ຈີນ ໄດ້ຈັດກອງປະຊຸມສຸດຍອດ 3 ຝ່າຍ ກັບ ເກົາຫຼີໃຕ້ ແລະຍີ່ປຸ່ນ ໃນວັນອັງຄານມື້ນີ້ ທີ່ຕັ້ງເປົ້າໝາຍໃສ່ການນຳສະເໜີຕັ້ງກຸ່ມແນວໂຮມ ເພື່ອຕ້ານພຶດຕິກຳໃນລັກສະນະຂົ່ມຂູ່ທ້າທາຍຂອງເກົາຫຼີເໜືອຄືນໃໝ່ນັ້ນ.
ນາຍົກລັດຖະມົນຕີຈີນ ທ່ານຫລີ ເກີຈຽງ ໄດ້ຕ້ອນຮັບປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ-ອິນ ແລະ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານຊີນໂຊ ອາເບະ ທີ່ເມືອງຈາງດູ ຢູ່ທາງພາກຕາເວັນອອກສຽງໃຕ້ຂອງຈີນ ສອງວັນກ່ອນໜ້າ ອັນທີ່ເອີ້ນວ່າ “ຂອງຂວັນຄຣິສມັສ” ຈາກຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ. ທ່ານກິມ ຮຽກຮ້ອງໃຫ້ສະຫະລັດ ສະເໜີຂໍ້ຜ່ອນຜັນຮອບໃໝ່ ພາຍໃນທ້າຍປີນີ້ ໃນການແລກປ່ຽນກັບການຟື້ນຟູການເຈລະຈາທີ່ແນໃສ່ເພື່ອໃຫ້ເກົາຫຼີເໜືອຍົກເລີກໂຄງການນິວເຄລຍຂອງຕົນ.
ຄວາມເຫັນໃນການກ່າວເປີດກອງປະຊຸມ ຂອງປະທານາທິບໍດີ ມູນ ຊຶ່ງທ່ານໄດ້ກ່າວເຖິງຄວາມເຄັ່ງຕຶງທີ່ໄດ້ເພີ້ມຂຶ້ນນັ້ນ ວ່າ “ບໍ່ເປັນຜົນດີເລີຍ ຕໍ່ປະເທດຂອງພວກເຮົາ ຫຼື ເກົາຫຼີເໜືອ.”
ກອງປະຊຸມສາມຝ່າຍ ຍັງໄດ້ຈັດຂຶ້ນທ່າມກາງ ຄວາມຂັດແຍ້ງທີ່ທະວີຂຶ້ນນັບມື້ລະຫວ່າງ ໂຊລ ແລະ ໂຕກຽວ ຍ້ອນການຕັດສິນຂອງສານໃນເກົາຫຼີໃຕ້ ເມື່ອບໍ່ດົນມານີ້ ທີ່ໄດ້ສັ່ງໃຫ້ບໍລິສັດຕ່າງໆຂອງຍີ່ປຸ່ນ ຈ່າຍຄ່າຊົດເຊີຍໃຫ້ແກ່ຊາວເກົາຫຼີ ຜູ້ທີ່ຖືກບັງຄັບໃຫ້ເຮັດວຽກຢູ່ໃນໂຮງງານຂອງຍີ່ປຸ່ນ ໃນລະຫວ່າງສົງຄາມໂລກຄັ້ງທີສອງ.
ພວກຊາວເກົາຫຼີໃຕ້ ຍັງມີຄວາມຂົມຂື່ນໃນເລື້ອງການປົກຄອງ ທີ່ໂຫດຮ້າຍທາລຸນຂອງຍີ່ປຸ່ນ ຢູ່ໃນແຫຼມເກົາຫຼີທີ່ແກ່ຍາວມາຈາກປີ 1910 ຈົນເຖິງ ປີ 1945 ເມື່ອຍີ່ປຸ່ນ ໄດ້ຍອມຈຳນົນຕໍ່ກອງກຳລັງພັນທະມິດ ອັນເປັນການສິ້ນສຸດຂອງສົງຄາມ. ພວກຊາວເກົາຫຼີຫຼາຍຮ້ອຍພັນຄົນ ໄດ້ຕົກເປັນຜູ້ເຄາະຮ້າຍ ໃນການກໍ່ ຄວາມໂຫດຮ້າຍທາລຸນ ໃນລະຫວ່າງເຂົ້າຍຶດຄອງແຫຼມເກົາຫຼີ ໂດຍລວມມີອັນ ທີ່ເອີ້ນວ່າ “ພວກແມ່ຍິງບຳເລີ” ຜູ້ທີ່ໄດ້ຖືກບັງຄັບໃຫ້ເປັນທາດທາງເພດ ຢູ່ໃນ ໂຮງໂສເພນີທັງຫຼາຍຂອງກອງທັບຍີ່ປຸ່ນ.
ໂຕກຽວ ກ່າວວ່າ ເລື້ອງການຊົດໃຊ້ເພື່ອຮຳບາດແຜສົງຄາມນັ້ນ ໄດ້ຕົກລົງກັນໄປແລ້ວ ດ້ວຍສົນທິສັນຍາ ປີ 1965 ທີ່ໄດ້ຟື້ນຟູສາຍສຳພັນສອງຝ່າຍລະຫວ່າງ ປະເທດທັງຫຼາຍ. ໂຕກຽວ ຍັງໄດ້ຈົ່ມວ່າ ເປັນຜົນທີ່ຕິດຕາມມາຍ້ອນການບໍ່ຍິນຍອມຮັບເອົາການຂໍອະໄພໂທດ ແລະໄດ້ພະຍາຍາມ ທີ່ຈະປ່ຽນແປງຂໍ້ຕົກລົງນີ້.
ບັນຫາຂັດແຍ້ງ ຍັງໄດ້ແຜ່ກະຈາຍເຂົ້າໄປໃນສາຍສຳພັນດ້ານການຄ້າສອງຝ່າຍ ໂດຍທີ່ທັງສອງປະເທດ ຖອນຊື່ຂອງກັນແລະກັນອອກຈາກ ອັນທີ່ເອີ້ນວ່າ “ບັນຊີລາຍຊື່ຂາວ” ຂອງບັນດາປະເທດ ທີ່ຖືກຈຳກັດດ້ານການຄ້າໜ້ອຍທີ່ສຸດ.