ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຈີນ​ຈະ​ເກັບ​ພາ​ສີ​ ​ສິ​ນ​ຄ້າ​​ຈາກ ສ​ຫ​ລ​ ​ມູນ​ຄ່າ 60 ຕື້​ໂດ​ລາ​ ເພື່ອ​​ຕອບ​ໂຕ້​ຄືນ ຕໍ່​ການ​ຂຶ້ນ​ພາ​ສີ​ຂອງ ສ​ຫລ


ລູກ​ຄ້າ​ຄົນ​ນຶ່ງ​ຫລຽວ​ເບິ່ງ​ໂທ​ລະ​ສັບ iPhone ຂອງ​ນາງ​ຢູ່​ໃນ ບໍ​ລິ​ສັດ Apple ຂອງ ສ​ຫລ ໃນ​ປັກ​ກິ່ງ, ວັນ​ທີ 10 ພຶດ​ສະ​ພາ, 2019.
ລູກ​ຄ້າ​ຄົນ​ນຶ່ງ​ຫລຽວ​ເບິ່ງ​ໂທ​ລະ​ສັບ iPhone ຂອງ​ນາງ​ຢູ່​ໃນ ບໍ​ລິ​ສັດ Apple ຂອງ ສ​ຫລ ໃນ​ປັກ​ກິ່ງ, ວັນ​ທີ 10 ພຶດ​ສະ​ພາ, 2019.

ຈີນ​ກ່າວ​ວ່າ​ຕົນ​ກຳ​ລັງ​ເກັບ​ພາ​ສີ​ຕໍ່​ສິ​ນ​ຄ້າຂາ​ເຂົ້າ​ຈາກສະ​ຫະ​ລັດ​ໃນ​ມູນ​ຄ່າ 60 ຕື້​ໂດ​ລາ​ ເພື່ອ​ເປັນ​ການ​ຕອບ​ໂຕ້​ຄືນ ພາຍ​ຫລັງ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ຂຶ້ນອັດ​ຕາ​ພາ​ສີຕໍ່​ສິນ​ຄ້າ​ທີ່​ສົ່ງ​ຈາກຈີນມາ​ຍັງ​ສະ​ຫະ​ລັດໃນ​ມູນ​ຄ່​າ 200 ຕື້​ໂດ​ລາ ແລະ​ຈະ​ເລີ້ມ​ເກັບ​ພາ​ສີ​ຕໍ່​ສິນ​ຄ້າຂາ​ອອກຂອງຈີນອີກ 300 ຕື້​ໂດ​ລາ.

ກະ​ຊວງ​ການ​ເງິນ​ຂອງ​ຈີນ​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ອັດ​ຕາພາ​ສີ​ໃໝ່​ຂອງ​ຕົນລະ​
ຫວ່າງ 5 ຫາ 25 ເປີ​ເຊັນຈະ​ຖືກ​ເກັບ​ເລີ້ມ​ແຕ່​ວັນ​ທີ 1 ມິ​ຖຸ​ນາເປັນ​ຕົ້ນ​ໄປແລະຈະກະ​ທົບສິນ​ຄ້າ​ຂອງ​ສະ​ຫະ​ລັດ ທີ່​ສົ່ງ​ໄປ​ຈີນ 5,140 ຊະ​ນິດ. ປັກ​ກິ່ງ​ເວົ້າ​ວ່າ ການ​ຕອບ​ໂຕ້​ຂອງ​ຕົນແມ່ນ​ແນ​ໃສ່ "ລະ​ບົບການ​ດຳ​ເນີນ​ການ​ຕາມ​ລຳ​ພັງ ແລະ ລະ​ບອບ​ປົກ​ປ້​ອງ​ການ​ຄ້າ​ຂອງ​ສະ​ຫະ​ລັດ."

"ຈີນ​ຈະ​ບໍ່​ຍົມຈຳ​ນົນ​ຕໍ່​ການ​ກົດ​ດັນ​ຂອງ​ຕ່າງ​ປະ​ເທດ​ຈັກ​ເທື່ອ," ນັ້ນ​ຄື​ຄໍ​າຖະ​ແຫຼງ ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ຊຶ່ງໄດ້​ເວົ້າຕໍ່​ໄປ​ອີກວ່າ "ພວກ​ເຮົາຕັດ​ສິນ​ໃຈ​ຢ່າງ​ເດັດ​ດ່ຽວ ແລະ​ມີ​ຄວາມ​ສາ​ມາດ ​ທີ່​ຈະ​ປົກ​ປ້ອງ​ສິ​ດ ແລະ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ຕົນໄດ້. ພວກ​ເຮົາ​ຍັງ​ຫວັງ​ວ່າ ສະ​ຫະ​ລັດ​ຈະ​ຍອມ​ພົບ​ກັນກັບ​ພວກ​ເຮົາ​ຢູ່​ເຄິ່ງ​ທາງ​."

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Trump Says US Tariffs on Chinese Goods 'Fill US Coffers'
please wait

No media source currently available

0:00 0:02:58 0:00

ອັດ​ຕາ​ພາ​ສີ​ໃໝ່​ຂອງ​ຈີນ ໄດ້​ວາງ​ອອກມາບໍ່​ເທົ່າ​ໃດ​ຊົ່ວ​ໂມງ ພາຍ​ຫລັງ​ທີ່ທ່ານ​ ທ​ຣຳ ໄດ້ຂຽນ​ຢູ່​ໃນ​ທວີດ​ເຕີ ທີ່ຮຽກ​ຮ້ອງ​ໃຫ້​ຈີນບໍ່​ໃຫ້​ຕອບ​ໂຕ້ກັບ ໂດຍ​ອ້າງວ່າ "ຈີນ​ເອົາ​ປຽບ​ສະ​ຫະ​ລັດ​ມາ​ໄດ້​ຫລາຍ​ປີ​ແລ້ວ, ຈົນ​ວ່າ​ພວກ​ເຂົາ​ໄດ້​ລ້ຳ​ໜ້າ​ພວກ​ເຮົາ (ບັນ​ດາປະ​ທາ​ນາ​ທິ​ບໍ​ດີ​ຂອງ​ເຮົາບໍ່​ພາ​ກັນ​ເຮັດ​ວຽກ). ສະ​ນັ້ນ, ຈີນບໍ່​ຄວນ​ຕອບ​ໂຕ້​ຄືນ ການ​ເຮັດ​ແນວນັ້ນ ມີ​ແຕ່​ຈະ​ເຮັດ​ໃຫ້​ສະ​ພາບ​ການ ​ຮ້າຍ​ແຮງ​ຂຶ້ນ ເທົ່າ​ນັ້ນ!"
ແຕ່​ວ່າ ໃນ​ເວ​ລາ​ຕໍ່​ມາ ທ່ານ​ທ​ຣຳ​ກໍ​ເວົ້າ​ວ່າ "ເງິນ​ເປັນ​ຕື້ໆໂດ​ລາ ກຳ​ລັງ​ຫລັ່ງ​ໄຫລເຂົ້າ​ມາ​ຍັງຄັງສົມ​ບັດ​ຂອງ​ພວກ​ເຮົາ" ​ຈາກ​ພາ​ສີ​ທີ່​ສະ​ຫະ​ລັດເກັບນຳ​ຈີນ.

ການ​ເພີ້ມ​ທະ​ວີຕອບ​ໂຕ້​ກັນ​ໄປ​ມາ​ຢ່າງ​ແຮງຂຶ້ນ ໄດ້​ມີ​ຜົນ​ກະ​ທົບ​ໂດຍ​ກົງ ຕໍ່​ຕະ​ຫລາດ​ຮຸ້ນ​ຂອງ​ສະ​ຫະ​ລັດ ໂດຍ​ທີ່​ມີ​ດັດ​ຊະ​ນີສະ​ເລ່ຍທາງອຸດ​ສະ​ຫະ​ຫຳ​ດ​າວ​ໂຈນ (Dow Jones) ​ໄດ້​ຕົກ​ວູບ​ລົງ​ເກືອບ​ຮອດ 2.4 ເປີ​ເຊັນຕອນ​ໃກ້ໆ​ກັບ​ເວ​ລາ​ຈະ​ປິດ​ການ​ຊື້​ຂາຍ​ຫຸ້ນ ໃນ​ວັນ​ຈັນ​ວານນີ້ ຢູ່​ນະ​ຄອນ​ນິວຢອກ.

ທ່ານ ທ​ຣຳ​ໄດ້​ຂູ່​ວ່າ​ຈະ​ຂະ​ຫຍາຍ​ການ​ເກັບ​ພາ​ສີ​ອອກ​ໄປ​ອີກ 300 ຕື້​ໂດ​ລາ ຕໍ່​ສິນ​ຄ້າ​ຂາ​ອອກ​ຂອງ​ຈີນ ທີ່​ຍັງ​ບໍ່​ທັນ​ຢູ່​ໃນ​ເປົ້າ​ໝາຍ​ເທື່ອນັ້ນ ແຕ່​ກໍ​ໄດ້​ກ່າວ​ຕໍ່​ພວກ ນັກ​ຂ່າວ​ ໃນ​ວັນ​ຈັນ​ວານນີ້​ວ່າ "ຂ້າ​ພະ​ເຈົ້າຍັງບໍ່​ທັນ​ໄດ້ຕັດ​ສິນ​ໃຈ​ວ່າ ຈະ​ເຮັດ ເຊັ່ນ​ນັ້ນ​ເທື່ອ.''

ຕູ້​ຄອນ​ເທັນ​ເນີ​ລັນ​ຈຸ​ສິນ​ຄ້າ​ຂອງ​ຈີນ ກອງ​ລຽນ​ກັນຢູ່​ເດີ່ນ​ຂອງ​ທ່າ​ເຮືອ ລັດ​ເວ​ຈີ​ເນຍ, ວັນ​ທີ 10 ພຶດ​ສະ​ພາ, 2019
ຕູ້​ຄອນ​ເທັນ​ເນີ​ລັນ​ຈຸ​ສິນ​ຄ້າ​ຂອງ​ຈີນ ກອງ​ລຽນ​ກັນຢູ່​ເດີ່ນ​ຂອງ​ທ່າ​ເຮືອ ລັດ​ເວ​ຈີ​ເນຍ, ວັນ​ທີ 10 ພຶດ​ສະ​ພາ, 2019

ຫ້ອງ​ການ​ຜູ້​ຕາງ​ໜ້າ​ການ​ຄ້າ​ສະ​ຫະ​ລັດກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ການ​ຮັບ​ຟັງ​ຄຳ​ໃຫ້​ການ​ແບບ​ເປີດ​ເຜີຍ ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 17 ກໍ​ລະ​ກົດ​ ຈະ​ມາ​ເຖິງນີ້ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ທີ່​ຈະ​ເກັບ​ພາ​ສີ​ເພີ້ມ​ຂຶ້ນ​ອີກ​ຕໍ່​ຈີນ, ຊຶ່ງ​ຫ້ອງ​ການ​ດັ່ງ​ກ່າວ​ເວົ້າ​ວ່າ ສາ​ມາດ​ທີ່​ຈະ​ມີ​ຜົນ​ກະ​ທົບ ​ຕໍ່​ສິນ​ຄ້າ 3,805 ປະ​ເພດ. ຫ້ອງ​ການນັ້ນ ຍັງ​ເວົ້າ​ອີກວ່າ ມາດ​ຕະ​ການ​ໃໝ່​ອາດ​ຈະ​ເກັບ​ພາ​ສີ​ເພີ້ມ​ອີກເຖິງ 25 ເປີ​ເຊັນ​ກໍ​ເປັນ​ໄດ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG