ລັດຖະມົນຕີຕ່າງປະເທດ ຈີນ ແລະອິນເດຍ ໄດ້ສົນທະນາ
ເພື່ອຊອກຫາສ່ອງທາງ ລຸດຜ່ອນຄວາມເຄັ່ງຕືງຂອງຊາຍ
ແດນ ແລະການພົວພັນທາງດ້ານເສດຖະກິດໃຫ້ດີຂຶ້ນ.
ລັດຖະມົນຕີ ຕ່າງປະເທດ ຈີນ ທ່ານ Wang Yi ແລະຄູ່ຕຳ
ແໜ່ງ ທ່ານ Sushma Swaraj ໄດ້ພົບປະກັນຫລາຍກວ່າ
ສາມຊົ່ວໂມງ ໃນວັນອາທິດວານນີ້ທີ່ ນະຄອນຫຼວງ New
Delhi.
ບັນດາເຈົ້າໜ້າທີ່ ອິນເດຍ ກ່າວວ່າ ທັງສອງປະເທດ ເຫັນ
ດີວ່າ ມີໂອກາດອັນໃຫຍ່ຫລວງ ໃນສາຍສຳພັນທາງດ້ານ
ເສດຖະກິດຂອງເຂົາເຈົ້າ.
ມັນເປັນການພົບປະລະດັບສູງເທຶ່ອທຳອິດ ລະຫວ່າງສອງປະເທດ ນັບແຕ່ນາຍົກລັດຖະ
ມົນຕີອິນເດຍ ທ່ານ Narendra Modi ໄດ້ຂຶ້ນກຳອຳນາດໃນເດືອນແລ້ວນີ້ເປັນຕົ້ນມາ.
ທ່ານ Wang ຄາດວ່າຈະໄດ້ພົບປະກັບ ທ່ານ Modi ກ່ອນອອກເດີນທາງໃນວັນອັງຄານ
ມື້ອຶ່ນນີ້.
ໂຄສົກກະຊ່ວງການຕ່າງປະເທດ ອິນເດຍຄົນນຶ່ງ ກ່າວວ່າ ເວທີ່ໄດ້ຈັດໄວ້ແລ້ວ ເພື່ອການ
ພົບປະກັນຫລາຍຄັ້ງ ໃນລະດັບສູງລະຫວ່າງສອງປະເທດໃນປີນີ້.
ອັນນຶ່ງນັ້ນກໍແມ່ນການຢ້ຽມຢາມ ອິນເດຍ ຂອງ ປະທານປະເທດຈີນ.