ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນດິ້ນຮົນຕໍ່ສູ້ ກັບໄພເງິນເຟີ້


ຕະຫລາດຜັກແລະໝາກໄມ້ແຫ່ງນຶ່ງ ໃນນະຄອນຫລວງປັກກິ່ງຂອງຈີນ.
ຕະຫລາດຜັກແລະໝາກໄມ້ແຫ່ງນຶ່ງ ໃນນະຄອນຫລວງປັກກິ່ງຂອງຈີນ.

ພວ​ກ​ເຈົ້າໜ້າ​ທີ່​ເສດ​ຖະກິດ​ຈີນ​ໄດ້​ສົ່ງ​ສັນຍານ​ອອກ​ໄປ​ວ່າ ການ​ຕໍ່ສູ້​ກັບລາຄາເຄຶ່ອງຂອງ​ຕ່າງໆ​ທີ່​ກໍາລັງ​ຖີບ​ຕົວ​ສູງ​ຂື້ນ​ນັ້ນ ​ເປັນ​ບຸລິມະສິດ​ອັນ​ດັບ​ສູງ​ສຸດ ຂອງ​ຈີນ​ໃນ​ປີໜ້າ​ນີ້. ຜູ້​ສື່​ຂ່າວ Heda Bayron ​ໃນ​ຮ່ອງ​ກົງ​ຕິດຕາມ​ເບິ່ງ ສິ່ງ​ທ້າ​ທາຍ​ຕ່າງໆ​ຕໍ່ສະພາວະ​ເງິນ​ເຟີ້​ຂອງ​ຈີນ ​ແລະ​ທາງ​ເລືອກ​ທີ່​ມີ​ໄວ້​ ໃຫ້​ພວກຮ່າງ​ນະ​ໂຍບາຍຂອງ​ຈີນເລືອກ​ເອົາ​ນັ້ນ. ທອງປານມີ​ເລຶ່ອງນີ້ ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ

ໃນ​ປີ​ນີ້ລັດຖະບານ​ຈີນ​ໄດ້​ຕັ້ງ​ອັດຕາ​ເງິນເຟີ້​ໂດຍ​ສະ​ເລ່ຍ​ໄວ້ 3 ​ເປີ​ເຊັນ ​ແຕ່​ພວກ​ເສດຖະສາດ​ບາງ​ຄົນຄາດວ່າ ​ອັດຕາ​ເງິນ​ເຟີ້​ຈະ​ສູງ​ກວ່າ​ນັ້ນ. ຄື​ເມື່ອ​ເດືອນ​ຜ່ານ​ມານີ້ ອັດຕາ​ເງິນເຟີ້​ໄດ້​ຖີບ​ຕົວ​ສູງ​ຂຶ້ນ​ຮອດ 5.1 ​ເປີ​ເຊັນ ຈາກ 4.4 ​ເປີ​ເຊັນ​ ເມື່ອ​ເດືອນ​ຕຸລາ​ ຄື​ເດືອນ​ກ່ອນ​ນັ້ນ.

ທ່ານ Shen Jiangguang ນັກ​ເສດຖະສາດ​ຄົນ​ນຶ່ງ​ປະ​ຈໍາ​ບໍລິສັດ​ຫລັກ​ຊັບ Mizuho ​ໃນ​ຮ່ອງ​ກົງ ຄາດວ່າ​ ລາຄາ​ເຄຶ່ອງຂອງ​ຈະ​ສືບ​ຕໍ່​ຖີບ​ຕົວສູງ​ຂື້ນ​ຢູ່​ຕໍ່​ໄປ ທ່ານ Shen ​ເວົ້າ​ວ່າ

“ເບິ່ງ​ຄື​ວ່າ​ໃນ​ເດືອນ​ພະຈິກ​ທີ່ຜ່ານ​ມາ​ນັ້ນ ພວ​ກ​ເຮົາ
ໄດ້​ເຫັນ​ອັດຕາ​ເງິນ​ເຟີ້​ຖີບຂື້ນ ​ສູ່ຈຸດ​ສູງ​ສຸດ​ສໍາລັບ​ປີ​ນີ້ ​
ແຕ່​ທີ່​ຈິງ​ແລ້ວ​ໃນ​ປີໜ້າ​ນີ້ ​ຄືໃນ​ຊ່ວງ​ເຄິ່ງທໍາ​ອິດ​ຂອງ​
ປີ ພວກ​ເຮົາ​ອາດ​ຈະ​ເຫັນ​ອັດຕາ​ເງິນ​ເຟີ້​ຍິ່ງ​ຈະ​ສູງ​ຂື້ນ​ ໄປ​ຫລາຍ​ກວ່າ​ນີ້ອີກ​.”

ລາຄາ​ອາຫານ​ໄດ້​ຖີບ​ຕົວ​ສູງ​ຂື້ນຫລາຍ​ທີ່​ສຸດໃນ​ເດືອນ​ພະຈິກ​ຜ່ານ​ມາ ຊຶ່ງ​ສາ​ເຫດສ່ວນ​ນຶ່ງ​ກໍແມ່ນເປັນ​ຍ້ອນຜົນລະປູກ​ບໍ່​ດີ ​ແລະ​ລາຄາ​ຂົນ​ສົ່ງ​ຜົນ​ລະປູກ​ເຫລົ່າ​ນີ້ ​ກໍ​ສູງ​ຂຶ້ນ.

ໃນ​ຕອນ​ສິ້ນ​ສຸດກອງ​ປະຊຸມ​ເສດຖະກິດ​ແຫ່ງ​ຊາດ​ສາມ​ວັນ ​ເມື່ອ​ວັນ​ອາທິດທີ 12 ​ເດືອນ​ນີ້ ລັດຖະບານ​ຈີນ​ໄດ້​ສົ່ງ​ສັນຍານ​ວ່າ​ ຕົນ​ຈະ​ເອົາ​ບາດ​ກ້າວ​ເພີ່ມ ຂື້ນເພື່ອ​ຜ່ອນ​ເບົາ​ສະ​ພາວະ​ເງິນ​
ເຟີ້. ລັດຖະບານ​ຈີນ​ບໍ່ໄດ້​ເປີດ​ເຜີຍ​ລາຍ​ລະອຽດກ່ຽວກັບ​ເລື່ອງ​ນີ້ ​ແຕ່​ພວກ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ​
ອາດຄວບ​ຄຸມ​ລາຄາເຂົ້າປາ​ອາຫານ ເພື່ອ​ຊ່ວຍ​ພວກ​ອຸບປະ​ໂພ​ກບໍລິ​ໂພ​ກ ດັ່ງ​ທີ່ເຄີຍໄດ້​ປະຕິ ບັດ​ມາ​ໃນ​ອະດີດ.

ແຕ່​ສິ່ງ​ນຶ່ງ​ທີ່ເບິ່ງ​ຄືວ່າ ພວກ​ຮ່າງ​ນະ​ໂຍບາຍ​ມີ​ຄວາມ​ຫຍຸ້ງ​ຍາກຫລາຍ​ກ່ວາ​ໃນການ​ທີ່​ຈະ​ແກ້
ໄຂນັ້ນ ​ກໍ​ຄື​ຄວາມ​ກົດ​ດັນ​ດ້ານ​ລາຄາ​ທີ່​ມາ​ຈາກ​ພາກສ່ວນ​ທະນາຄານ. ​ໃນຫລາຍໆ​ເດືອນ​
ຜ່ານ​ມານີ້ ຈີນໄດ້ພະຍາຍາມ​ທີ່​ຈະ​ລົບ​ລ້າງ​ຜົນ​ສະທ້ອນ​ຈາກ​ການ​ປ່ອຍເງິນ​ກູ້​ອອກຢ່າງບໍ່​ມີ​
ການ​ຍັບ​ຍັ້ງ ແລະ​ການ​ລົງທຶນຢ່າງຫລວງຫລາຍ​ ທີ່ເປັນ​ຜົນ​ສືບ​ເນື່ອງ​ມາ​ຈາກການ​ດໍາ​ເນີນ
ໂຄງການ​ກະຕຸກຊຸກຍູ້​ເສດຖະກິດ​ ມູນ​ຄ່າ​ມະຫາສານຂອງ​ລັດຖະບານ ​ເມື່ອ​ປີ 2009 ນັ້ນ
ທີ່ໄດ້ຊ່ວຍ​ຜັກ​ດັນ​ລາຄາຊັບ​ສິນ ລາຄາຫຸ້ນ ​ແລະ​ວັດຖຸ​ດິບ​ຫລັກ​ຕ່າງໆ ​ໃຫ້​ຖີບ​ຕົວ​ສູງ​ຂື້ນ.

ຈີນ​ໄດ້​ຕັ້ງ​ເປົ້າໝາຍ​ສໍາລັບເງິນ​ກູ້​ຢືມ​ໃໝ່ໄວ້ ຈໍານວນ 7 ພັນ 500 ​ຕື້​ຢວນ ຫລື 1 ພັນ 100 ຕື້​ໂດ​ລາ​ສໍາລັບ​ປີ​ນີ້ ຊຶ່ງເປັນ​ຈໍານວນ​ທີ່​ຕໍ່າ​ກວ່າ ປີ 2009 ​ຕັ້ງຫລາຍ ແຕ່ວ່າ​ໃນ​ໄລຍະ​ 11 ​ເດືອນ​ທໍາ​ອິດ​ຂອງ​ປີນີ້ ຈໍານວນ​ເງິນ​ກູ້​ຢືມ​ທັງໝົດ ​ແມ່ນ​ເກືອບຈະ​ເທົ່າ​ຕົວ​ເລກເປົ້າ​ໝາຍ ທີ່ວາງ​ໄວ້​ນັ້ນ​ແລ້ວ.

ດັ່ງ​ນັ້ນ ລັດຖະບານ​ຈຶ່ງ​ໄດ້​ບອກ​ໃຫ້ພວກ​ທະນາຄານ​ທັງຫລາຍເກັບເງິນຝາກ ຂອງ​ພວກ​ເຂົາ​ເຈົ້າ​ໄວ້ໃຫ້​ຫລາຍໆຂື້ນ​ ​ເພື່ອ​ເອົາໄວ້ເປັນ​ເງິນ​ສໍາຮອງ ແນ​ໃສ່ ເພື່ອຕັດ​ເງິນ​ກູ້ຢືມລົງນັ້ນ​ເອງ.

ທ່ານ Shen ກ່າວ​ວ່າ ​ເບິ່ງ​ຊົງ​ທະນາຄານ​ກາງ​ຈະ​ເອົາ​ມາດຕາການຫລາຍ​ຢ່າງປົນ​ກັນ ​ໂຮ​ມ
ທັງ​ການ​ຂື້ນ​ອັດຕາ​ດອກ​ເບ້ຍ​ອີກ​ໃນໄລຍະ​ສອງ​ສາມ​ເດືອນ​ຕໍ່ໜ້າ​ນີ້ ​ແລະ​ລົດ​ຜ່ອນ​ຈໍານວນເງິນ​ ກູ້​ຢືມ​ລົງ​ ໃນ​ປີໜ້າ.

ແຕ່​ທ່ານ Shen ກ່າວ​ຕື່ມ​ວ່າ ຕາບ​ໃດ​ທີ່​ພວກ​ຊາວ​ຈີນທີ່​ຢາກ​ທ້ອນ​ຫອມ​ເງິນ​ ​ໄດ້​ດ​ອກ​ເບ້ຍ
ສໍາລັບ​ເງິນ​ຝາກ​ຂອງ​ເຂົາ​ເຈົ້າ ໜ້ອຍກ່ວາທີ່ເອົາ​ໄປ​ລົງ​ທຶນໃສ່​ໃນ​ຈໍາພວກ​ຊັບ​ສິນ ຫລື​ຫຸ້ນນັ້ນ
ແລ້ວ ສະພາວະ​ເງິນ​ເຟີ້​ກໍ​ຈະຍັງ​ຄົງເປັນ​ບັນຫາ​ທ້າ​ທາຍ​ຢູ່ຕໍ່​ໄປ. ທ່ານ Shen ເວົ້າ​ວ່າ

ພວກ​ເຮົາ​ມີ​ອັດຕາ​ເງິນ​ເຟີ້ສູງ​ເຖິງ 5 ​ເປີ​ເຊັນ ​ແຕ່​ອັດຕາດອກ​ເບ້ຍ​ເງິນ​ຝາກ​ ມີ​
ພຽງ​ແຕ່ 2.5 ​ເປີ​ເຊັນ ດັ່ງ​ນັ້ນ​ຊ່ອງ​ວ່າງ​ອັນ​ນີ້​ ກໍ​ແມ່ນ​ສູງ​ຂື້ນ​ເລື້ອຍໆ. ສະ​ນັ້ນ ຂ້າ
ພະ​ເຈົ້າຈຶ່ງຄິດ​ວ່າ ສິ່ງ​ສໍາຄັນ​ທີ່​ສຸດ​ໃນ​ເວລາ​ນີ້​ ກໍ​ຄື​ປິດ​ຊ່ອງ​ວ່າງ​ດອກ​ເບ້ຍ​ລົບ​ນັ້ນ​
ລົງ ​ເພື່ອ​ວ່າປະຊາຊົນ​ຈະ​ຮູ້ສຶກແຈບໃຈ​ຫລາຍ​ຂື້ນ ທີ່​ຈະ​ເອົາ​ເງິນ​ຂອງ​ພວກ​ເຂົາ​
ເຈົ້າ​ໄປ ຝາກ​ທະນາຄານ​ແທນ​ການຈະ​ເອົາເຂົ້າ​ໃສ່​ການ​ລົງທຶນ​ດ້ານ​ອື່ນ​ໆ ​ເຊັ່ນ​ຊື້
ບ້ານ​ ຊຶ່ງ​ຈິງໆ​ແລ້ວ​ມັນ​ເປັນ​ການ​ຫລໍ່ລ້ຽງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ​ກະ​ຕຸ້ນ​
ໃຫ້​ເກີດ​ສະພາວະ​ເງິນ​ເຟີ້​ ຕື່ມຂື້ນ​ໄປ​ອີກ.”

ລົດຖີບຍັງຄົງເປັນພາຫານະ ທີ່ຊາວຈີນສ່ວນໃຫຍ່ ນໍາໃຊ້ ໃນການເດີນທາງໄປມາ ຢູ່ໃນເມືອງ.
ລົດຖີບຍັງຄົງເປັນພາຫານະ ທີ່ຊາວຈີນສ່ວນໃຫຍ່ ນໍາໃຊ້ ໃນການເດີນທາງໄປມາ ຢູ່ໃນເມືອງ.

ອິງຕາມຄາດຄະເນຂອງທ່ານ
Shen, ທະນາຄານປະຊາຊົນຈີນ
ຫລື the People’s Bank of
China ກໍ​ຄື​ທະນາຄານ​ແຫ່ງ​
ຊາດ​ຈີນ​ນັ້ນ ໄດ້ຂື້ນອັດຕາດອກ
ເບ້ຍສໍາຄັນ​ໆນຶ່ງສ່ວນສີ່ຂອງ​ນຶ່ງ
ເປີເຊັນ ໃນອາທິດແລ້ວນີ້ ໃນ
ຄວາມພະຍາຍາມ​ເພື່ອຈະຕັດ
ການກູ້ຢືມລົງແລະຄວບຄຸມເງິນ
ເຟີ້ ຊຶ່ງນັບວ່າເປັນຄັ້ງທີ່ສອງໃນ​
ໄລຍະ​ຫລາຍ​ເດືອນຜ່ານ​ມາ ທີ່
ທາງທະນາຄານກາງໄດ້ຂື້ນດອກ ເບ້ຍ.

ທະນາຄານກາງກ່າວ​ໃນ​ມື້ວັນ
ເສົານັ້ນວ່າ ຕົນຈະຂຶ້ນ​ອັດຕາ
ດ​ອກ​ເບ້ຍສໍາລັບ​ເງິນກູ້ໄລຍະສັ້ນ
ນຶ່ງປີ ແລະອັດຕາດອກເບ້ຍເງິນຝາກຂຶ້ນນຶ່ງສ່ວນສີ່ຂອງ​ນຶ່ງເປີເຊັນ ເປັນ 5.81 ເປີເຊັນ
ສໍາລັບ​ເງິນກູ້ຢືມນຶ່ງປີ ​ແລະເປັນ 2.75 ເປີເຊັນ ສໍາລັບເງິນຝາກ.

ທ່ານ Stephen Roach ອະດີດ​ຫົວໜ້າ​ກິດຈະ​ການ​ໃນ​ເອ​ເຊຍ​ຂອງທະນາຄາ​ນການ​ລົງທຶນ
Morgan Stanley ​ແລະ​ເປັນອາຈານສອນຄົນ​ນຶ່ງ ທີ່​ມະຫາວິ​ທະຍາ​ໄລ​ Yale ​ໃນ​ສະຫະ
ລັດ ກ່າ​ວວ່າ ສະພາວະ​ເງິນ​ເຟີ້​ກໍາລັງຂັດຂວາງຖ່ວງ​ດຶງ​ພວກ​ເຈົ້າໜ້າ​ທີ່​ຈີນ​ ບໍ່​ໃຫ້​ທໍາ​ການຫັນ
ປ່ຽນ​ຈາກ​ການເປັນເສດ​ຖະກິດ​ທີ່​ອິງ​ໃສ່ການສົ່ງ​ອອກ ​ໄປ​ເປັນ​ເສດຖະກິດ​ທີ່​ກາງ​ຕໍ່ນໍາ​ການ​
ອຸບປະ​ໂພ​ກບໍລິ​ໂພ​ກນັ້ນ. ທ່ານ Roach ​ເວົ້າ​ວ່າ

ຍິ່ງພວກ​ວາງ​ນະ​ໂຍບາຍ​ລໍ​ຖ້າດົນ​ໄປເທົ່າ​ໃດ ​ໃນ​ການທີ່​ຈະ​ແກ້​ໄຂ​ບັນຫາ​ສະພາ
ວະ​ເງິນ​ເຟີ້​ນັ້ນ ​ມັກ​ກໍຈະ​ມີ​ຄວາມ​ຍາກ​ລໍາບາກ​ຫລາຍ​ຂຶ້ນເທົ່າ​ນັ້ນ ທີ່​ຈະ​ຈັດການ​ແກ້​
ຂກັບ​ບັນຫາ​ດ້ານໂຄງ​ສ້າງ​ນັ້ນ. ຄໍາ​ແນະ​ນໍາ​ຂອງ​ຂ້າພະ​ເຈົ້າ​ໃນ​ເວລາ​ນີ້ ກໍ​ຄື​ໃຫ້​
ຮີບ​ລົງມື​ດໍາ​ເນີນ​ການ ຢ່າງ​ໄວແລະ​ຢ່າງ​ຕັ້ງໜ້າ​ ເພື່ອແຫ້​ໄຂ​ສະພາວະເງິນ​ເຟີ້​ໃຫ້​
ໄດ້ ເສຍ​ກ່ອນ ເພື່ອ​ວ່າ​ພວກ​ທ່ານຈະ​ສາມາດດໍາ​ເນີນ​ການ​ຫັນ​ປ່ຽນ​ທີ່ສໍາຄັນ​ທີ່​ສຸດ
ໃນ​ຈີນ ຊຶ່ງ​ກໍ​ຄືການ​ກະ​ຕຸ້ນ​ການ​ອຸບປະ​ໂພ​ກບໍລິ​ໂພ​ກ​ຂອງເອກະ​ຊົນ​ນັ້ນ.”

ການ​ເຮັດ​ໃຫ້​ເສດ​ຖະກິດ​ຈີນມີຄວາມ​ສົມ​ດູ​ນຄືນ​ອີກນັ້ນ ​ແມ່ນ​ມີ​ຜົນສະທ້ອນລະຍະ​ຍາວ ໃນ
ການ​ເຮັດ​ໃຫ້​ການໄດ້ກໍາໄລການຄ້າຂອງຈີນ​ຫລຸດນ້ອຍລົງ ກັບ​ພວກພາຄີ​ການ​ຄ້າ​ ​ເຊັ່ນ
ສະຫະລັດນັ້ນ ​ແລະ​ໃນ​ທີ່​ສຸດ​ແລ້ວ ​ກໍ​ແມ່ນ​ຈະ ຊ່ວຍເຮັດໃຫ້ເສດຖະກິດ​ໂລກ​ ເກີດ​ຄວາມ​ສົມ​ ດູ​ນຄືນ​ໃໝ່​ນັ້ນ​ເອງ.

ສະພາວະ​ເງິນເຟີ້ ບໍ່​ແມ່ນ​ແຕ່​ເປັນ​ຕົວ​ການ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ສ່ຽງ​ຕ່າງໆ​ດ້ານ​ເສດຖະກິດເທົ່າ​
ນັ້ນ ​ແຕ່​ຍັງ​ພາ​ໃຫ້ເກີດຄວາມສ່ຽງທາງການ​ເມືອງ​ໄດ້ເຊ່ນກັນຢູ່​ໃນ​ປະເທດຈີນນັ້ນ. ການຖີບ​
ຕົວ​ສູງ​ຂື້ນ​ຢ່າງ​ໄວ ໃນລາຄາ​ສິນຄ້າ​ຫລັກ​ຕ່າງໆ​ ​ເຊັ່ນ​ອາຫານ​ແລະ​ບ້ານເຮືອນນັ້ນ ອາດ​ພ
ໃຫ້ມີການ​ປະ​ທ້ວງ​ຈາກປະຊາຊົນ​ໄດ້. ບັນດາ​ນັກຊ່ຽວຊານ​ການ​ເມືອງຂອງ​ຈີນ​ກ່າວ​ວ່າ ພັກ
ຄອມ​ມີ​ວນີສທີ່​ປົກຄອງປະ​ເທດ​ຢູ່​ໃນ​ເວລາ​ນີ້ ​ແມ່ນ​ຕັ້ງໜ້າ​ຢ່າງ​ຈິງ​ຈັງ​ເພື່ອ​ເຮັດໃຫ້​ແນ່​ໃຈ​ວ່າ ​ເລຶ່ອງນີ້​ມັນຈະ​ບໍ່​ເກີດ​ຂື້ນ​ໄດ້.

ແຕ່​ການປະຕິບັດ​ການ​ແບບ​ໜັກໜ່ວງ​ຫລາຍ​ເກີນ​ໄປ​ ໃນການ​ຕໍ່ສູ້​ກັບ​ສະພາວະ​ເງິນ​ເຟີ້​ນັ້ນ
ກໍອາດ​ສາມາດ​ເຮັດໃຫ້ການ​ເຕີບ​ໂຕ​ທາງ​ເສດຖະກິດ​ຊັກ​ຊ້າ ລົງໄດ້ຢ່າງໃຫຍ່ ພ້ອມ​ກັບ​ພາ​
ໃຫ້ເກີດ​ອັດຕາ​ການ​ຫວ່າງ​ງານ​ທີ່​ສູງ​ຂື້ນ ບວກ​ກັບ​ບັນຫາ​ທາງ​ການ​ເມືອງ ​ຕາມ​ມາ.

ພ້ອມກັບ​ການ​ທີ່​ລັດຖະບານ​ໄດ້ຮັດເຄ່ງຈໍານວນ​ເງິນ​ກູ້​ຢືມ​ນັ້ນ ກໍ​ຄາດກັນ​ວ່າເສດຖະກິດ​ຂອງ
ຈີນ​ຈະ​ຊັກ​ຊ້າລົງ​ໃນ​ປີ 2011 ​ນີ້ ແລະນັ້ນກໍແມ່ນຈະສົ່ງຜົນກະທົບເຊັ່ນ​ດຽວ​ກັນຕໍ່ພວກ​ເສດ
ຖະກິດ​ທັງຫລາຍ​ທີ່​ທໍາ​ການ​ຄ້າຂາຍ​ກັບ​ຈີນ. ​ເມື່ອ​ວັນ​ຈັນຜ່ານ​ມາ​ນີ້ ຜູ້​ວ່າ​ທະ​ນາຄານ​ກາງ
ຂອງເກົາຫລີ​ໃຕ້​ກ່າວ​ວ່າ ທ່ານ​ກໍ​ກໍາລັງ​ສິ້ງຊອມເບິ່ງ​ສະພາວະ​ເງິນ​ເຟີ້​ຂອງ​ຈີນ​ຢູ່​ໃນ​ເວລາ​ນີ້ ​
ແລະຜົນ​ກະທົບ​ທີ່​ອາດຈະ​ເກີດຂື້ນ​ ໃນ​ປະ​ເທດ​ຂອງ​ທ່ານ​.

XS
SM
MD
LG