ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນ ແລະອິນເດຍ ຕົກລົງ ຈະຮ່ວມມື ຕາມຊາຍແດນ ໃນເຂດ ພູຫິມະໄລ (ວີດີໂອ)


ນາຍົກລັດຖະມົນຕີຈີນ ທ່ານ Li Keqiang​ (ຂວາ) ແລະນາຍົກລັດຖະມົນຕີ ອິນເດຍ (ຊ້າຍ) ທ່ານ Manmohan Singh ​
ນາຍົກລັດຖະມົນຕີຈີນ ທ່ານ Li Keqiang​ (ຂວາ) ແລະນາຍົກລັດຖະມົນຕີ ອິນເດຍ (ຊ້າຍ) ທ່ານ Manmohan Singh ​
ຈີນແລະ​ອິນ​ເດຍ ຊຶ່ງ​ເປັນ​ຄູ່​ແຂ່ງ​ຢູ່​ໃນ​ຂົງ​ເຂດ​ມາ​ເປັນ​ເວລາ​ດົນ​
ນານ ​ໄດ້​ຕົກລົງ​ກັນ​ ທີ່​ຈະ​ເສີມ​ຂະຫຍາຍ​ການຮ່ວມ​ມື ໃນ​ດ້ານ​
ປ້ອງ​ກັນປະ​ເທດ ຢູ່​ຕາມ​ຊາຍ​ແດນ ທີ່​ຍັງ​ມີ​ການ​ຂັດ​ແຍ້​ງ ແລະ
​ບາງ​ຄັ້ງ​ບາງ​ຄາວ​ກໍ​ເກີດ​ຄວາມ​ເຄັ່ງ​ຕຶງ ​ໃນ​ເຂດ​ພູຫິມະ​ໄລ.

ຂໍ້ຕົກລົງ​ເພື່ອ​ເສີມ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດັ່ງກ່າວ ​ໄດ້​ເຊັນ
ກັນ​ໃນ​ວັນ​ພຸດ​ມື້​ນີ້ ​ທີ່​ກຸງ​ປັກ​ກິ່ງ ຫລັງ​ຈາກ​ການ​ພົບ​ປະ​ກັນ ລະ
ຫວ່າງນາຍົກລັດຖະມົນຕີອິນ​ເດຍທ່ານ Manmohan Singh ​ແລະນາຍົກລັດຖະມົນຕີຈີນ ທ່ານ Li Keqiang​.

ນາຍົກລັດຖະມົນຕີ Singh ກ່າວວ່າ ການ​ຮ່ວມ​ມືດ້ານ​ປ້ອງ​ກັນ
​ປະ​ເທດຈະ​ຊ່ວຍ ​ຄໍ້າປະກັນ ບໍ່​ໃຫ້​ຄວາມສໍາພັນລະຫວ່າງອິນ​ເດຍກັບຈີນ ​ມີ​ຄວາ​ມ​ຕຶງ​ຄຽດ​ເພີ້ມຕື່ມ ຈາກ​ບັນຫາ​ຂັດ​ແຍ້​ງທີ່​ມີມາເປັນ​ເວລາ​ຫຼາຍ​ທົດ​ສະ​ວັດຊຶ່ງ​ໄດ້​ລະ​ເບີດ​ຂື້ນ​ໃນ​ເດືອນ​ ເມ​ສາຜ່ານ​ມານີ້.

​ໃນ​ເດືອນ​ເມສາ ອິນ​ເດຍ​ໄດ້​ກ່າວ​ຫາ​ທະຫານຈີນວ່າ ​ໄດ້ຕັ້ງ​ຄ້າຍ​ຢ່າງ​ໜ້ອຍ 10 ກິ​ໂລ​ແມັດເລິກ​ເຂົ້າ​ໄປໃນ​ດິນແດນ ທີ່​ອ້າງ​ກຳມະສິດ​ໂດຍອິນ​ເດຍ. ຈີນ​ໄດ້​ປະ​ຕິ​ເສດ​ວ່າ ກອງ​ທະຫານ​ຂອງ​ຕົນ ບໍ່​ໄດ້​ຂ້າມ​ເຂົ້າ​ໄປ ​ໃນ​ດິນ​ແດນ​ຂອງອິນ​ເດຍ.

china india
please wait
Embed

No media source currently available

0:00 0:00:48 0:00
XS
SM
MD
LG