ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ​ກາ​ນຮັກ​ສາ ​ຄວາມ​ປອດ​ໄພ ຢ່າງ​ໜາ​ແໜ້ນ ໃນ​​ການ​ດຳ​ເນີນ​ຄະ​ດີ ທະ​ນາຍ​ຄວາມ ​ສິດ​ທິ​ມະ​ນຸດຈີນ ຄົ​ນ​ສຳ​ຄັນ


​ຜູ້​ຊາຍ​ຄົນ​ນຶ່ງ​ຍ່າງ​ຜ່ານ​ສານ ບ່ອນ​ທີ່​ທະ​ນາຍ​ຄວາມຜູ້​ສຳ​ຄັນ ທ່ານ​ຫວັງ ​ກວງ​ຊັງ ກຳ​ລັງຖືກດຳ​ເນີນ​ຄະ​ດີ ໃນ​ເມືອງ​ຕຽນຈິນ ປະ​ເທດ​ຈີນ ວັນ​ທີ 26 ທັນ​ວາ 2018.
​ຜູ້​ຊາຍ​ຄົນ​ນຶ່ງ​ຍ່າງ​ຜ່ານ​ສານ ບ່ອນ​ທີ່​ທະ​ນາຍ​ຄວາມຜູ້​ສຳ​ຄັນ ທ່ານ​ຫວັງ ​ກວງ​ຊັງ ກຳ​ລັງຖືກດຳ​ເນີນ​ຄະ​ດີ ໃນ​ເມືອງ​ຕຽນຈິນ ປະ​ເທດ​ຈີນ ວັນ​ທີ 26 ທັນ​ວາ 2018.

ທະ​ນາຍ​ຄວາມ​ສິດ​ທິ​ມະ​ນຸດຄົນ​ສຳ​ຄັນ​ຂອງ​ຈີນ ມີ​ກຳ​ນົດ ທີ່​ຈະ​ຖືກ​ດຳ​ເນີນ​ຄະ​ດີ​ໃນ​ວັນ​
ພຸດ​ມື້​ນີ້ ໃນ​ຂໍ້​ຫາໂຄ່ນ​ລົ້ມ​ອຳ​ນາດ​ລັດ​ຖະ​ບ​ານ.

ທ່າ​ນ​ຫ​ວັງ​ ກວງຊັງ ​ແມ່ນ​ຜູ້​ນຶ່ງ​ໃນພວກນັກ​ເຄື່ອນ​ໄຫວ​ສິດ​ທິ​ມະ​ນຸດ ແລະ​ບັນ​ດາ​ທະ​
ນາຍ​ຄວາມຫຼາຍ​ຮ້ອຍ​ຄົນ ​ທີ່​ໄດ້​ຖືກກວດ​ລ້າງ​ ໃນ​ການ​ປາບ​ປາມທັບ​ມ້າງ​ຄັ້ງ ​ໃຫຍ່​ຂອງ​
ລັດ​ຖະ​ບານ ​ຕໍ່​ພວກ​ບໍ່​ເຫັນ​ພ້ອມ ​ທີ່​ໄດ້​ເລີ້ມຂຶ້ນ ​ໃນ​ວັນ​ທີ 9 ກໍ​ລະ​ກົດ​ ປີ 2015 ທີ່​ເອີ້ນ
ວ່າ “ການ​ປາບ​ປາມ​ທັບ​ມ້າງ 709.” ທ່ານ​ຫ​ວັງ ແມ່ນ​ເປັນ​ທີ່ສັງ​ເກດ​ວ່າ ​ໄດ້​ຕໍ່​ສູ້​ຄະ​ດີ ​
ໃຫ້ແກ່​ບັນ​ດາ​ສະ​ມາ​ຊິກກຸ່ມ​ສາ​ສະໜາ​ຟາ​ລຸນກົງ ທີ່​ໄດ້​ຖືກ​ຫ້າມ ໂດຍ​ລັດ​ຖະ​ບານ​ຄອມ​
ມິວ​ນິ​ສ ທີ່​ປົກ​ຄອງ​ປະ​ເທດ​ຈີນ​ຢູ່ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຫຼາຍ​ສິບ​ຄົນ ​ໄດ້​ຖືກ​ສົ່ງ​ໄປ​ຍາມ​ຮັກ​ສາ​ການ​ຢູ່ນອກ​ສານ ໃນ
​ເມືອງ​ຕຽນ​ຈິນ​ ​ທາງ​ພາກ​ເໜືອ​ຂອງ​ປະ​ເທດ ບ່ອນ​ທີ່​ການ​ຮັບ​ຟັງຄຳ​ໃຫ້​ການ ຂອງ
ທ່ານຫ​ວັງ​ຈະມີ​ຂຶ້ນ. ບັນ​ດາ​ນັກ​ຂ່າວແລ​ະ​ພວກ​ນັກ​ການ​ທູດ​ຈາກ​ສະ​ຫະ​ລັດ ແລະ​ບັ
ນ​ດາ​ປະ​ເທດ​ຕາເວັນ​ຕົກ ໄດ້​ຖືກ​ແຈ້ງໃຫ້​ຊາບວ່າ​ກາ​ນ​ຮັບ​ຟັງຄຳ​ໃຫ້​ການ ແມ່ນ​ຖືກ​ປິດ
​ລັບ ແລະບໍ່​ໃຫ້​ຄົນ​ເຂົ້າ​ໄປ​ຟັງ​ໃນ​ສານ. ຜູ້​ສະ​ໜັບ​ສະ​ໜູນທ່ານ​ຫ​ວັງ​ ກວງ​ຊັງຄົນ​ນຶ່ງ ທີ່
​ໄດ້​ບອກ​ຊື່ວ່າ​ແມ່ນ ທ້າວ​ຍັງ ຈັນ​ລິນ ໄດ້​ຖືກ​ຕຳ​ຫຼວດ​ຈັບແລະ ​ນຳພາ​ໂຕໄປ ຫຼັງ​ຈາກ
​ລາວ​ໄດ້​ປະ​ທ້ວງຢ່າງ​ເປີດ​ເຜີຍ​ ຕໍ່ການ​ຈັບ​ກຸມ​ ແລະ​ກັກ​ຂັງທ່ານ​ຫ​ວັງ.

ພັນ​ລະ​ຍາ​ຂອງ​ທ່ານ​ວັງ ຍາ​ນາງ​ລີ ເວັນ​ຊູ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ ນາງ​ໄດ້​ຖືກ​ຂັດ​
ຂວາງຈາກ​ພວກ​ເຈົ້າ​ໜ້າ​ທີ່ຮັກ​ສາ​ຄວາມ​ສະ​ຫງົບ ບໍ່​ໃຫ້​ນາງ​ເຂົ້າ​ໄປ​ຟັງການ​ດຳ
​ເນີນ​ຄະ​ດີ​ສາ​ມີ​ຂອງ​ນາງ ໂດຍ​ຕັນ​ທາງ​ເຂົ້າຕຶກ​ດັ່ງ​ກ່າວຢູ່​ປັກ​ກິ່ງ. ຍານ​າງ​ລີ ແລະ
​ບັນ​ດາ​ພັນ​ລະ​ຍາ​ທະ​ນາຍ​ຄວາມ​ທີ່​ຖືກ​ກັກ​ຂັງ​ຄົນ​ອື່ນໆ ຫວ່າງ​ມໍ່ໆ​ມາ​ນີ້​ໄດ້​ພາ​ກັນ​ແຖ
​ຫົວ​ ໃນອັນທີ່ເປັນ​ພາກ​ສ່ວນ​ນຶ່ງ ຂອງ​ການ​ປະ​ທ້ວງ​ຢ່າງ​ເປີດ​ເຜີຍ​ ​ຕໍ່ຕ້ານ​ການຈັບ​
ກຸມ​ທ່ານ​ຫ​ວັງ ກວງ​ຊັງ.

ອ່ານ​ຂ່າວ​ນີິ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG