ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກຳປັ່ນຈີນ ແລ່ນເຂົ້າໄປ ໃນນ່ານນໍ້າ ທີ່ຂັດ​ແຍ້​ງ ​ກັບ ຍີ່​ປຸ່ນ


ກໍາປັ່ນຍີ່ປຸ່ນ ທີ່ບັນຈຸລູກເຮືອ 20 ຄົນ ພວມທຳການລາດຕະເວນ
ກໍາປັ່ນຍີ່ປຸ່ນ ທີ່ບັນຈຸລູກເຮືອ 20 ຄົນ ພວມທຳການລາດຕະເວນ
ຈີນ​ໄດ້​ເພີ້ມການກົດດັນຕໍ່ຍີ່ປຸ່ນ​ອີກ​ໃນ​ການຂັດ​ແຍ້​ງທາງ​ທະ​ເລ
​ທີ່​ມີ​ມາ​ເປັນ​ເວລາ​ດົນ​ນານແລ້ວນັ້ນ ​ໂດຍ​ໄດ້​ສົ່ງ​ກຳ​ປັ່ນ​ ເຂົ້າ​ໄປ
ບໍລິ​ເວນ ​ໃກ້ໆ​ກັບ​ໝູ່​ເກາະທີ່​ມີ​ການ​ຂັດ​ແຍ້​ງ ​ໃນ​ເຂດ​ທະ​ເລ​ຈີນ​
ຕາ​ເວັນ​ອອກແລະ​ກ່າວ​ຫາບັນດາ​ຜູ້​ນໍາ​ຍີ່ປຸ່ນອອກ​ຖະ​ແຫຼງການ
ແບບ​ທ້າ​ທາຍ​ເກາະ​ຜິດ.

ຍີ່ປຸ່ນ​ໄດ້​ກ່າວ​ວ່າ ກຳ​ປັ່ນ​ລາດຕະ​ເວນຍາມ​ຝັ່ງ​ຂອງ​ຈີນ​ 4 ລຳ
​ໄດ້ແລ່ນ​ເຂົ້າ​ໄປ​ໃນ​ເຂດ​ນ່ານນໍ້າ ທີ່​ມີ​ການ​ຂັດ​ແຍ້​ງກັນ ໃນເຊົ້າ
ວັນ​ຈັນ​ວານ​ນີ້ ຊຶ່ງ​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ຍີ່ປຸ່ນ ​ໄດ້​ເຕືອນ​ໃຫ້ກໍາ​ປັ່ນ
​ຂອງຈີນ ອອກ​ຈາກ​ເຂດ​ດັ່ງກ່າວ ​ຊຶ່ງ​ກຳ​ປັ່ນ​ເຫຼົ່ານັ້ນກໍ​ໄດ້​ແລ່ນ
ອອກ​ຈາກ​ບໍລິ​ເວນ​ນ່ານນໍ້າ​ທີ່​ມີ​ການ​ຂັດ ​ແຍ້​ງ ​ໃນ​ເວລາ​ບໍ່​ດົນ​ຕໍ່​ມາ.

​ກໍາ​ປັ່ນ​ຂອງ​ຈີນ​ໄດ້​ແລ່ນ​ເຂົ້າ​ໄປ​ໃກ້ໆ​ກັບໝູ່​ເກາະ​ດັ່ງກ່າວ ​ຫຼາຍສິບ​ຄັ້ງມາ​ແລ້ວ ​ໃນ​ປີ
​ຜ່ານ​ມາ. ການ​ປະ​ເຊີນ​ທີ່​ວ່າ​ນີ້​ ແມ່ນໄດ້ຍຸຕິ​ລົງ ​ພາຍ​ໃນຫຼາຍໆ​ຊົ່ວ​ໂມງ ໂດຍ​ທີ່​ກຳ​ປັ່ນ
​ຈີນ​ໄດ້ແລ່ນ​ອອກ​ຈາກ​ຂົງ​ເຂດ​ໄປ ຫຼັງຈາກ​ໄດ້​ມີ​ການ​ເຕືອນ​ແລະ​ການ​ອ້າງ​ກຳມະສິດ
ກັບ​ຝ່າຍ​ຍີ່ປຸ່ນ​ແລ້ວ​ນັ້ນ.

ຍີ່ປຸ່ນເປັນ​ຜູ້ຄວບ​ຄຸມໝູ່​ເກາະ​ທີ່​ມີ​ການ​ຂັດ​ແຍ້​ງກັນນີ້ ​ແລະ​ເອີ້ນໝູ່​ເກາະ​ດັ່ງກ່າວ​ນີ້​ວ່າ
Senkaku ​ໃນ​ຂະນະ​ທີ່​ຈີນ​ໄດ້ກ່າວ​ອ້າງເອົາ​ກຳມະສິດ​ເໜືອ​ໝູ່​ເກາະ​ນີ້ ​ແລະ​ເອີ້ນວ່າ
Daioyu.

ໂຄສົກ​ຂອງ​ກະຊວງການ​ຕ່າງປະ​ເທດ​ຂອງ​ຈີນ ທ່ານນາງ Hua Chunying ​ໄດ້​ກ່າວ
​ໃນ​ວັນ​ຈັນ​ມື້ວານ​ນີ້​ວ່າ ​ການ​ໃຫ້​ຄວາມ​ເຫັນ​ຂອງ​ບັນດາ​ຜູ້​ນໍາ​ຍີ່​ປຸ່ນ ກ່ຽວ​ກັບ​ຈີນ ​
ເມື່ອ​ໄວໆ​ມານີ້ ​ແມ່ນມີ​ທ່າ ທາງ​ທ້າ​ທາຍ​ເກາະ​ຜິດ. ໂວຫານ​ ​ໃນການ​ໃຊ້​ພາສາ​ທີ່​
ຂ້​ອນ​ຂ້າງ​ແຮງ​ຜິດ​ປົກກະຕິ ທ່ານນາງ​ໄດ້​ກ່າວ​ຫາບັນດາ​ນັກ​ການ​ເມືອງ​ຍີ່ປຸ່ນວ່າ ​
ອວດດີ.
ທ່ານນາງ Hua ​ໄດ້ໃຫ້​ຄວາມ​ເຫັນດັ່ງກ່າວນຶ່ງ​ມື້ຫຼັງ​ຈາກນາຍົກລັດຖະມົນຕີຍີ່ປຸ່ນ
ທ່ານ Shinzo Abe ​ໄດ້​ບອກ​ກັບ​ພວກ​ທະຫານຍີ່ປຸ່ນວ່າ ກຸງ​ໂຕ​ກຽວ​ ​ຈະ​ບໍ່​ຮັບ​ເອົາ​
ເດັດຂາດ ​ຕໍ່​ການ​ໃຊ້​ກໍາ​ລັງ ເພື່ອ​ປ່ຽນ​ສະຖານະ​ພາບ ທີ່​ເຄີຍ​ມາ​ມາ​ຢູ່ໃນ​ຂົງ​ເຂດ.
ການ​ໃຫ້​ຄໍາ​ເຫັນດັ່ງກ່າວຂອງ​ທ່ານ​ໃນ​ວັນ​ ອາທິດ​ຜ່​ານມານີ້ ​ແມ່ນ​ກ່ຽວ​ກັບ​ຄວາມ
ວິຕົກ​ກັງວົນ​ຂອງ​ຍີ່ປຸ່ນ ​ກ່ຽວ​ກັບ​ການ​ອ້າງ​ກຳມະສິດ​ແບບ ​ເຂັ້ມ​ແຂງທີ່​ເພີ້ມ​ຂຶ້ນ​ຂອງ​ຈີນ ​
ກ່ຽວ​ກັບ​ການ​ຂັດ​ແຍ້​ງທາງ​ທະ​ເລ​ຢູ່​ໃນ​ຂົງ​ເຂດ.
XS
SM
MD
LG