ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຕ້ອນຮັບ ນາຍົກ ປາກິສຖານ ແລະ ລມຕ ອິນເດຍ (ວີດິໂອ)


ຈີນ ເປັນເຈົ້າພາບຕ້ອນຮັບ ການຢ້ຽມຢາມ ຂອງນາຍົກລັດຖະມົນຕີ ປາກິສຖານ
ຈີນ ເປັນເຈົ້າພາບຕ້ອນຮັບ ການຢ້ຽມຢາມ ຂອງນາຍົກລັດຖະມົນຕີ ປາກິສຖານ
ຈີນ ​ເປັນ​ເຈົ້າພາບ​ຕ້ອນຮັບ ນາຍົກລັດຖະມົນຕີ​ປາ​ກິ​ສຖານ ​ແລະ
​ລັດຖະມົນຕີ ປ້ອງ​ກັນ​ປະ​ເທດ​ອິນ​ເດຍ ​ໃນ​ການ​ເຈລະຈາ​ ທີ່​ມີ​ຂຶ້ນ​
ແບບ​ແຍກ​ກັນ ​ເພື່ອ​ແນ​ໃສ່ປັບປຸງຄວາມ​ສໍາ​ພັນ ກັບສອງປະ​ເທດ
​ເພື່ອນ​ບ້ານ ທີ່​ເຂັ້ມ​ແຂງທັງ​ສອງ.

ປະທານ​ປະ​ເທດຈີນ ທ່ານ Xi Jinping ​ໄດ້ຕ້ອນຮັບນາຍົກລັດ
ຖະມົນຕີປາ​ກິ​ສຖານ ທ່ານ Nawaz Sharif ທີ່ບ້ານ​ພັກ​
Diaoyutai ​ສະຖານ​ທີ່​ຮັບ​ຕ້ອນ​ຂອງລັດຖະບານ​ ໃນວັນ​ພະຫັດ
ວານ​ນີ້.

​ໂທລະພາບລັດຖະບານ​ຈີນ ກ່າວ​ວ່າ ທ່ານ Xi ​ໄດ້​ຮຽກຮ້ອງ​ໃຫ້​
ເສີມ​ຂະຫຍາຍ ການ​ເປັນພາຄີ​ຍຸດ​ທະ​ສາດ​ລະຫວ່າງ​ຈີນກັບກຸງ
ອິສລາມາ​ບັດ ຊຶ່ງເປັນ​ພັນທະ​ມິດ​ມາ​ເປັນ​ເວລາ​ດົນ​ນານ ທີ່ທ່ານ
ອ້າງ​ວ່າ ​ເປັນ​ເພື່ອນ​ມິດ “​ໃນ​ທຸກລະດູ​ການ” ນັ້ນ.

​ໂທລະພາບ ຈີນ ອ້າງ​ຄໍາ​ເວົ້າ​ຂອງ ທ່ານ Sharif ທີ່ກ່າວວ່າ ທ່ານ
ໄດ້​ເລືອກເອົາການ​ຢ້ຽມຢາມ​ຈີນ ​ເປັນ​ບ່ອນ​ທໍາ​ອິດ​ຂອງ​ການ​ເດີນ
ທາງ​ໄປ​ຢ້ຽມຢາມ​ຕ່າງ ປະ​ເທດ ນັບ​ແຕ່​ໄດ້ເຂົ້າຮັບ​ຕໍາ​ແໜ່​ງ​ໃນ​ເດືອນ​ແລ້ວ​ນີ້ ​ເພາະວ່າ
ທ່ານຕ້ອງ​ການປັບ​ປຸງ​ຄວາມ​ສໍາພັນແບບເພື່ອນ​ມິດ ລະຫວ່າງ​ສອງ​ປະ​ເທດ ​ແລະ​ຍິນ​ດີ​
ຕ້ອນຮັບ​ການ​ລົງທຶນ​ຂອງ​ຈີນຫລາຍຂື້ນ​ຢູ່​ໃນປາ​ກິ​ສ​ຖານ.

​ໃນ​ຂະນະ​ດຽວ​ກັນ​ນັ້ນ ລັດຖະມົນຕີປ້ອງ​ກັນ​ປະ​ເທດອິນ​ເດຍ ທ່ານ A.K Antony ​ກໍໄດ້​ເດີນ​ທາງໄປເຖິງ​ນະຄອນຫລວງ​ຂອງ​ຈີນ ​ໃນ​ຕອນ​ແລງ​ຂອງ​ວັນ​ພະຫັດວານ​ນີ້ ໃນການ
​ຢ້ຽມຢາມ​ທີ່ແນ​ໃສ່ເພື່ອ​ສົນທະນາຫາລື ກ່ຽວກັບ​ເລື້ອງ​ຄວາມ​ປອດ​ໄພ​ຢູ່​ໃນ​ຂົງ​ເຂດຮວມ
ທັງ​ວ່າຈະຮັກສາ​ສັນຕິພາບແບບ​ໃດ ຢູ່ໃນ​ບໍລິ​ເວນ​ຊາຍ​ແດນລະຫວ່າງຈີນ ​ແລະ​ອິນ
ເດຍ ຊຶ່ງ​ໃນ​ບາງ​ຄັ້ງ​ບາງ​ຄາວ​ຕົກຢູ່​ໃນ​ສະພາບເຄັ່ງ​ຕຶງ​ນັ້ນ.

ເບິ່ງວີດິໂອ: ນາຍົກ ລມ ປາກິສຖານ ເລືອກໄປຢ້ຽມຢາມຈີນ ເປັນປະເທດທໍາອິດ:

ນາຍົກລັດຖະມົນຕີ ປາກິສຖານ ຈະຢ້ຽມຢາມຈີນ
please wait

No media source currently available

0:00 0:02:17 0:00
ລິງໂດຍກົງ
XS
SM
MD
LG