ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການລັກລອບຄ້າແມ່ຍິງ ກໍາລັງເພີ່ມຂຶ້ນໃນຈີນ


ເດັກຊາຍຄົນນີ້ຈັບຮູບແມ່ ທ່ີຫາຍໂຕໄປຈາກເຮືອນ ໃນເມືອງ Xian
ທາງພາກເໜືອຂອງຈີນ.
ເດັກຊາຍຄົນນີ້ຈັບຮູບແມ່ ທ່ີຫາຍໂຕໄປຈາກເຮືອນ ໃນເມືອງ Xian ທາງພາກເໜືອຂອງຈີນ.

ໜັງສືພິມ​ຈີນ​ສະບັບ​ນຶ່ງ​ລາຍງານຂ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ
ພວກ​ແກ໊ງຄ້າມະນຸດ​ຂ້າມຊາດກໍາລັງລັກລອບ​ສົ່ງພວກ​ແມ່
ຍິງ​ຈີນ ໃນ​ຈໍານວນ​ຫລາຍ​ຂຶ້ນນັບ​ມື້ ໄປ​ຍັງ​ຂົງ​ເຂດເອ​ເຊຍ​
ຕາ​ເວັນອອກສຽງ​ໃຕ້ ຢູ​ໂຣບແລະ​ທະວີບ​ອະ​ຟຣິກາ ບ່ອນ
ທີ່ພວກແມ່ຍິງເຫລົ່າ​ນັ້ນຖືກ​ບັງຄັບ​ໃຫ້​ຂາຍ​ໂຕ​ເປັນ​ໂສ​ເພນີ.

ໜັງສືພິມ China Daily ທີ່​ລັດ​ເປັນ​ຜູ້​ຄວບ​ຄຸມ​ ສະບັບ​ວັນ​ຈັນ​ມື້​ນີ້ ອ້າງ​ຄໍາ​ເວົ້າ​ຂອງ​ເຈົ້າໜ້າ​ທີ່​ຕໍາຫລວດ​ອາວຸ​ໂສ​ທ່ານ​ນຶ່ງ​ ທີ່​ກ່າວວ່າ ພວກ​ແມ່ຍິງ​ເຫລົ່າ​ນັ້ນ ​ສ່ວນ​ຫລາຍ​ແມ່ນ​ມາ​ຈາກ​ເຂດຊົນນະບົດ​ທີ່​ທຸກ​ຍາກ​ແລະ​ໄດ້​ຖືກພວກ​ແກ໊ງອາຊະ​ຍາກ​ອນຫລອກ ​ໃຫ້​ເຊື່ອ​ວ່າ ​ພວກເຂົາ​ເຈົ້າ​ຈະ​ໄດ້​ໄປ​ສຶກສາ​ຢູ​ໃນ​ຕ່າງປະ​ເທດ​ແລະຈະ​ໄດ້​ມີ​ວຽກ​ການ​ທີ່​ໄດ້​ເງິນ​ດີເຮັດ.

ເຖິງ​ຢ່າງ​ໃດ​ກໍ​ຕາມ ​ເຈົ້າ​ໜ້າ​ທີ່​ຕໍາຫລວດທ່ານ​ນີ້ກ່າວ​ວ່າ
ການ​ລັກລອບ​ຄ້າຂາຍ​ແມ່ຍິງສ່ວນ​ຫລາຍ​ແມ່ນ​ດໍາ​ເນີນ​ໄປ
ຢູ່​ພາຍ​ໃນ​ປະ​ເທດ ຊຶ່ງ​ພວກ​ແມ່ຍິງ​ຖືກ​ຫລອກ​ມາ​ຈາກ​ເຂດທີ່​ທຸກ​ຈົນ ແລະ​ຖືກ​ບັງຄັບໃຫ້
ແຕ່ງງານ​ໃນ​ແຫ່ງ​ອື່ນໆ​ໃນ​ປະ​ເທດ​ຈີນ​ນັ້ນ.

ໜັງສືພິມ​ສະບັບ​ນີ້​ຍັງ​ກ່າວ​ຕື່ມ​ວ່າ ຕໍາຫລວດ​ຈີນ​ໄດ້​ທໍາ​ການ​ທັບ​ມ້າງ​ຄະດີຄ້າ​ມະນຸດໄດ້ຈໍາ
ນວນ​ 9165 ລາຍ​ແລະ​ໄດ້​ຊ່ອຍ​ກູ້​ພວກ​ແມ່ຍິງ​ຈໍານວນ 17 ພັນ 746 ຄົນ​ນັບ​ແຕ່ເດືອນ
ເມສາ​ປີ 2009 ​ເປັນ​ຕົ້ນ​ມາ ​ເວລາ​ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ຂອງປະຊາຊົນ ລົງມື​ທໍາ​
ການປຸກລະດົມ​ພິ​ເສດ​ຕໍ່ຕ້ານ​ການ​ກໍ່​ອາ​ຊະ​ຍາ​ກໍາ​ທີ່​ວ່າ​ນີ້.

XS
SM
MD
LG