ຈີນກ່າວວ່າ ຕົນຈະໃຊ້ຈ່າຍເງິນເກືອບ 200 ພັນລ້ານໂດລາ
ໃນປີນີ້ ເພື່ອສ້າງ ບ້ານຢູ່ອາໄສໃນລາຄາຕໍ່າ 10 ລ້ານຫລັງ.
ແຜນການທີ່ຈະເພີ່ມຈໍານວນບ້ານລາຄາຖືກຂື້ນນັ້ນ ແມ່ນ
ມີເປົ້າໝາຍເພື່ອຈະຊ່ວຍຊົດເຊີຍຄ່າສ້າງບ້ານ ທີ່ຖີບຕົວ
ສູງຂື້ນຢ່າງໄວນັບມື້ນັ້ນ ແລະຄວາມແຕກໂຕນທີ່ກ້ວາງ
ອອກເລື້ອຍໆ ໃນສະພາບຄວາມເປັນຢູ່ລະຫວ່າງພວກ ຄົນຮັ່ງມີ ແລະພວກຄົນທຸກຈົນ ຢູ່ໃນປະເທດຈີນ.
ທ່ານ Qi Ji ຮອງລັດຖະມົນຕີກະຊວງເຄຫະສະຖານ
ບອກກັບພວກນັກຂ່າວໃນວັນພຸດມື້ນີ້ວ່າ ລັດຖະບານ
ກາງແລະລັດຖະບານທ້ອງຖິ່ນຈະອອກຄ່າໃຊ້ຈ່າຍ ສໍາ
ລັບຫລາຍກວ່ານຶ່ງສ່ວນສາມ ຂອງບ້ານໃໝ່ທີ່ຈະສ້າງ
ຂື້ນໃນປີນີ້ ແລະພວກ ສະຖາບັນແລະທຸລະກິດຕ່າງໆ ຈະອອກເງິນກູ້ຢືມໃຫ້ ໃນສ່ວນທີ່ເຫລືອນັ້ນ.
ທ່ານ Qi ກ່າວວ່າ ພາກສ່ວນລັດຖະບານທ້ອງຖິ່ນຄວນຈະຫາເງິນ ດ້ວຍການຂາຍທີ່ດິນ
ແລະອອກພັນທະບັດ ເພື່ອເອົາມາຊ່ວຍເປັນທຶນໃນການລະດົມສ້າງບ້ານ ທີ່ມີລາຄາຖືກນີ້. ຈີນມີເປົ້າໝາຍຈະສ້າງບ້ານລາຄາຖືກໃຫ້ໄດ້ 35 ລ້ານຫລັງ ພາຍໃນປີ 2015. ລາຄາບ້ານ
ຢູ່ອາໃສຢູ່ໃນນະຄອນຫລວງປັກກິ່ງ ໄດ້ຖີບຕົວສູງ ຂື້ນ 6.8 ເປີເຊັນ ໃນປີຜ່ານມານີ້ ເຖິງ
ແມ່ນລັດຖະບານໄດ້ພະຍາຍາມຄວບຄຸມລາຄາໄວ້ ໃຫ້ຕໍ່າຢູ່ກໍຕາມ.