ບັນດາຜູ້ນຳສູງສຸດຂອງອິນເດຍແລະຈີນ ກ່າວວ່າ ພວກເຂົາເຈົ້າ
ມີຄວາມໝັ້ນໝາຍໃນການແກ້ໄຂບັນຫາຂັດແຍ້ງດ້ານຊາຍແດນ
ກັນຢ່າງສັນຕິ ເຖິງແມ່ນໃນຂະນະທີ່ພວກທະຫານຈີນແລະອິນ
ເດຍສືບຕໍ່ປະເຊີນໜ້າກັນ ໃນເຂດຊາຍແດນເລາະຕາມພູຫິມະ
ໄລໃນວັນພະຫັດມື້ນີ້ກໍຕາມ.
ປະທານປະເທດຈີນ ທ່ານສີ ຊິນປິງ ຊຶ່ງເວລານີ້ກຳລັງທຳການເຄື່ອນໄຫວຢ້ຽມຢາມອິນເດຍຢ່າງເປັນທາງການເປັນເວລາ 3 ມື້ ກ່າວວ່າປັກກິ່ງຫວັງວ່າ “ຈະແກ້ໄຂບັນດາຊາຍແດນກັນໃນເວລາອັນໄວ” ແຕ່ ຮອດເວລານັ້ນ ທ່ານກ່າວວ່າ ຈີນຈະດຳເນີນງານ ເພື່ອ “ຮັກສາສັນຕິ ພາບແລະຄວາມງຽບສະຫງົບ.”
ຄວາມເຫັນຂອງທ່ານ Xi Jinping ມີຂຶ້ນຫຼັງຈາກການພັບປະກັນກັບນາຍົກລັດຖະມົນຕີ Narendra Modi ທີ່ New Delhi ທີ່ຢືນຢັດວ່າ ບັນຫາຂັດແຍ້ງກັນນີ້ຈະຕ້ອງໄດ້ຮັບການແກ້ໄຂ “ ໃນໄວໆນີ້”. ທ່ານໂມດີ ກ່າວວ່າ ສັນຕິພາບຢູ່ຕາມຊາຍແດນ “ເປັນພື້ນຖານແຫ່ງຄວາມສຳພັນລະຫວ່າງສອງປະເທດ.”
ນີວເດລີກ່າວຫາວ່າ ພວກທະຫານຈີນຫຼາຍຮ້ອຍຄົນໄດ້ເຂົ້າໄປໃນເຂດແດນຂອງອິນເດຍຢ່າງຜິດກົດໝາຍທີ່ແຄວ້ນ Ladakh ທີ່ເປັນບັນຫາຂັດແຍ້ງກັນນັ້ນ. ການພົບປະ
ກັນໃນແລງວັນພຸດວານນີ້ ລະຫວ່າງສອງຝ່າຍ ບໍ່ໄດ້ປະສົບຜົນສຳເລັດ ເພື່ອແກ້ໄຂການ
ປະເຊີນໜ້າກັນນັ້ນ.
ບັນຫາຂັດແຍ້ງເລື້ອງເຂດນ້ຳແດນດິນກັນມາເປັນເວລາດົນນານ ເປັນໄພຂົ່ມຂູ່ທີ່ຈະບົດ
ບັງການຢ້ຽມຢາມຂອງທ່ານ Xi Jinping ທີ່ຄາດກັນໄວ້ກ່ອນວ່າ ຈະເພ່ງເລັງໃສ່ການຂະຫຍາຍສາຍພົວພັນດ້ານເສດຖະກິດ ລະຫວ່າງສອງມະຫາອຳນາດໃຫຍ່ ໃນເອເຊຍນັ້ນ.