ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ພວກ​ປະ​ທ້ວງ​ຊາວ​ຈີນ ຫຼາຍສິບ​ຄົນ ເຂົ້າ​ລ້ອມ​ລົດ​ຂອງ ເອກອັກຄະລັດຖະທູດ​ ສຫລ


ບັນດາເຈົ້າໜ້າທີ່ ໄດ້ຫ້ອມລ້ອມລົດຂອງທ່ານ Gary Locke ໄວ້
ຫຼັງຈາກ​ຊາວ​ຈີນທີ່ປະທ້ວງຕໍ່ຕ້ານຍີ່ປຸ່ນ ພະຍາຍາມຕັນທາງ ບໍ່ໃຫ້ລົດຂອງທ່ານ ເຂົ້າໄປໃນສະຖານທູດອາເມຣິກາ ໃນກຸງປັກກິ່ງ.
ບັນດາເຈົ້າໜ້າທີ່ ໄດ້ຫ້ອມລ້ອມລົດຂອງທ່ານ Gary Locke ໄວ້ ຫຼັງຈາກ​ຊາວ​ຈີນທີ່ປະທ້ວງຕໍ່ຕ້ານຍີ່ປຸ່ນ ພະຍາຍາມຕັນທາງ ບໍ່ໃຫ້ລົດຂອງທ່ານ ເຂົ້າໄປໃນສະຖານທູດອາເມຣິກາ ໃນກຸງປັກກິ່ງ.
ສະຫະລັດໄດ້ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ເຫດການ​ນຶ່ງ​ທີ່​ມີ​ພວກ​
ປະ​ທ້ວງ​ຊາວ​ຈີນຫຼາຍສິບ​ຄົນ ພາກັນ​ເຂົ້າ​ລ້ອມ​ລົດ​ຂອງທ່ານ
Gary Locke ​ເອກອັກ ຄະລັດຖະທູດ​ສະຫະລັດ​ປະ​ຈໍາ​ຈີນ
ພ້ອມ​ກັບຂວ່າງ​ວັດຖຸ​ໃສ່ ​ແລະ​ຂວາງ​ທາງໄວ້ ບໍ່​ໃຫ້​ລົດເຂົ້າໄປ
​ຍັງ​ສະຖານທູດ​ອາ​ເມຣິກັນໃນ​ປັກ​ກິ່ງ.

ທ່ານ​ນາງ Victoria Nuland ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະ
ລັດ ກ່າວ​ວ່າ ບັນດາ​ເຈົ້າໜ້າ​ທີ່​ຈີນ​ໄດ້​ສະ​ແດງ​ຄວາມ​ເສຍ​ໃຈ ​ຕໍ່
​ເຫດການ​ທີ່​ເກີດ​ຂຶ້ນໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້ ຊຶ່ງເປັນ​ມື້ນຶ່ງ​ທີ່​ການ​
ປະທ້ວງ​ຕໍ່ຕ້ານ​ຍີ່ປຸ່ນ​ ກໍາລັງ​ຟົດ​ເດືອດ​ໄປ​ທົ່ວ​ຈີນ​ນັ້ນ.

ສຽງ……..

ທ່ານ​ນາງ Victoria Nuland ​ເວົ້າ​ວ່າ: “​ເມື່ອ​ວັນ​ທີ່ 18 ​ເດືອນ​ກັນຍາ​ນີ້ ພວກ​ປະ​ທ້ວງ​ຊາວ​ຈີນປະມານ 50 ຄົນ ​ໄດ້​ພາກັນ​ລ້ອມ​ລົດ​ປະ​ຈໍາ​ຕໍາ​ ​ແໜ່​ງຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ Gary Locke ທີ່​ພະຍາຍາມ​ຈະ​ ​ແລ່ນ​ເຂົ້າ​ໄປ​ໃນ​ສະຖານທູດ ຊຶ່ງ​ລົດ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໜ້ອຍ​ນຶ່ງ. ​ແຕ່ ​ເອກ​ອັກຄະ​ລັດຖະທູດ Locke ບໍ່​ໄດ້​ຮັບ​ອັນຕະລາຍ​ໃດໆ. ມີ​ເຈົ້າໜ້າ​ທີ່ີຮັກສາ​ຄວາມ​ປອດ​ໄພ​ຈີນ​ຢືນ​ຢູ່​ໜ້າ​ບໍລິ​ເວນ​ສະຖານ​ທູດ. ພວກ​ເຂົາ​ເຈົ້າ​ໄດ້​ໂຕ້​ຕອບ​ແລະ​ກໍ​ໄດ້ບັງຄັບ​ໃຫ້ພວກ​ປະ​ທ້ວງ ຍ້າຍ​ໜີ​ອອກ​ຈາກ​ທີ່​ເກີດ​ເຫດ ຊຶ່ງໄດ້​ປ່ອຍໃຫ້​ລົດ​ຂອງ​ເອກ​ອັກຄະ​ລັດຖະທູດ​ແລ່ນ​ເຂົ້າ​ໄປ​ໃນ​ສະຖານທູດ​ໄດ້.”

​ທ່ານ Locke ​ເອງ​ໄດ້​ບອກ​ພວກ​ນັກ​ຂ່າວ​ວ່າ​ ທ່ານ​ບໍ່​ໄດ້​ຮັບ​ອັນຕະລາຍ​ຫຍັງ ​ແລະ​ກໍ​ບໍ່​ຮູ້ສຶກ​ວ່າ​ຕົນ​ຕົກ​ຢູ່​ໃນ​ອັນຕະລາຍ​ໃນ​ລະຫວ່າງ​ເຫດການ​ດັ່ງກ່າວ ​ແຕ່​ທ່ານ Locke ກໍກ່າວວ່າ ທ່ານໄດ້​ເຂົ້າ​ພົບກັບ​ເຈົ້າໜ້າ​ທີ່​ກະ ຊວງ​ຕ່າງປະ​ເທດ​ຈີນ​ເພື່ອ​ສະ​ແດງ​ຄວາມ​ເປັນ​ຫ່ວງ ​ແລະ​ຮຽກຮ້ອງ​ໃຫ້​ພວກ​ເຂົາ​ເຈົ້າ ກະທໍາ​ທຸກ​ຢ່າງ​ທີ່​ເປັນ​ໄປ​ໄດ້​ ເພື່ອ​ພິທັກ​ປົກ​ປ້ອງບັນດາ​ເຈົ້າໜ້າ​ທີ່ສະຖານ ທູດ​ສະຫະລັດ. ທ່ານ Hong Lei ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ໄດ້​ເອີ້ນ ​ເຫດການ​ທີ່​ເກີດ​ຂຶ້ນນັ້ນ​ວ່າ ​ເປັນ​ກໍລະນີ​ສ່ວນ​ບຸກຄົນ ​ແຕ່​ກໍ​ເວົ້າ​ວ່າ​ຈີນກໍາລັງ​ທໍາ​ການ​ສອບ​ສວນກ່ຽວ​ກັບເລຶ່ອງນີ້ຢູ່.
XS
SM
MD
LG