ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ລົງ​ທຶນ​ຈີນ ຍ​ັງ​ຕິດ​ອັນ​ດັບ​ນຶ່ງ ຂອງ​ຈຳ​ນວນ ການ​ລົງທຶນ​ໂດຍ​ກົງ ​ຢູ່​ໃນ​ ສ​ປ​ປ ລາວ


ບັນ​ດາ​ນັກ​ລົງ​ທຶນສ່ວນ​ໂຕຈີນ ບໍ​ລິ​ຈາກ​​ເງິນ​ຊ່ອຍ​ເຫຼືອໃຫ້​ແກ່ ລັດ​ຖະ​ບານລາວ.
ບັນ​ດາ​ນັກ​ລົງ​ທຶນສ່ວນ​ໂຕຈີນ ບໍ​ລິ​ຈາກ​​ເງິນ​ຊ່ອຍ​ເຫຼືອໃຫ້​ແກ່ ລັດ​ຖະ​ບານລາວ.

ນັກ​ລົງ​ທຶນ​ຈາກ​ຈີນ​ຍັງ​ຄອງ​ອັນ​ດັບ​ນຶ່ງ ຂອງ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ທັງ​ໝົດ ໃນ
​ລາວ ສ່ວນ​ການ​ຄ້າ​ລະ​ຫວ່າງ ລາວ​ກັບ​ຈີນ​ນັ້ນ​ມີ​ມູນ​ຄ່າ​ລວມ​ເກີນກວ່າ 2,000 ລ້ານ
​ໂດ​ລາ​ສະ​ຫະ​ລັດ ຊຶ່ງຖື​ເປັນ​ອັນ​ດັບ​ທີ 2 ລອງ​ຈາກ​ໄທ ຊຶ່ງ​ຊົງ​ລິດ​ ໂພນ​ເງິ​ນ ນັກ​ຂ່າວ
ວີ​ໂອ​ເອ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ພິ​ສິດ ເສ​ຣີ​ວິວັດ​ທະ​ນາ ກຳ​ມະ​ການ​ຜູ້​ຈັດ​ການ​ທະ​ນາ​ຄານ ເພື່ອ​ການ​ສົ່ງ​ອອກ ແລະ
​ນຳ​ເຂົ້າ​ແຫ່ງ​ປະ​ເທດ​ໄທ ຢືນ​ຢັນ​ວ່າ ການ​ລົງ​ທຶນ​ຂອງ​ບັນ​ດາ​ບໍ​ລິ​ສັດ​ເອກ​ກະ​ຊົນ​ໄທໃນ​
ລາວ ມີ​ມູນ​ຄ່າ​ລວມ​ເກີນກວ່າ 4,495 ລ້ານ​ໂດ​ລາ​ສະ​ຫະ​ລັດ ໃນ 752 ໂຄ​ງ​ການ ຖື​ເປັນ​
ອັນ​ດັບ​ທີ 2 ຮອງ​ຈາກ​ຈີນ ທີ່ມີ​ມູນ​ຄ່າ​ການ​ລົງ​ທຶນ​ໃນ​ລາວຫຼາຍກວ່າ 11,000 ລ້ານ​ໂດ​
ລາ​ສະ​ຫະ​ລັດ​ໃນ​ປັດ​ຈຸ​ບັນ ສ່ວນ​ໃນ​ດ້ານ​ການ​ຄ້າ​ນັ້ນ ໄທ​ຍັງ​ຄອງ​ດັນ​ດັບ 1 ໃນ​ຖາ​ນະ
ຄູ່​ຄ້າ​ທີ່​ມີ​ມູນ​ຄ່າ​ການ​ຄ້າ​ກັບ​ລາວ​ຫຼາຍ​ທີ່​ສຸດ ໂດຍ​ສະ​ເພາະ​ແມ່ນ​ການ​ຄ້າ​ຊາຍ​ແດນ​ໄທ
ລາວ​ນັ້ນ ມີ​ມູນ​ຄ່າ​ເກີນ ກວ່າ 213,618 ລ້ານ​ບາດ ຫຼື​ເກີນກວ່າ 6,675 ລ້ານ​ໂດ​ລາ​ສະ
​ຫະ​ລັດ ຊຶ່ງ​ເຮັດ​ໃຫ້​ລາວ​ເປັນຝ່າຍຂາດ​ດຸນ​ການ​ຄ້າ​ຕໍ່​ໄທ ຄິດ​ເປັນ​ມູນ​ຄ່າ​ລວມຫຼາຍກວ່າ
1,378 ລ້ານ​ໂດ​ລາສະ​ຫະ​ລັດ​ໃນ​ປີ 2018 ທີ່​ຜ່ານ​ມາ.

ແຕ່​ຢ່າງ​ໃດ​ກໍ​ຕາມ ທາງກ​ານ​ລາວ​ກໍ​ຄາດ​ຫວັງ​ວ່າ ຈະ​ຂາດ​ດຸນ​ການ​ຄ້າ​ຕໍ່​ໄທ​ລົດ​ລົງ​ໃນ​ປີ
2019 ທັງກໍ​ຍັງ​ເຊື່ອ​ໝັ້ນ​ດ້ວຍ​ວ່າ ຈະ​ເປັນ​ຝ່າຍ​ທີ່​ໄດ້ປຽບ​ດຸນ​ການ​ຄ້າ​ຕ່າງ​ປະ​ເທດ​ໂດຍ
​ລວມ ໂດຍ​ສະ​ເພາະ​ແມ່ນ​ການ​ຄ້າ​ກັບ​ຈີນ ທີ່​ລາວ​ເປັນ​ຝ່າຍ​ໄດ້​ປຽບ​ດຸນ​ການ​ຄ້າ​ມາ​ຢ່າງ
​ຕໍ່​ເນື່ອງ​ເຊັນ​ໃນ​ປີ 2018 ທີ່​ລາວ​ກັບ​ຈີນ​ມີ​ມູນ​ຄ່າການ​ຄ້າ​ລ​ະ​ຫວ່າງ​ກັນ​ເກີນກວ່າ 3,000
ລ້ານ​ໂດ​ລາ​ສະ​ຫະ​ລັດ ໂດຍ​ລາວ​ໄດ້​ປຽບ​ດຸນ​ການ​ຄ້າ​ຕໍ່​ຈີນ​ໃນ​ມູນ​ຄ່າ 413 ລ້ານ​ໂດ​ລາ
​ສະ​ຫະ​ລັດ ແລະ​ເມື່ອ​ປະ​ກອບ​ກັບ​ປີ 2019 ເປັນ​ປີ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ລາວ-ຈີນ​ດ້ວຍ
​ນັ້ນ ກໍ​ເຮັດ​ໃຫ້​ທາງການລາວ​ເຊື່ອ​ໜັ້ນ​ວ່າ​ຈະ​ໄດ້​ປຽບ​ດູນ​ການຄ້າ​ຕໍ່​ຈີນ​ຫຼາຍ​ຂຶ້ນ ດ້ວຍ​
ການ​ຈັດ​ຕັ້ງ​ປະ​ຕິ​ບັດ 4 ກິດ​ຈະ​ກຳ​ໃນ​ຈີນ​ເພື່ອ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ຈີນ​ໃຫ້​ເດີນ​ທ​າງ
​ມາ​ລາວ​ເພີິ້ມ​ຂຶ້ນ ດັ່ງ​ທີ່​ທ່ານ​ບົວ​ເງິນ ຊາ​ພູ​ວົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ
ວັດ​ທະ​ນະທຳ ແລະ​ທ່ອງ​ທ່ຽວ ຖະ​ແຫຼງ​ຢືນ​ຢັນ​ວ່າ:

“ກິດ​ຈະ​ກຳ​ຂອງ​ລາວ​ເຮົາ​ທີ່​ຈະ​ໄປ​ຈັດ​ຢູ່​ຈີນ ແມ່ນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ທີ່​ນຳ​ໂດຍ​ປະ​
ທານປະ​ເທດ​ຂອງ​ພວກ​ເຮົາ ຈ​ະ​ໄປ​ຢ້​ຽມ​ຢາມ​ເຄື່ອນ​ໄຫວ​ລັດຖະ​ກິດ​ທີ່ ສ​ປ ຈີນ ທັງ​ໄດ້​
ນຳ​ເອົາ​ຄະ​ນະ​ສິນ​ລະ​ປະ​ກອນ ໄປ​ສະ​ແດງ​ເຄື່ອນ​ໄຫວ​ຮ່ວ​ມ​ກັບ​ຝ່າຍ​ຈີນ ຈະ​ໄດ້​ຈັດ​ຕັ້ງ​
ສັບ​ປະ​ດາ​ວັດ​ທະ​ນະທຳ​ລາວ ຢູ່​ທີ່​ນະ​ຄອນ​ຊັງ​ຊາ ແຂວງ​ຫູນານ ຈັດ​ຕັ້ງ​ສັບ​ປະ​ດາ​ວັດ
​ທະ
​ນະ​ທຳ​ລາວ ທີ່​ນະ​ຄອນ​ເຊີນ​ຕູ ແຂວງ​ເຊສວນ ສ່ວນ​ພິ​ທີ​ສະ​ລຸບ​ປີ​ທ່ອງ​ທ່ຽວ​ລາວ
ຈີນ​ນັ້ນ2 ຝ່າຍ​ຈະ​ໄດ້​ຈັດ​ຕັ້ງ​ຂຶ້ນ​ທີ່​ນະ​ຄອນ​ປັກ​ກິ່ງ ໃນ​ທ້າຍ​ປີ 2019.”

ທັງ​ນີ້​ກະ​ຊວງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ​ທ່ອງ​ທ່ຽວ​ຂອງ​ລາວ ໄດ້​ວາງ​ເປົ້າ​ໝາຍທີ່​
ຈະ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວຈີນ ໃຫ້​ເດີນ​ທາງ​ເຂົ້າ​ມາ​ລາວ​ໃຫ້​ໄດ້ 1 ລ້ານກວ່າ​ຄົນ ດ້ວຍ​
ການ​ນຳ​ໃຊ້​ຈຸດ​ພິ​ເສດ​ຂອງ​ການ​ເປັນ​ຫຸ້ນ​ສ່ວນ ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ
ພາຍ​ໃຕ້​ຂໍ້​ລິ​ເລີ້ມ​ນຶ່ງ​ແລວ​ທາງ-ນຶ່ງ​ເສັ້ນ​ທາງ​ຂອງ​ທ່ານ ສີ ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ
ແລະ​ການ​ພົວ​ພັນ 4 ດີລະ​ຫວ່າງ​ລາວ-ຈີນ​ກໍ​ຄື​ການ​ເປັນ​ບ້ານ​ໄກ້​ເຮືອນ​ຄຽງ​ທີ່​ດີ​-​ມິດ​ທີ່​ດີ
ສະ​ຫາຍ​ທີ່​ດີ-ຄູ່​ຮ່ວມ​ມື​ທີ່​ດີ ອັນ​ຈະ​ມີ​ສ່ວນ​ຢ່າງ​ສຳ​ຄັນ​ໃນ​ການ​ເຮັດ​ໃຫ້​ສາ​ມາດ​ບັນ​ລຸ​ເປົ້າ
​ໝາຍ​ຮວ​ມ​ຂອງ​ການ​ທ່ອງ​ທ່ຽວ​ໃນ​ຕະ​ຫຼອດ​ປີ 2019 ກໍ​ຄື​ການ​ດຶງ​ດູດ​ເອົາ​ຊາວ​ຕ່າງ​ຊາດ
ໃຫ້​ເດີ​ນ​ທາງ​ເຂົ້າ​ມາ​ທ່ອງ​ທ່ຽວ​ໃນ​ລາວ​ໃຫ້​ເຖິງ 4 ລ້ານ 5 ແສນ​ຄົນ ເພື່ອ​ສ້າງ​ລ​າຍ​ຮັບ​ໃນ​
ການ​ບໍ​ລິ​ການ​ໃຫ້​ໄດ້​ເຖີງກວ່າ 700 ລ້າ​ນ​ໂດ​ລາ​ສະ​ຫະ​ລັດ​.

ພ້ອມ​ກັນ​ນັ້ນ ທາງການ​ລາວ​ຍັງຈະ​ຈັດ 4 ກິດ​ຈະ​ກຳ​ໃນ​ລາວ ກໍ​ຄື​ການ​ເປີດ​ປີ​ທ່ອງ​ທ່ຽວ​
ລາວ-ຈີນ ​ທີ່​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ເມື່ອ​ວັນ​ທີ 25 ມັງ​ກອນ 2019 ທີ່ນ​ະ​ຄອນຫຼວງ
ວຽງ​ຈັນ ງານ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ຈີນ​ໃນ​ໂອ​ກາດ​ຄົບ​ຮອບ 58 ປີ​ຂອງ​ສາ​ຍ​ພົວ​ພັນ​
ການ​ທູດລາວ-ຈີນ ໃນ​ເດືອນ​ເມ​ສາ ​ປີ 2019 ການ​ສຳ​ມະ​ນາ​ວິ​ຊາ​ການ​ ວ່າ​ດ້ວຍ​ການ​
ຄຸ້ມ​ຄອງ​ການ​ທ່ອງ​ທ່ຽວ​ລາວ-ຈີນ​ໃນ​ຊ່ວງ​ເດືອນ​ມິ​ຖຸ​ນາ ຫາ​ກໍ​ລະກົດ ແລະ​ງານ​ໄຫວ້​ພະ
​ຈັນ ທີ່​ຫຼວງ​ພະ​ບາງ ແລ​ະ​ນະ​ຄອນ​ວຽງ​ຈັນໃນ​ເດືອນ​ກັນ​ຍາ 2019 ຕາ​ມ​ລຳ​ດັບ.

ໂດຍ​ໃນ​ປີ 2018 ມີ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ​ເດີນ​ທາງ​ມາ​ລາວ 4,186,432 ຄົນ ເພີ້ມ
​ຂຶ້ນ 8.2 ເປີ​ເຊັນ ທຽບ​ໃສ່​ປີ 2017 ແລະ​ສ້າງ​ລາຍ​ຮັບ​ໄດ້​ກວ່າ 755 ລ້ານ​ໂດ​ລາ​ສະ​ຫະ
​ລັດ ຫາກ​ແຕ່​ລັດ​ຖະ​ບານ​ລາວ​ໄດ້ວາງ​ເປົ້າ​ໝາຍ​ຈະ​ດຶງ​ດູດ​ເອົາ​ນັກ​ທ່ອ​ງ​ທ່ຽວ​ຕ່າງ​ຊາດ​
ໃຫ້​ໄດ້ 5 ລ້ານ​ຄົນ ແລະ​ສ້າງ​ລາຍ​ຮັບ​ໃຫ້​ໄດ້​ເຖິງ 900 ລ້ານ​ໂດ​ລາ​ສະ​ຫະ​ລັດ ໃນ​ປີ
2018 ດັ່ງ​ກ່າວ ​ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ ລັດ​ຖະ​ບານ​ລາວ ບໍ່​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ໄດ້
ໃນ​ຄວາມ​ເປັນ​ຈິງ ສ່ວນ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ ເດີ​ນ​ທາງ​ເຂົ້າ​ມາ​ລາວ​ໃນ​ປີ 2018 ມີ​ຈຳ
​ນວນ​ທັງ​ໝົດ 799,929 ຄົນ.

XS
SM
MD
LG