ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈີນ ກີດກັ້ນ ເວັບໄຊ້ທ໌ ຂອງ ນສພ New York Times


ທ່ານ Wen Jiabao ນາຍົກລັດຖະມົນຕີຈີນ
ທ່ານ Wen Jiabao ນາຍົກລັດຖະມົນຕີຈີນ
ບັນດາ​ນັກ​ກວດກາຂອງລັດຖະບານ​ຈີນໄດ້​ເຄື່ອນ​ໄຫວຢ່າງ​
ວ່ອງໄວ ​ເພື່ອ​ກັນເວັ​ບ​ໄຊ້ທ໌ ​ຂອງໜັງສືພິມ New York Times
ໃນ​ວັນ​ສຸກ​ມື້​ນີ້ ຫລັງ​ຈາກ​ທີ່ເຂົາ​ເຈົ້າໄດ້​ເຜີຍແຜ່ລາຍງານຂ່າວ
ທີ່ດຶງດູດຄວາມສົນໃຈຂອງຜູ້ອ່ານຢ່າງແຜ່ຫລາຍ ທີ່​ກ່າວ​ເຖິງ
ຢ່າງ​ລະ​ອຽດ ກ່ຽວ​ກັບຄວາມ​ຮັ່ງມີ​ອັນໃຫຍ່​ຫລວງ ທີ່​ຄອບຄົວ​
ຂອງ ນາຍົກລັດຖະມົນຕີ Wen Jiabao ໄດ້​ສະ​ສົ​ມໄວ້​.

ລາຍ​ງານ​ຂົ່ມຂູ່ ທີ່ຈະ​ທໍາລາຍພາບ​ພົດ​ຂອງ​ທ່ານ Wen ຕໍ່ສາທາລະນະຊົນ. ທ່ານ Wen ​ເຄີຍ​ເປັນ​ທີ່ຮູ້​ກັນ​ວ່າ ​ເປັນ​ບຸກຄົນ​ຜູ້ເຫັນອົກ​ເຫັນ​ໃຈ ​ເປັນ​ຜູ້ນຳ​ການປະຕິ​ຮູບ ທີ່​ມີ​ພື້ນຖານ ຕໍ່າຕ້ອຍ.

ໜັງສືພິມ New York Times ກ່າວ​ວ່າ ການ​ກວດກາ​ຂອງ ບໍລິສັດ ​ແລະ​ບັນທຶກ​ກົດ​ລະບຽບ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຍາດ​ຕິ​ພີ່ນ້ອງ​ຂອງ ນາຍົກລັດຖະມົນ​ຕີ ​ເປັນ​ຜູ້​ຄວບ​ຄຸ​ມຊັບ​ສົມບັດ ຢ່າງ​ໜ້ອຍ 2 ພັນ 7 ຮ້ອຍ​ລ້ານ​ໂດ​ລາ.

ພຽງ​ແຕ່​ບໍ່​ເທົ່າ​ໄດ​ຊົ່ວ​ໂມງ​ທີ່ຂ່າວ​ໄດ້​ເຜີຍແຜ່​ອອກ​ໄປ ການ​ຊອກ​ຂ່າວຢູ່ໃນເວັບ​ໄຊ​ທ໌ ​ທີ່​ຂຽນ​ເປັນ​ພາສາ​ອັງກິດ ​ແລະ​ພາສາ​ຈີນ​ ກໍໄດ້​ຖືກ​ກີດ​ກັ້ນຢູ່ທົ່ວປະ​ເທດ​ຈີນ. ນອກ​ນີ້ພວກ​ກວດກາ​ຍັງໄດ້​ຮີບ​ຟ້າວລຶບຊ່ື​ຂອງ ນາຍົກ​ລັດຖະມົນ​ຕີແລະ​ຄອບຄົວ​ຂອງ​ທ່ານ ອອກ​ຈາກ microblog ຂອງຈີນ ກ່ຽວກັບທ່ານ Weibo ​ທີ່​ຄ້າຍໆ​ຄື​ກັນ​ກັບ ​Twitter ໃນ​ຂະນະ​ທີ່ ​ສື່​ສັງຄົມພາສາຈີນຂອງໜັງ​ສີ​ພິມ New York Times ກໍ​ໄດ້​ຖືກ​ລຶບ​ອອກ​ເຊ່ນດຽວ​ກັນ.

​ໂຄສົກ​ຂອງ​ໜັງສືພິມ ​ນາງ Eileen Murphy ​ໄດ້​ສະ​ແດງ​ຄວາມ​ຜິດ​ຫວັງ ​ແລະ​ກ່າວ​ວ່າ ​ນາງ​ ຫວັງ​ວ່າການ​ນໍາ​ເອົາ​ຂ່າວ​ທັງ​ໝົດ ຄືນ​ມາອອກ​ອີກ​ນັ້ນ ຈະ​ເກີດ​ຂື້ນ​ໃນ​ບໍ່​ຊ້າ​ນີ້. ​ແຕ່​ ​ນາງກໍກ່າວວ່າ ໜັງສື​ພິມ New York Times ແມ່ນບໍ່ຍອມເດັດຂາດ ທີ່ຈະ​ບ່ອນທໍາລາຍ ​ມາດຕະຖານຂອງ​ການ​ອອກ​ຂ່າວ.

ກ່ຽວຂ້ອງກັນ

XS
SM
MD
LG