ສື່ຂ່າວທີ່ຂຶ້ນກັບລັດຖະບານແຫ່ງນຶ່ງ ກ່າວວ່າ ສານຈີນຫຼາຍໆ
ແຫ່ງຢູ່ແຂວງ ຊິນຈຽງ ທາງພາກຕາເວັນຕົກສຸດຂອງປະເທດ
ໄດ້ຕັດສິນຈຳຄຸກ 113 ຄົນ ໃນອາທິດແລ້ວນີ້ ໃນຂໍ້ຫາກໍ່ການ
ຮ້າຍ ຫຼືຂໍ້ກ່າວຫາອື່ນໆ.
ເວັບໄຊ້ທ໌ Tian.net ກ່າວ ໃນລາຍງານເມື່ອວັນອາທິດວານນີ້
ວ່າ ພວກສານປະຈຳພາກພື້ນ ໃນເຂດ Kashgar ໄດ້ທຳການ
ພິຈາລະນາຄະດີຢ່າງເປີດກ້ວາງ ໃນວັນພຸດຜ່ານມາ ແລະໄດ້
ຕັດສິນໂທດຈຳຄຸກ 113 ຄົນ ລວມທັງ 4 ຄົນ ທີ່ໄດ້ຮັບໂທດ
ຈຳຄຸກ ຕະຫລອດຊີວິດ.
ເຂດຊິນຈຽງ ທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນ ແລະເປັນຖິ່ນຢູ່ ອາໄສຂອງຊາວ
ມຸສລິມ Uighurs ຊົນເຜົ່ານ້ອຍ ແມ່ນໄດ້ປະສົບກັບຄວາມຮຸນແຮງເພີ້ມຂຶ້ນໃນຫຼາຍໆ
ເດືອນຜ່ານມາ ຊຶ່ງພາໃຫ້ປັກກິ່ງເລີ້ມປະຕິບັດການປາບປາມ ທີ່ໄດ້ດຳເນີນມາເປັນເວລາ
ນຶ່ງປີເຕັມ ຕໍ່ອັນທີ່ຕົນເອີ້ນວ່າ ການກໍ່ການຮ້າຍໃນຂົງເຂດ.
ຢ່າງນ້ອຍ 380 ຄົນໄດ້ຖືກຈັບກຸມໃນເດືອນແລ້ວນີ້ ໃນການປາບປາມຕໍ່ຄວາມຮຸນແຮງໃນເຂດຊີນຈຽງນັ້ນ.