ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຖິ້ມໂທດສະພາວະເງິນເຟີ້ ໃສ່ສະຫະລັດ


ຈີນກໍາລັງປະເຊີນກັບສະພາວະເງິນເຟີ້
ຈີນກໍາລັງປະເຊີນກັບສະພາວະເງິນເຟີ້

ພວກຜູ້ອຸບປະໂພກບໍລິໂພກຊາວຈີນ ທີ່ມີ​ຄວາມໂກດແຄ້ນບາງຄົນ ກໍາລັງພາກັນຖິ້ມໂທດ ໃສ່ນະໂຍບາຍການເງິນຂອງສະຫະລັດ ວ່າເປັນຕົວສ້າງໃຫ້ເກີດ ສະພາວະເງິນເຟີ້ຂຶ້ນໃນຈີນ. ການຖິ້ມໂທດໃສ່ຄັ້ງນີ້ແມ່ນ ຕິດຕາມມາຫລັງ​ຈາກ​ການຕັດສິນໃຈຂອງລັດຖະບານຈີນ ​ໃນ​ການກໍານົດຄວບຄຸມລາຄາສະບຽງອາຫານ ໃຫ້​ເງິນ​ຊ່ວຍ​ເຫລືອ​ເກືອ​ກຸນແກ່ພວກທີ່ຂັດ​ສົນ ແທ້ ແລະເພີ່ມສະບຽງນໍ້າມັນເຊື້ອໄຟ. ຜູ້ສື່ຂ່າວວີໂອເອ ນາຍ Peter Simpson ມີລາຍ ງານມາຈາກປັກກິ່ງ.

ພວກຫາເລາະຊື້ເຄຶ່ອງຕາມຮ້ານສັບພະສິນຄ້າທັງຫລາຍ
ໃນປັກກິ່ງ ພາກັນແກວ່ງຫົວສະແດງຄວາມບໍ່​ພໍ​ໃຈ ​ເວລາ
ພວກເຈົ້າຂອງຮ້ານຄ້າທັງຫລາຍປັບລາຄາສິນຄ້າຂຶ້ນ. ຢູ່
ທົ່ວປະເທດຈີນໃນເວລານີ້ ສະພາວະເງິນເຟີ້​ໄດ້​ເຮັ​ດ​ໃຫ້
ລາຄາສິນຄ້າຫລາຍຮ້ອຍຊະນິດຖີບຕົວສູງຂຶ່ນ ນັບຕັ້ງແຕ່
ກະທຽມ ເຄຶ່ອງຖ້ວຍຊາມ ໄປຈົນຮອດອາຫານຈານດ່ວນ ບິກແມ໊ກ ແລະນໍ້າມັນເຊື້ອໄຟ.

ການຖີບຕົວຂຶ້ນ 4.4 ເປີເຊັນຂອງດັດ​ຊະ​ນີລາຄາເຄຶ່ອງ
ອຸບປະໂພກບໍລິໂພກໃນເດືອນຜ່ານມານີ້ ໄດ້ສ້າງຄວາມ​
ເດືອດຮ້ອນ​ຢ່າງຮຸນແຮງ​ໃຫ້​ແກ່ຜູ້ຊື້ທັງຫລາຍ ເຊັ່ນ​ແມ່
ບ້ານຜູ້​ນີ້ ນາງ ຢູ ທີ່ເວົ້າວ່າ ລາຄາເຄຶ່ອງຂອງເຕັມນຶ່ງ
ກະຕ່າ ແມ່ນປາກົດວ່າແພງຂື້ນນັບມື້ ຊຶ່ງໄດ້ກະທົບກະ ເທືອນຕໍ່​ຄຸນ​ນະພາ​ບຂອງຊີວິດຄວາມເປັນຢູ່ຂອງນາງ.

ໃນ​ການສະ​ແດງ​ຄວາມ​ເຫັນ ທີ່​ສະທ້ອນ​ເຖິງການຕໍາໜິຕິຕຽນຂອງລັດຖະບານຈີນນັ້ນ ນາງຢູ ຖິ້ມໂທດໃສ່ສະຫະລັດ ວ່າ​ເປັນ​ຕົວ​ການຍ້ອນນະໂຍບາຍການເງິນສະຫະລັດ.

ລັດຖະບານປັກກິ່ງກ່າວວ່າ ການເຄຶ່ອນໄຫວຂອງສະຫະລັດເພື່ອທຸ່ມເງິນຈໍານວນ 600 ພັນ ລ້ານໂດລາເຂົ້າໃສ່ ເສດຖະກິດອາເມຣິກັນນັ້ນ ແມ່ນຈະສົ່ງຜົນ​ໃຫ້ເງິນສົດຈໍານວນມະຫາສານ ຫລັ່ງໄຫລເຂົ້າໄປໃນພວກປະເທດທີ່ ເສດຖະກິດກໍາລັງໂຜ່​ໂຕ​ຂຶ້ນ​ມາຢູ່ໃນເວລານີ້ ເຊັ່ນ ປະ​ເທດຈີນນັ້ນ ແລະ​ເປັນເຊື້ອໄຟຂັບ​ດັນ​ເງິນເຟີ້.

ທ່ານ ທິມ ຄອນ​ເດິນ ນັກເສດຖະສາດປະຈໍາບໍລິສັດປະກັນໄພ ເອໄອຈີ ກ່າວວ່າ ນາງຢູ ແລະລັດຖະບານຂອງນາງນັ້ນ ເວົ້າຖືກພຽງແຕ່ເຄິ່ງນຶ່ງເທົ່ານັ້ນ ​ໃນ​ການຖິ້ມໂທດໃສ່ສະຫະ ລັດສໍາລັບສະພາວະເງິນເຟິ້ນີ້.

ທ່ານ ທິມ ເວົ້າວ່າ ລາຄາອາຫານເຟິ້ແມ່ນເປັນປາກົດການດ້ານສະບຽງ ຫລື​ປະລິມານ ຫລາຍ​ກ່ວາ ຄື​ເມື່ອປະລິມານ​ມີ​ບໍ່​ພໍ​ກັບ​ຄວາມ​ຕ້ອງການ ລາຄາ​ອາຫານ​ກໍ​ຍ່ອມ​ຈະ​ແພງ​ຂຶ້ນ ແລະວ່າ ໃນບໍ່ຊ້າລາຄາ​ອາຫານກໍຈະ​ເຂົ້າສູ່ສະພາບທຸ່ນ​ທ່ຽງ​ເອງ. ທ່ານ ທິມ ກ່າວຕໍ່ໄປວ່າ:

"ເບິ່ງຄືວ່າ ມັກຈະມີບັນຫາເລຶ່ອງສະບຽງອາຫານເກີດຂຶ້ນຢູ່ເລື້ອຍໆ ຍ້ອນຝົນຕົກ
ບໍ່ພຽງພໍແດ່ ຫລືຝົນຕົກຫລາຍເກີນໄປແດ່ ຫລື​ໄພ​ແຫ້ງ​ແລ້ງ​ຍ້ອນ​ມີ​ແສງຕາ​ເວັນ​
ຫລາຍ​ເກີນ​ໄປ ຫລືສິ່ງໃດສິ່ງນຶ່ງ. ແຕ່ການກະທົບກະເທືອນເຫລົ່ານັ້ນ ແມ່ນ​ເປັນ​
ເລື້ອງ​ຊົ່ວຄາວ​ເທົ່ານັ້ນ ແລະສະບຽງຫລື​ປະລິມານ​ອາຫານກໍ​ຈະ​ກັບຄືນມາມີ​ຫລາຍ
ຄື​ເກົ່າ ແລະລາຄາກໍຈະຕໍ່າລົງ. ຂ້າພະເຈົ້າບໍ່ຄິດວ່າພວກອຸບປະໂພກບໍລິໂພກຊາວ
ຈີນທັງຫລາຍ ຈະໄດ້ເຫັນລາຄາ​ແຮມ​ເບີ​ເກີ ບິກແມກ ​ແພງ​ຂຶ້ນ​ຮອດນຶ່ງຢວນ
ຕະຫລອດ​ໄປ. ຂ້າພະເຈົ້າ ຄິດວ່າມັນຈະເປັນການປັບລາຄາທີ່ຜິດ​ປົກ​ກະຕິ​ໄປ
ເວລາ​ນຶ່ງ​ເວລາ​ດຽວ ແລ້ວລາຄາກໍຈະຄົງຕົວຄືນອີກ."

ໃນປີນີ້ ກ່ອນໜ້ານີ້ ຈີນແມ່ນໄດ້ຮັບຄວາມເດືອດຮ້ອນຈາກໄພນໍ້າຖ້ວມ​ໃນລະດູແລ້ງຢ່າງໜັກ
ໜ່ວງ ແລະອາກາດ​ໜາວທີ່​ມາ​ຮອດ​ແຕ່​ຫົວທີ ກ່ອນເລີ່ມເຂົ້າສູ່ລະດູໜາວນັ້ນ ກໍໄດ້ສ້າງຜົນ
ກະທົບແກ່ຜົນລະປູກນໍາອີກ.

ແຕ່​ເຖິງ​ຢ່າງ​ໃດ ລັດຖະບານຈີນກໍຍັງຄົງມີຄວາມເປັນຫ່ວງໃນເລຶ່ອງລາຄາຖີບຕົວສູງຂຶ້ນນັ້ນຢູ່ ຊຶ່ງເປັນເລຶ່ອງໄວຕໍ່ ຄວາມຮູ້ສຶກດ້ານການເມືອງໃນປະເທດນີ້ ຊຶ່ງລາຍໄດ້ຂອງຄອບຄົວ ໃນ
ສັດສ່ວນທີ່ໃຫຍ່ ແມ່ນ​ໃຊ້​ຈ່າຍເພື່ອຊຶ້ອາຫານການກິນນັ້ນ.

ເພື່ອຄວບຄຸມຄ່າໃຊ້ຈ່າຍ ຄະນະລັດຖະບານຈີນໄດ້ອອກປະກາດເມື່ອ ຕອນບ່າຍຂອງວັນພຸດ ອາທິດ​ແລ້ວນີ້ວ່າ ລັດຖະບານຈະຄວບຄຸມລາຄາຈຳພວກອາຫານຫລັກ ພ້ອມກັບໃຫ້ເງິນ ສົງເຄາະດ້ານສະບຽງອາຫານ ສໍາລັບພວກ ຄົນທຸກຈົນ ແລະເພີ່ມສະບຽງນໍ້າມັນເຊື້ອໄຟຂຶ້ນ. ຈີນຫວັງວ່າ ການເຂົ້າ​ແຊກ​ແຊງຂອງລັດຖະບານຄັ້ງນີ້ ຈະຊ່ວຍຮັກສາລາຄາ​ເຄື່ອງອຸບປະ ໂພກບໍລິໂພກ ບໍ່ໃຫ້ຖີບຕົວສູງຂຶ້ນຢ່າງວ່ອງໄວ​ເກີ​ນ​ໄປ.

ສິນຄ້າຈໍາພວກອາຫານ​ປະ​ເພດເມັດ ນໍ້າມັນ ນໍ້າຕານ ແລະຝ້າຍ ​ແມ່ນເປັນຕະຫລາດທີ່ ລັດຖະບານຢາກໃຫ້ມີ​ຄວາມທຸ່ນທ່ຽງ.

ພວກເຈົ້າໜ້າທີ່ຈີນກ່າວວ່າ ພວກເຂົາເຈົ້າຈະສືບຕໍ່ກວາດລ້າງຜູ້ສົງໃສຂຶ້ນລາຄາສິນຄ້າ ແລະຈະລົງໂທດຜູ້ໃດທີ່ຖືກພົບເຫັນວ່າ ກັກຕຸນສິນຄ້າ ແລະຂຶ້ນລາຄາສິນຄ້າຕ່າງໆຢ່າງບໍ່ ຖືກຕ້ອງຕາມກົດໝາຍ.

ແຕ່ພວກນັກເສດຖະສາດຫລາຍຄົນຄິດວ່າ ລັດຖະບານກໍາລັງປະເຊີນກັບສະຖານະ​ການ​ຫຍຸ້ງຍາກ ​ແບບ​ໜີ​ເສືອ​ໄປ​ພໍ້​ແຂ້ ຄືຖ້າຫາກວ່າລັດຖະບານ​ທໍາ​ການປາບປາມເງິນເຟີ້ຢ່າງຕັ້ງ ໜ້າທີ່ສຸດນັ້ນ ມັນອາດສາມາດທໍາລາຍຄວາມພະຍາຍາມ ທີ່ຈະຍົກ​ລະດັບລາຍໄດ້​ໃນ​ເຂດ​ຊົນນະບົດ ແລະປັບປ່ຽນເສດຖະກິດໄປສູ່ ການອຸບປະໂພກບໍລິໂພກພາຍໃນປະເທດຫລາຍ ຂຶ້ນ ແລະໜີຫ່າງຈາກການກາງຕໍ່ອາໃສສິນຄ້າສົ່ງອອກ.

ລາຄາອາຫານທີ່ຖີບຕົວສູງຂຶ້ນຢ່າງໄວວາ ​ເຄີຍ​ໄດ້ພາໃຫ້ຊາວຈີນຫລາຍຄົນພາກັນເຂົ້າໄປ ປະກອບສ່ວນໃນການເດີນຂະບວນປະທ້ວງທີ່ຈະຕຸລັດ ທຽນອັນເໝິນ ເມື່ອຄັ້ງປີ 1989 ນັ້ນ ຊຶ່ງ​ໄດ້ຍຸຕິລົງດ້ວຍການນອງເລືອດ ເວລາລັດຖະບານສົ່ງທະຫານແລະລົດຖັງ ເຂົ້າໄປ ປາບປາມ.

XS
SM
MD
LG