ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນເຊີນ ລມຕ ຕ່າງປະເທດ ກຳປູເຈຍ ໄປຢ້ຽມຢາມ ຫລັງຈາກ ທ່ານ Kerry ຢ້ຽມຢາມ ກຳປູເຈຍ


ລມຕ ຕ່າງປະເທດ ສະຫະລັດ ທ່ານ John Kerry ຈັບມືກັບ ລມຕ ຕ່າງປະເທດ ແລະຮອງນາຍົກລັດຖະມົນຕີ ກຳປູເຈຍ ທ່ານ Hor Namhong ທີ່ກະຊວງການຕ່າງປະເທດກຳປູເຈຍ.
ລມຕ ຕ່າງປະເທດ ສະຫະລັດ ທ່ານ John Kerry ຈັບມືກັບ ລມຕ ຕ່າງປະເທດ ແລະຮອງນາຍົກລັດຖະມົນຕີ ກຳປູເຈຍ ທ່ານ Hor Namhong ທີ່ກະຊວງການຕ່າງປະເທດກຳປູເຈຍ.

ພຽງ​ແຕ່ໜຶ່ງ​ອາທິດ ​ຫລັງ​ຈາກ​ການຢ້ຽມຢາມ ຂອງລັດຖະມົນ​ຕີ​
ຕ່າງປະ ເທດ ສະຫະລັດ ທ່ານ John Kerry ລັດຖະມົນຕີ ຕ່າງ
ປະ​ເທດ​ກຳປູ​ເຈຍ ​ທ່ານ Hor Namhong ກໍໄດ້​ບິນ​ໄປຈີນ.

ທ່ານ Hor Namhong ຈະ​ພົບ​ປະ​ກັບ ບັນດາ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​
ຂອງ​ຈີນ ຮວມທັງ ທີ່​ປຶກສາຂອງ​ລັດຖະບານ ທ່ານ Yang Jiechi
​ແລະ​ນາຍົກລັດຖະມົນຕີ ທ່ານ Li Keqiang ​ເພື່ອ​ສົນທະນາ​ຫາລື​
ຢ່າງ ກ້ວາງ​ຂວາງ ​ກ່ຽວ​ກັບ​ພາຄີຍຸ​ດທະ​ສາດ​ ​ໃນ​ການ​ເຈລະຈາ​
ຢ່າງ​ເປັນ​ທາງ​ການ ແຕ່ວັນ​ທີ 3 ​ ຫາວັນ​ທີ 5 ກຸມພາ​.

ທ່ານ Ou Virak ຫົວໜ້າ​ສະພາ​ວິ​ໄຈກ່ຽວ​ກັບອະນາ​ຄົດກ່າວ​ວ່າ
ການ ໄປຢ້ຽມຢາມ​ຈີນມີທ່າ​ທາງ​ວ່າ​ຈະ​ໝາຍ​ເຖິງຄວາມ​ກໍ້າ​ເກິ່ງ ​ໃນການ​ມາ ຢ້ຽມຢາມ
​ຂອງທ່ານ Kerry ​ແລະ​ຈະ​ເປັນ​ໂອກາດໃຫ້ແກ່ ທ່ານ Hor Namhong ຈະ​ໄດ້​ສົນທະນາ
​ກ່ຽວ​ກັບ​ທ່າ​ທີຂອງກຳປູ​ເຈຍ ຕໍ່ການ​ເອົາ ທ່າ​ທີຂອງ​ຈີນ. ນອກ​ນັ້ນ​ ​ການ​ຢ້ຽມຢາມນີ້​ແມ່ນ​ມີ​
ຂຶ້ນກ່ອນ​ໜ້າ​ການ​ເດີນທາງ​ມາ​ຢ້ຽມຢາມສະຫະລັດຂອງ​ນາຍົກ​ລັດຖະມົນຕີ​ກຳປູ​ເຈຍໃນ​
ເດືອນ ​ນີ້ ບ່ອນ​ທີ່​ທ່ານຈະ​ຮ່ວມກັບ​ບັນດາລັດຖະມົນຕີ​ອາ​ຊຽນ ສົນທະນາ​ກັບ ປະທານາທິ
ບໍດີBarack Obama.

ທ່ານ Ou Virak ກ່າວ​ວ່າ “​ເພາະສະ​ນັ້ນ ໝາ​ຍຄວາມ​ວ່າ​ຢ່າງ​ໃດ” ໝາ​ຍຄວາມ​ວ່າ ກຳປູ​
ເຈຍ ຕ້ອງ​ໄປ​ຈີນ ​ແລະ​ກ່າວ​ວ່າ ກຳປູ​ເຈຍ ຈະ​ຮັກສາ​ຄວາມ​ໃກ້​ຊິດ​ກັບ​ຈີນ ​ດັ່ງທີ່​ເຄີຍ​
ເປັນ​ມາ.”

ທ່ານ Ou Virak ກ່າວ​ວ່າ ຈີນ ​ໃຊ້​ກຳປູ​ເຈຍ ​ເປັນ​ບ່ອນ​ງັດພາຍ​ໃນ ASEAN ບ່ອນທີ່​ສີ່
ປະ​ເທດ​ສະມາຊິກ ​ໄດ້​ອ້າງ​ກຳມະສິດ​ກວມກັນ​ໃນທະ​ເລ​ຈີນ​ໃຕ້. ທ່ານ​ກ່າວ​ວ່າ ຈີນ ຍັງ​ຈະ
​ຊັກ​ຊວນ​ບໍ່​ໃຫ້ກຳປູ​ເຈຍ ​ເຂົ້າຮ່​ວມ ຂໍ້ຕົກລົງ​ການ​ຄ້າ​ພາຄີ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ​ ຫຼື
TPP ທີ່​ນຳພາ​ໂດຍ​ສະ​ຫະລັດ ຊຶ່ງເປັນຄວາມ​ພະຍາຍາມ​ເພື່ອ​ສ້າງ​ຄວາມ​ກໍ້າ​ເກີ່ງ ຄືນ​ໃໝ່​
ໃຫ້​ແກ່ສະຫະລັດ ຢູ່ໃນ​ຂົງ​ເຂດ. “ຈີນ ບໍ່​ດີ​ໃຈ​ກັບຂໍ້​ຕົກລົງ TPP​. ຈີນ ບາງ​ທີ​ຈະ​ບໍ່​ໃຫ້
ກຳປູ​ເຈຍ ​ເຂົ້າ​ຮ່ວມກັບ​ກຸ່ມ​ການ​ຄ້າດັ່ງ ກ່າວ.”

XS
SM
MD
LG