ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວທິເບດ ປະທ້ວງ ການຢ້ຽມຢາມອິນເດຍ ຂອງ ນັກການທູດຈີນ


ພວກຊາວທິເບດພັດຖິ່ນ ປະທ້ວງ ຕໍ່ໜ້າສະຖານທູດຈີນ ໃນນະຄອນຫຼວງນີວເດລີ
ພວກຊາວທິເບດພັດຖິ່ນ ປະທ້ວງ ຕໍ່ໜ້າສະຖານທູດຈີນ ໃນນະຄອນຫຼວງນີວເດລີ

ຕໍາຫຼວດອິນ​ເດຍ​ໄດ້​ລາກ​ແກ່​ຊາວ​ທິ​ເບດ​ພັດ​ຖິ່ນ​ຈຸ​ນຶ່ງ ທີ່​ໄດ້ເດີນ​ຂະ​ບວນປະທ້ວງ ​ເມື່ອ​ວັນ
ພະຫັດ​ມື້​ນີ້​ທີ່​ນະຄອນຫຼວງນີວ​ເດລີ ນອກຕຶກ​ກອງ​ປະຊຸມ​ລະຫວ່າງ​ທ່ານ Yang Jiechi
ລັດຖະມົນຕີ​ຕ່າງປະ​ເທດ​ຈີນ​ ແລະ​ຄູ່​ຕໍາແໜ່​ງຝ່າຍອິນ​ເດຍຂອງ​ທ່ານ.

ພວກ​ປະ​ທ້ວງ​ໄດ້​ທວງ​ໃຫ້​ຈີນ​ຖອນ​ອອກ​ໄປ​ຈາກ​ເຂດ​ພູຫິມະໄລທີ່ເປັນຂໍ້​ຂັດ​ແຍ້​ງກັນບ່ອນ
ທີ່​ອິນ​ເດຍ​ໄດ້​ສະໜັບສະໜຸນການ​ອ້າງ​ເອົາ​ເຂດ​ແດນ​ດັ່ງກ່າວ ດ້ວຍການ​ສົ່ງທະຫານເຂົ້າ​
ໄປປະ​ຈໍາ​ການ ເປັນ​ເວລາ​ຫຼາຍກວ່າ​ຫ້າ​ສິບ​ປີມາ​ແລ້ວ. ພະສົງ ​ແລະແມ່​ຊີ​ຫຼາຍກວ່າ 20
ອົງ ໄດ້​ຈູດ​ເຜົາ​ຕົນ​ເອງ​ໃນ​ໄລຍະ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ ​ເພື່ອ​ປະ​ທ້ວງ​ການ​ປົກຄອງ​ທີ່​ກົດ​
ຂີ່​ຂອງ​ລັດຖະບານ​ຈີນ ​ແລະ​ຮຽກຮ້ອງ​ໃຫ້​ອົງອາ​ໄລ ລາ​ມະ ກັບ​ຄືນ​ສູ່​ທິ​ເບ​ດ.

ອົງ​ດາ​ໄລ ລາມະ ຜູ້​ນໍາທາງ​ຈິດ​ໃຈ​ຊາວ​ທິ​ເບ​ດໄດ້​ພໍານັກ​ຢູ່ທີ່ເມືອງທໍາ​ມະສາລາ ປະ​ເທດ​ອິນ
ເດຍມາ ນັບ​ຕັ້ງ​ແຕ່​ໄດ້​ຫຼົບໜີ​ອອກ​ຈາກ​ປະ​ເທດ​ບ້ານ​ເກີດ​ເມືອງ​ນອນ ຫຼັງການ​ລຸກ​ຮື​ຂຶ້ນທີ່​
ລົ້ມ​ແຫຼວ​ເພື່ອ​ຕໍ່ຕ້ານ​ການ​ປົກຄອງ​ຈີນ ​ເມື່ອ​ປີ 1959. ການ​ພໍານັກ​ຢູ່​ໃນ​ອິນ​ເດຍຂອງ​ພະ
ອົງ ​ແມ່ນ​ສ້າງ​ຄວາ​ມໂກດ​ແຄ້ນ​ແກ່​ລັດຖະບານ​ຈີ​ນທີ່​ສຸດ ຊຶ່ງ​ນອກ​ນັ້ນ​ຈີນ​ຍັງມີ​ທ່າ​ທີ​ຂັດ​ແຍ້​ງ
ກັນ​ກັບ​ນີວ​ເດລີຕະຫຼອດມາ ກ່ຽວກັບ​ເຂດ Arunachal Pradesh ທີ່​ຢູ່​ກໍ້າຕາ​ເວັນ​ອອກ
ສຽງ​ເໜືອ​ຂອງ​ອິນ​ເດຍ ທີ່​ຈີນ​ອ້າງ​ວ່າ​ເປັນ​ອານາ​ເຂດ​ຂອງຕົນ​ນັ້ນ.

ຈີນ​ໂມ​ໂຫ​ໃຫ້​ແກ່​ການ​ຢ້ຽມ​ຂົງ​ເຂດ​ດັ່ງກ່າວ​ເມື່ອ​ໝໍ່ໆ​ມາ​ນີ້ ຂອງ​ທ່ານ A.K. Antony ລັດຖະ
ມົນຕີ​ປ້ອງ​ກັນ​ປະ​ເທດ​ອິນ​ເດຍ.

ທ່ານ Yang Jiechi ຢ້ຽມຢາມ​ກຸງ​ນິວ​ເດ​ລີເພື່ອ​ເຈລະຈາ​ກັບ​ທ່ານ S.M. Krishna ລັດຖະ
ມົນຕີ​ກິດຈະການ​ພາຍ​ນອກ​ຂອງ​ອິນ​ເດຍ. ຜູ້​ຕາງໜ້າທັງ​ສອງ​ຝ່າຍ ​ຈະ​ປຶກສາ​ຫາລື​ກັນ
ເຖິງ​ກອງ​ປະຊຸມ​ສຸດ​ຍອດຂອງ​ກຸ່ມປະ​ເທດ BRICS ​ໃນ​ທ້າຍ​ເດືອນ​ນີ້​ທີ່​ນະຄອນຫຼວງນີວ
ເດລີ ທີ່​ຈະ​ໂຮມ​ເອົາພວກ​ປະ​ເທດ​ເສດຖະກິດ​ທີ່​ກໍາ​ລັງ​ຈະ​ເຣີນທັງຫຼາຍ​ເຂົ້າຮ່ວມ​ນໍາ ​ເຊັ່ນ
ບຣາຊິ​ລ ຣັດ​ເຊຍ ອິນ​ເດຍ ຈີນ ​ແລະ​ອາ​ຟຣິກາ​ໃຕ້ນັ້ນ.

XS
SM
MD
LG