ພວກພະນັກງານອາເມຣິກັນບາງຄົນ ທີ່ເຮັດວຽກໃຫ້ບໍລິສັດຜະລິດກະຈົກຂອງຈີນ
ທີ່ໃຫຍ່ທີ່ສຸດ ພວມພະຍາຍາມຈັດຕັ້ງສະຫະພັນແຮງງານຂຶ້ນໃນໂຮງງານຂອງເຂົາເຈົ້າ
ໃນລັດ Ohio ທີ່ຕັ້ງຢູ່ທາງພາກຕາເວັນຕົກກາງ. ນັກຂ່າວ VOA Calla Yu ມີລາຍງານ
ວ່າ ນັກລົງທຶນຈີນຄົນນຶ່ງ ກຳລັງປັບຕົວຂອງລາວໃຫ້ເຂົ້າກັບການເຮັດທຸລະກິດຢູ່ໃນ
ສະຫະລັດ ຊຶ່ງວັນນະສອນ ຈະນຳລາຍລະອຽດມາສະເໜີທ່ານ.
ບໍລິສັດເຮັດກະຈົກຈີນ Fuyao, ໄດ້ເປີດກິດຈະການໃນເມືອງ Dayton ທີ່ລັດ Ohio
ປະມານ 2 ປີ ກ່ອນ ດ້ວຍເງິນທຶນ 600 ລ້ານໂດລາ ເພື່ອດັດແປງບໍລິສັດເຮັດລົດທີ່ຖືກ
ປິດລົງນັ້ນ. ພວກນັກລົງທຶນດັ່ງກ່າວໄດ້ເພີ່ມປະມານ 2 ພັນໜ້າວຽກໃໝ່ ເຂົ້າໃສ່ໃນ
ເສດຖະກິດທ້ອງຖິ່ນແລະກະຕຸກຊຸກຍູ້ບໍລິສັດ Fuyao ໃນຕະຫຼາດກະຈົກໃສ່ລົດ
ໃນສະຫະລັດ.
ແຕ່ວ່າບໍລິສັດນີ້ ກໍຍັງມັກໄດ້ສະແດງໃຫ້ເຫັນເຖິງການລະເມີດດ້ານຄວາມປອດໄພ
ຢູ່ໃນໂຮງງານ ຊຶ່ງພະນັກງານຜູ້ນຶ່ງ ຄື ທ່ານ Larry Yates Jr. ກ່າວວ່າ ການສະແດງ
ອອກມາ ເຖິງວິທີໃນການປະກອບທຸລະກິດ ຊຶ່ງທ່ານ Yates ກ່າວວ່າ “ການເຮັດວຽກ
ຂອງພວກຄົນງານໃນຈີນ ນັ້ນ ແມ່ນບໍ່ຄືກັນກັບການເຮັດວຽກຢູ່ໃນສະຫະລັດ. ທີ່ຈີນ
ພວກທ່ານເຮັດວຽກ 7 ມື້ ຕໍ່ສັບປະດາ. ທ່ານຈະເຮັດ ໃນສິ່ງທີ່ທ່ານຖືກບອກໃຫ້ເຮັດ.
ທີ່ສະຫະລັດ ທ່ານມີກົດລະບຽບການແລະແບບແຜນປະຕິບັດທີ່ທ່ານຈະຕ້ອງປະພຶດ
ຕາມ. ຖ້າຫາກທ່ານບໍ່ເຮັດຕາມກົດລະບຽບ ກໍແມ່ນວ່າ ທ່ານຈະມີບັນຫາ.”
ສະຖິຕິຂອງລັດຖະບານກາງສະແດງໃຫ້ເຫັນວ່າ ພວກກວດກາຂອງກະຊວງແຮງງານ
ໄດ້ໄປຍັງໂຮງການເຮັດກະຈົກດັ່ງກ່າວ ຫຼາຍກວ່າໄປບໍລິສັດໃດໆຂອງອາເມຣິກັນ
ທີ່ຄ້າຍຄືກັນນີ້. ບໍລິສັດທີ່ວ່ານີ້ ໄດ້ຖືກປັບໃໝ ຫຼາຍກວ່າ 100 ພັນ ໂດລາແລ້ວ
ຍ້ອນລະເມີດທາງດ້ານຄວາມປອດໄພ ແລະສຸກຂະອະນາໄມ.
ທ່ານ Yates ກ່າວວ່າ ນີ້ສະແດງອອກໃຫ້ເຫັນວ່າ ມັນເຖິງເວລາແລ້ວສຳຫຼັບພວກ
ພະນັກງານຂອງບໍລິສັດ Fuyao ທີ່ຈະຈັດຕັ້ງສະຫະພັນແຮງງານຂຶ້ນກັບ ຫຼື U-A-W.
ທ່ານ Yates ກ່າວຕື່ມອີກວ່າ “ດ້ວຍການທີ່ສະຫະພັນແຮງງານລົດໂອໂຕສະຫະລັດ
ເຂົ້າມາພົວພັນແລະພວກເພິ່ນຊ່ອຍພວກເຮົາ, ບອກພວກເຮົາໃຫ້ໄປໃສ ໄປທາງໃດ
ພວກເຮົາ ກໍຈະສາມາດເຮັດວຽກໄດ້ຢ່າງປອດໄພ. ຈະສາມາດເປັນຕົວຂອງຕົນເອງ
ເປັນປາກ ເປັນສຽງໄດ້ ໃນການຕໍ່ລອງອີກນຳ.”
ປະທານບໍລິສັດ Fuyao ອາເມຣິກາ ທ່ານ Jeff Liu ກ່າວວ່າ ທາງບໍລິສັດ ແມ່ນໄດ້
ປະສານງານຢ່າງເຕັມສ່ວນ ກັບຄະນະກວດກາດ້ານຄວາມປອດໄພ ແລະດັດແກ້.
ບາດກ້າວຕ່າງໆຂອງ ບໍລິສັດ Fuyao ນັ້ນ ແມ່ນວ່າ ເປັນການສະແດງອອກ ຊຶ່ງຄວາມ
ທົນທານ ອົດທົນຂອງຊາວອາເມຣິກັນ ບໍ່ແມ່ນການຈັດຕັ້ງສະຫະພັນແຮງງານ
ຊຶ່ງ ທ່ານ Jeff Liu ກ່າວວ່າ “ໃນສະຫະລັດ ພວກເຮົາຖືກສອນສັ່ງໃຫ້ໄດ້ຮັບຄວາມຝັນ
ຂອງຊາວອາເມຣິກັນ ຫຼື American Dream. ແມ່ນຫຍັງລະ ແມ່ນ American
Dream? ນັ້ນກໍຄື ການເພິ່ງພາອາໄສຕົວຂອງຕົວເອງ. ມັນຈະບໍ່ຊ່ອຍທ່ານໄດ້ດອກ
ຖ້າຫາກຈະ ກາງຕໍ່ໃສ່ແຕ່ຄົນອື່ນ. ເພາະສະນັ້ນ ບໍ່ວ່າຈະເປັນພວກທີ 3 ຫຼື ສ່ວນບຸກຄົນ
ມືທີ 3 ຜູ້ໃດຜູ້ນຶ່ງ ມັນກໍຈະບໍ່ຊ່ອຍຫຍັງ. ພວກເຮົາ ຈະສືບຕໍ່ປະກອບການແບບສະບັບ
ຂອງພວກເຮົາ ແລະເຮັດໃຫ້ມັນດີ ແລະພວກເຮົາ ກໍຈະສາມາດບັນລຸເປົ້າໝາຍທີ່ພວກ
ເຮົາຈຳເປັນແລະຕ້ອງການນັ້ນໄດ້.”
ທ່ານນາງ Calla Yu ນັກຂ່າວ VOA ລາຍງານມາຈາກເມືອງ Dayton ລັດ Ohio ວ່າ
“ບໍລິສັດ Fuyao ແມ່ນກຳລັງມອງຫາວິທີທາງເພື່ອເຮັດຂົວໄຕ່ ລະຫວ່າງບໍລິສັດຈີນ
ກັບ ປະຊາຄົມອາເມຣິກັນ. ໃນຂະນະດຽວກັນນັ້ນ ພວກຜູ້ຄົນ ກໍແມ່ນພາກັນເບິ່ງວ່າ:
ບໍລິສັດ Fuyao ແມ່ນຕັ້ງໝັ້ນຕໍ່ປະຊາຄົມ ໃນເຂດເມືອງ Dayton ບໍ່? ພວກເຂົາເຈົ້າ
ເປັນຫ່ວງເປັນໃຍ ຕໍ່ພວກຄົນງານທີ່ປະກອບການຢູ່ໃນບໍລິສັດ ນີ້ບໍ? ”
ບໍລິສັດນີ້ ໄດ້ບໍລິຈາກເງິນປະມານ 1 ລ້ານໂດລາ ໃສ່ອົງການກຸສົນທ້ອງຖິ່ນ ທີ່ສະແດງ
ໃຫ້ເຫັນເຖິງການເອົາໃຈໃສ່ແລະໝາຍໝັ້ນຕໍ່ປະຊາຄົມໃນຂົງເຂດ.
ທ່ານ Dewang Cao ປະທານບໍລິສັດ Fuyao ກ່າວວ່າ “ພວກເຮົາເວົ້າເຖິງເລື່ອງ
ຄວາມບໍ່ສອດຄ່ອງຂອງປະເພນີຮີດຄອງ ແມ່ນບໍ? ບໍລິສັດອາເມຣິກັນ ທັງຫຼາຍ
ແມ່ນຈັດຕັ້ງກອງທຶນການກຸສົນ. ສຳຫຼັບບໍລິສັດ ທີ່ປະກອບສ່ວນໃນກິດຈະກຳຕ່າງໆ
ແລະການກຸສົນອື່ນໆໃນເຂດທ້ອງຖິ່ນແລ້ວ ມັນເປັນສິ່ງທີ່ປະກອບຢ່າງຊອບທຳທີ່
ຄວນຈະປະພຶດປະຕິບັດ ພ້ອມທັງຄວາມຮັບຜິດຊອບທາງດ້ານສັງຄົມນຳອີກ.”
ພະນັກງານບໍລິສັດ Fuyao ຄົນນຶ່ງ ທ່ານ Wendel Rutledge ກ່າວວ່າ ພໍລາວໄດ້
ຮູ້ກ່ຽວກັບການກຸສົນນີ້ແລ້ວ ລາວເຫັນວ່າ ລາວຄວນຈະເກັບເງິນເພື່ອເປັນທຶນການ
ສຶກສາໃຫ້ລູກຂອງລາວ, ແຕ່ລາວບໍ່ເຊື່ອວ່າ ສະຫະພັນແຮງນັ້ນຈະຄຳຕອບ.
ທ່ານ Rutledge ພະນັກງານບໍລິສັດ Fuyao ກ່າວວ່າ “ທ່ານຈຳເປັນໃຫ້ມີສະຫະພັນ
ແຮງງານເພື່ອຫຍັງ? ກົດລະບຽບການ ກໍຄື ກົດລະບຽບການ. ສຳຫຼັບຂ້ອຍ ຂ້ອຍບໍ່
ເຊື່ອວ່າ ກົດລະບຽບການຂອງຜູ້ໃດຜູ້ນຶ່ງນັ້ນ ຈະຄືກັນໝົດ. ນີ້ແມ່ນອາເມຣິກາ
ຄືວ່າທຸກຄົນ ກໍຍັງຈະມາເຮັດວຽກໃນທີ່ນີ້ຢູ່ ບໍ່ໄວ ກໍຊ້າ. ພວກເຮົາຈະຕ້ອງໄດ້
ຮຽນຮູ້ແລະທີ່ຈະປັບຕົວໃຫ້ເຂົ້າກັບວິຖີຊີວິດ ການເປັນຢູ່ນຳ.”
ພວກທີ່ໜຸນຫຼັງໃຫ້ສະຫະພັນແຮງງານ ແມ່ນຈຳເປັນຕ້ອງໄດ້ມີລາຍເຊັນ 30 ເປີເຊັນ
ຂອງພວກພະນັກງານທີ່ເຮັດວຽກໃນບໍລິສັດ ທີ່ຈະລົງຄະແນນສຽງຈັດຕັ້ງປະຕິບັດການ.
ບໍລິສັດ Fuyao ແມ່ນມີຄະນະກຳມະການດ້ານຄວາມປອດໄພໃໝ່ ເພື່ອຮັບຟັງບັນຫາ
ແລະຄວາມເປັນຫ່ວງຂອງພວກພະນັກງານ ແລະໃນຕົ້ນປີນີ້ ບໍລິສັດດັ່ງກ່າວ ຍັງໄດ້ຂຶ້ນ
ຄ່າແຮງງານ 2 ໂດລາ ຕໍ່ຊົ່ວໂມງ ນຳອີກ.