ອົງການຂ່າວທາງການຂອງຈີນລາຍງານວ່າ ມີການຢືນຢັນວ່າ ປະຊາຊົນ 10 ຄົນໄດ້ເສຍຊີວິດ ແລະ 35 ຄົນໄດ້ຮັບບາດເຈັບຍ້ອນໄຟໄໝ້ ຢູ່ໂຮງແຮມຫລັງນຶ່ງໃນແຂວງ Jilin ທາງພາກຕາເວັນອອກສຽງເໜືອຂອງປະເທດ ໃນຕອນເຊົ້າວັນອາທິດມື້ນີ້.
ບັນດາເຈົ້າໜ້າທີ່ທ້ອງຖິ່ນກ່າວຕໍ່ອົງການຂ່າວຊິນຫົວວ່າ ໄຟໄໝ້ໄດ້ເກີດຂຶ້ນ ເວລາປະມານ 3:30 ໂມງໃນຕອນເຊົ້າທີ່ໂຮງແຮມ Home Inns ຊຶ່ງເປັນຕານ່າງໂຮງແຮມ ລາຄາຖືກທີ່ໃຫຍ່ທີ່ສຸດຂອງຈີນ ໃນເມືອງ Tonghua.
ບັນດາເຈົ້າໜ້າທີ່ກ່າວວ່າ ໄດ້ມີການມອດໄຟໄດ້ ໃນເວລາເຄິ່ງຊົ່ວໂມງຕໍ່ມາ ແລະພວກທີ່ໄດ້ຮັບບາດເຈັບໄດ້ຖືກນໍາສົ່ງໂຮງໝໍປິ່ວປົວບາດແຜ ສຸກເສິນແຫ່ງນຶ່ງ.