ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

​ໄພເງິນ​ເຟີ້ ໃນຈີນ


ຄ່າເຂົ້າປາອາຫານແລະຄ່າຄອງຊີບທີ່ຖີບຕົວຂຶ້ນສູງໃນຈີນ
ຄ່າເຂົ້າປາອາຫານແລະຄ່າຄອງຊີບທີ່ຖີບຕົວຂຶ້ນສູງໃນຈີນ

ລາຄາ​ສິນຄ້າຂອງ​ຈີນ​ໄດ້​ຖີບ​ຕົວ​​ຂຶ້ນສູ່ລະດັບສູງ​ສຸດໃນ​ຮອບ​ກ່ວາສອງ​ປີ​​ ​ຂະນະ​ທີ່​​ເຈົ້າ​ໜ້າ​ທີ່ ວາງ​ແຜນ​ແລະນະ​ໂຍບາຍ​ດ້ານການ​ເສດຖະກິດ​ຂອງ​ທາງ​ການຈີ​ນ ພົບ​ປະ​ປະຊຸມ​ກັນ​ເພື່ອ​ຫາ​ທາງ​ແກ້​ໄຂບັນຫາ​ຢູ່ນັ້ນ. ນັກ​ຂ່າວວີ​ໂອ​ເອ Heda Bayron ມີ​ລາຍ​ງານ​ຈາກຮົງ​ກົງ ດັ່ງ​ວັນນະ​ສອນ​ຈະ​ນຳ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ​ຕໍ່​ໄປ.

ກົມສະ​ຖິຕິຂອງ​ຈີນ​ຖະ​ແຫລງ​ວ່າ​ ລາຄາ​ເຂົ້າປາ​ອາຫານ​ທີ່ແພງຂຶ້ນ​ນັ້ນ​ໄດ້​ເຮັດໃຫ້​ລະດັບ​ເງິນ​ເຟີ້ຖີບ​ຕົວ​ສູງ​ຂຶ້ນ ຈາກ 4.4% ​ໃນ​ເດືອນ​ຕຸລາ​ ມາ​ເປັນ 5.1% ​ໃນ​ເດືອນ​ພະຈິກ​ຜ່ານ​ມາ​ນີ້.

ໂຕ​ເລກສະຖິຕິດັ່ງກ່າວ​ປາກົດ​ອອກ​ມາ​ໃນ​ຂະນະ​ທີ່ເຈົ້າ​ໜ້າ​ທີ່
ວາງ​ນະ​ໂຍບາຍ​ດ້ານ​ການເສດຖະກິດແຫ່ງ​ຊາດຂອງ​ຈີ​ນ
ພົບ​ປະປະຊຸມກັນ​ຢູ່​ນະຄອນຫລວງປັກ​ກິ່ງ ​ເພື່ອ​ປຶກສາ​ຫາລື
ກັນກ່ຽວ​ກັບ​ວ່າ​ຄວນ​ຈະດໍາ​ເນີນ​ການ​ແບບ​ໃດ ຈຶ່ງ​ຈະ​ແກ້​ໄຂ
ບັນຫານີ້ ​ໄດ້​ດີ​ທີ່​ສຸດ.

ພວກ​ບໍ​ລິ​ໂພ​ກຊາວ​ຈີນນັ້ນ​ ແມ່ນ​ໄດ້​ພາກັນຈົ່ມ​ວ່າ​ ກ່ຽວ​ກັບ​ລາຄາເຂົ້າປາ​ອາຫານ​ທີ່ແພງຂຶ້ນ ຊຶ່ງຮວມໄປ​ເຖິງພວກ​ຜັກໝີ່​ບາງ​ຊະນິດ​ນຳ​ ເຊັ່ນ ພວກ​ຂິງ​ແລະ​ຫົວ​ຜັກທຽມ ທີ່​ຖີບ​ຕົວ​ສູງ​ຂຶ້ນ​ໃນ​ເດືອນ​ແລ້ວ​ນີ້ ​ຫຼາຍ​ກວ່າ 60% ຈາກລາຄາ​ໃນ​ປີ​ກາຍນີ້. ທາງ​ການ​ຈີນ​ໄດ້​ຖິ້ມ​ໂທດ​ລາຄາ​ອາຫານ​ທີ່​ແພງ​ຂຶ້ນ​ນັ້ນ ໃສ່​ດິນ​ຟ້າ​ອາກາດ​ທີ່​ບໍ່​ດີ​ ພ້ອມ​ທັງ​ຄ່າ​ຢາຂ້າ​ແມງ​ໄມ້ ຄ່າ​ແຮງ​ງານ ແລະ ຄ່າ​ຂົນ​ສົ່ງ ທີ່​ແພງ​ຂຶ້ນ.

ນັກ​ເສດຖະສາດ ທ່ານ Stephen Roach ຈາກທະນາຄານ​ລົງທຶນ Morgan Stanley ສາຂາ Asia ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່ຈີນ​ຕ້ອງ​ໄດ້​ແກ້​ໄຂ​ບັນຫາ​ເລື່ອງເງິນ​ເຟີ້ນີ້ດ່ວນ ຊຶ່ງ​ທ່ານ Roach ກ່າວ​ວ່າ:

"ໃນ​ຖານະ​ເປັນ​ຫົນທາງ​ນຶ່ງເພື່ອ​ຍັບ​ຍັ້ງ​ລາຄາ​ສິນຄ້າ​ທີ່​ແພງ​ຂຶ້ນນັບ​ມື້​ນັ້ນ
ທາງ​ການຈີນ​ໄດ້​ພະຍາຍາມ​ລົດ​ຜ່ອນປະລິມານເງິນ​ ທີ່​ມີ​ໜຸນ​ໃຊ້​ຫລາຍ​ເກີນ​ໄປ​
ຢູ່​ໃນ​ລະບົບ​ການເງິນ​ຂອງ​ຕົນນັ້ນລົງ ຊຶ່ງ​ປະລິມານ​ເງິນ​ທີ່​ມີ​ໝຸນ​ໃຊ້​ໃນ​ເສດຖະ ກິດ​
ຫລາຍ​ເກີນ​ໄປ​ນັ້ນ ​ແມ່ນ​ເປັນ​ຜົນ​ສື​ບ​ເນື່ອງ​ມາ​ຈາກ​ການ​ປ່ອຍ​ເງິນ​ກູ້​ຈໍາ​ນວນ​ມະຫາ
ສານ ອອກໃຫ້​ຄົນ​ກູ້​ຢືມ​ໃນ​ປີ​ກາຍ​ນີ້ ແລະ​ອັດຕາ​ດອກ​ເບ້ຍທີ່ຕໍ່າ​ຢ່າງ​ຫລວງຫລາຍ
ນັ້ນ.​ ໃນ​ວັນ​ສຸກຜ່ານ​ມາ​ນີ້ ທະນາຄານ​ກາງຂອງ​ຈີນ​ໄດ້ມີ​ຄໍາ​ສັ່ງໃຫ້​ບັນດາ​ທະນາ
ຄານ​ທັງຫລາຍ ເກັບ​ເງິນ​ສໍ​າລອງຂອງ​ຕົນໄວ້​ໃຫ້​ຫຼາຍຂຶ້ນ ​ເພື່ອເປັນ​ການຈໍາກັດ
ການ​ປ່ອຍ​ເງິນ​ກູ້​ໃຫ້​ໜ້ອຍລົງ ຊຶ່ງນັບວ່າ​ເປັນ​ຄັ້ງ​ທີ່ 6 ​ແລ້ວ ທີ່​ໄດ້​ມີ​ຄໍາ​ສັ່ງ​ແບບ​
ນັ້ນອອກ​ມາໃນ​ປີ​ນີ້."


ນອກ​ນັ້ນ ຈີນ​ຍັງໄດ້ປັບ​ອັດຕາດອກ​ເບ້ຍໃຫ້ສູງ​ຂຶ້ນ​ເປັນ​ເທື່ອ​ທໍາ​ອິດ​ໃນ​ຮອບ​ເກືອບ 3 ປີ
ໃນເດືອນຕຸລາ​ນັ້ນ ​ແລະ​ບັນດານັກ​ເສດຖະສາດ​ຍັງ​ຄາດ​ວ່າ​ຈະ​ມີ​ການ​ປັບ​ອັດຕາ​ດອກ​ເບ້ຍ
ເພີ່ມຂຶ້ນ​ຕື່ມອີກ​ໃນ​ໄວໆ​ນີ້ ຊຶ່ງນີ້​ກໍເປັນ​ອີກວິທີ ທາງ​ນຶ່ງ ໃນການ​ຈໍາກັດ​ຈໍ​ານວນເງິນຕາ​
ທີ່ມີໝູນວຽນ​ຢູ່ໃນເສດຖະກິດນັ້ນລົງ.

ມີ​ຢ່າງ​ນ້ອຍ​ເມືອງ​ນຶ່ງ​ໃນ​ຈີນ​ ຄື​ເມືອງຄູນ​ມິ​ງ​ ທີ່ປະກາດ​ຫ້າມ​ຂຶ້ນ​ລາຄາ ໂດຍ​ວາງ​ຂີດ​ລາຄາ
ສູງ​ສຸດ​ໄວ້ ສໍາລັບສິນຄ້າ​ພື້ນຖານ​ທີ່​ຈໍາ​ເປັນຫລາຍ​ຢ່າງ ທີ່​ຈໍາໜ່າຍ​ຢູ່​ໃນພວກຮ້ານ​ຂາຍຍ່ອຍ​
ຕ່າງໆ ຊຶ່ງ​ຮວມທັງຮ້ານ Wal-Mart ນໍາ.

ໂດຍ​ລວມ​ແລ້ວ, ລາຄາ​ເຂົ້າປາ​ອາຫານ​ ​ແມ່ນ​ສູງ​ຂຶ້ນ 11.7% ​ໃນ​ເດືອນ​ແລ້ວ​ນີ້. ບໍລິສັດ​
ອາຫານ​ຈານ​ດ່ວນ​ຍັກ​ໃຫ່ຽ McDonald ຂອງ​ສະຫະລັດ ທີ່​ມີ​ສາຂາ​ຫຼາຍ​ກວ່າ 1,000
ແຫ່ງ​ໃນ​ປະ​ເທດ​ຈີນ​ນັ້ນ ກໍ​ໄດ້ຂຶ້ນ​ລາຄາອາຫານ​ຂອງ​ຕົນຮອດ 1 ຢວນ ຫຼື ປະມານ 15
ເຊັນ​ສະຫະລັດ ໃນ​ເດືອນ​ແລ້ວ​ນີ້.

XS
SM
MD
LG