຍ່​ໃຫ້​ຈີນຊຶ່ງ​ຕ້ອງການ​ນໍ້າມັນ​ເພື່ອ​ບໍາລຸງ​ເສດຖະກິດ​ທີ່ເຕີບ​ໂຕ​ຂຶ້ນ​ຢ່າງ​ໄວຂອງຕົນ.

XS
SM
MD
LG