ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຈີນ ຮັບເອົາຜູ້ຊົມເຂົ້າເບິ່ງງານກິລາໂອລິມປິກຫຼາຍຂຶ້ນ ເນື່ອງຈາກ ປະສົບຜົນສໍາເລັດໃນມາດຕະການການຈໍາກັດຕ່າງໆ


ພວກຜູ້ຊົມ ພາກັນໃສ່ໜ້າກາກອະນາໄມເພື່ອປ້ອງກັນພະຍາດໂຄວິດ-19 ໃນຮອບການແຂ່ງຂັນ ຢູ່ທີ່ສູນກິລາທາງນໍ້າແຫ່ງຊາດ, ນະຄອນຫຼວງປັກກິ່ງ, ປະເທດຈີນ, ວັນທີ 8 ກຸມພາ 2022.
ພວກຜູ້ຊົມ ພາກັນໃສ່ໜ້າກາກອະນາໄມເພື່ອປ້ອງກັນພະຍາດໂຄວິດ-19 ໃນຮອບການແຂ່ງຂັນ ຢູ່ທີ່ສູນກິລາທາງນໍ້າແຫ່ງຊາດ, ນະຄອນຫຼວງປັກກິ່ງ, ປະເທດຈີນ, ວັນທີ 8 ກຸມພາ 2022.

ຈີນກ່າວໃນມື້ວັນອັງຄານວານນີ້ວ່າ ພວກເຂົາເຈົ້າຈະເປີດຮັບເອົາຜູ້ຊົມເຂົ້າມາເບິ່ງງານກິລາໂອລິມປິກລະດູໜາວຫຼາຍຂຶ້ນ ເນື່ອງຈາກວ່າ ປະສົບຄວາມສໍາເລັດໃນມາດຕະການການຈໍາກັດຟອງສະບູທີ່ເຂັ້ມງວດ ໂດຍແຍກຜູ້ຄົນອອກຈາກສາທາລະນະ.

ຈີນ ບໍ່ໄດ້ຂາຍປີ້ເຂົ້າຊົມງານກິລາດັ່ງກ່າວ ສູ່ສາທາລະນະ ອັນເນື່ອງມາຈາກຄວາມກັງວົນກ່ຽວກັບການແຜ່ລະບາດຂອງໄວຣັສໂຄໂຣນາ ແຕ່ເລືອກເອົາຜູ້ເຂົ້າຊົມໃນຈໍານວນທີ່ຈໍາກັດ ຜູ້ທີ່ຕ້ອງຍອມປະຕິບັດຕາມມາດຕະການການກັກໂຕ ແລະປ້ອງກັນຢ່າງເຄັ່ງຄັດ.

ການປະກາດດັ່ງກ່າວມີຂຶ້ນໂດຍຈັດການຖະແຫຼງຂ່າວ ເຊິ່ງທ່ານຫວງ ຊຸນ (Huang Chun) ເຈົ້າໜ້າທີ່ຫ້ອງການຄວບຄຸມ ແລະປ້ອງກັນ​ໂຣກລະບາດ ຂອງຜູ້ຈັດງານກິລາ ກ່າວວ່າ ເປົ້າໝາຍທີ່ແທ້ຈິງສໍາລັບການເຂົ້າຮ່ວມໃນບາງສະຖານທີ່ ກ່ອນການແຂ່ງຂັນນັ້ນ ແມ່ນປະມານ 30 ເປີເຊັນ.

ທ່ານກ່າວວ່າ “ພວກເຮົາຈະນໍາເອົາຜູ້ຊົມເຂົ້າມາເບິ່ງຫຼາຍຂຶ້ນ ອີງຕາມພື້ນຖານຂອງຄວາມຕ້ອງການ ເພາະວ່າສະຖານະການໂຄວິດ-19 ໃນປັດຈຸບັນສໍາລັບ ‘ຂອບເຂດ’ ແມ່ນຢູ່ພາຍໃຕ້ການຄວບຄຸມແລ້ວ.”

ໃນມື້ວັນອັງຄານວານນີ້ ຢູ່ເມືອງ ບາຍສີ ທີ່ຢູ່ທາງພາກຕາເວັນຕົກສຽງໃຕ້ຂອງຈີນ ບໍ່ມີລາຍງານກ່ຽວກັບກໍລະນີຜູ້ຕິດເຊື້ອລາຍໃໝ່, ນຶ່ງມື້ ລຸນຫຼັງທີ່ມີຄຳສັ່ງປະກາດປິດເມືອງຢ່່າງເຄັ່ງຄັດ ຫຼັງຈາກທີ່ມີກໍລະນີຜູ້ຕິດເຊື້ອປະຈໍາວັນເພີ້ມຂຶ້ນສູງພາຍໃນສາມມື້ກ່ອນໜ້ານັ້ນ.

ທາງເຈົ້າໜ້າທີ່ໄດ້ສັ່ງໃຫ້ປະຊາຊົນຜູ້ທີ່ອາໄສຢູ່ໃນເມືອງທີ່ມີຊາຍແດນຕິດກັບຫວຽດນາມ ໃຫ້ຢູ່ແຕ່ເຮືອນ, ພວກເຂົາເຈົ້າສາມາດອອກຈາກເຮືອນເພື່ອໄປຊື້ເຄື່ອງຂອງທີ່ຈໍາເປັນ ແລະເພື່ອກວດໂຄວິດ-19 ເທົ່ານັ້ນ. ເຈົ້າໜ້າທີ່ທ້ອງຖິ່ນຍັງສົ່ງເສີມໃຫ້ປະຊາຊົນຂອງເມືອງປະມານ 3,600,000 ຄົນ ນໍາໃຊ້ການບໍລິ ການການຈັດສົ່ງ ແທນທີ່ຊິອອກໄປຮ້ານຄ້າດ້ວຍຕົນເອງ ຫາກພວກເຂົາເຈົ້າສາມາດຈະເຮັດໃນສິ່ງທີ່ແນະນໍານີ້ໄດ້.

ການປິດພື້ນທີ່ ມີຂຶ້ນໃນຂະນະທີ່ຈີນເປັນເຈົ້າພາບຈັດງານແຂ່ງຂັນກິລາໂອລິມປິກລະດູໜາວຢູ່ໃນນະຄອນຫຼວງປັກກິ່ງ ທ່າມກາງຟອງສະບູທີ່ເຂັ້ມງວດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໄວຣັສໂຄໂຣນາ ທີ່ສາມາດກໍ່ໃຫ້ເກີດໂຄວິດ-19 ໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG