ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ສືບສວນ​ສອບ​ສວນ ຫົວໜ້າສືບລັບ ຂັ້ນສູງຄົນໜຶ່ງ ຍ້ອນສໍ້​ລາດ​ບັງ​ຫລວງ


ແຜນທີ່ ປະເທດຈີນ
ແຜນທີ່ ປະເທດຈີນ

ບັນດາ​ເຈົ້າໜ້າທີ່​ຈີນ ກ່າ​ວວ່າ ຮອງ​ລັດຖະມົນຕີ ທີ່ຮັບຜິດຊອບ
ເປັນຫົວໜ້າອົງການ​ສືບ​ລັບຂອງ​ປະ​ເທດ ໄດ້​ຕົກ​ຢູ່​ໃນ​ການ​
ສືບສວນ​ສອບ​ສວນ ​ຊຶ່ງ​ເປັນ​ສ່ວນ​ໜຶ່ງ ຂອງ​ການປາບປາມ
ການສໍ້​ລາດ​ບັງ​ຫຼວງ​ ໃນ​ລັດຖະບານ.

​ໃນ​ຖະ​ແຫລ​ງການສະບັບ​ໜຶ່ງ ທີ່​ເປີດ​ເຜີຍ​ໃນ​ວັນ​ສຸກ​ມື້​ນີ້
ອົງການ​ສິ້ງ​ຊອມເບິ່ງການຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ຂອງ
​ພັກ​ຄອມ​ມິ​ວນິສ ກ່າວ​ວ່າ ທ່ານ Ma Jian ຮອງ​ລັດຖະມົນຕີ
​ກະຊວງຮັກສາຄວາມສະຫງົບ ​ແມ່ນ​ກຳລັງ​ຖືກ​ສືບສວນ​ສອບ​
ສວນ ຍ້ອນ​ສົງ​ໄສ​ວ່າ​ ໄດ້ກະທຳ​ຄວາມ​ຜິດ​ຢ່າງຮ້າຍ​ແຮງ ທາງ​
ລະບຽບວິ​ໄນ ​ແລະ ກົດໝາຍ.

ສຳນວນຄຳ​ເວົ້າ​ດັ່ງກ່າວນີ້ ​ໂດຍ​ທົ່ວ​ໄປ​ແລ້ວ ແມ່ນໝາຍ​ເຖິງການ​ສືບສວນ​ສອບ​ສວນ ​ເລື່ອງການ​ສໍ້​ລາດບັງ​ຫລວງ. ອົງການ​ດັ່ງກ່າວ ບໍ່​ໄດ້ໃຫ້​ລາຍ​ລະອຽດຫຍັງ​ຕື່ມ​ອີກ.

ວີດີໂອ: ຈີນສືບສວນ ເຈົ້າໜ້າທີ່ສໍ້ລາດບັງຫລວງ ທີ່ມີຊັບສິນຢູ່ຕ່າງປະເທດ:

XS
SM
MD
LG