ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເປັນ​ເຈົ້າ​ພາບ​ ຈັດກອງ​ປະ​ຊຸມ ​ກຸ່ມ​ປະ​ເທດ​ສະ​ໜັບ​ສະ​ໜຸນອັຟການິສຖານ ​ຮຽກ​ຮ້ອງ​ໃຫ້​ກຸ່ມ​ຕາ​ລີ​ບານ​ປົກ​ປ້ອງ​ສິດ ຂອງຊາວ​ອັຟການິສຖານທຸກ​ຄົນ


ພາບ​ທີ່​ສະ​ໜອງ​ໃຫ້​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດອັຟການິສຖານ ສະ​ແດງ​ໃຫ້​ເຫັນ​ວ່າ Taliban Foreign Minister Amir Khan Muttaqi (L) posing with China's Foreign Minister Wang Yi in Kabul on March 24, 2022.
ພາບ​ທີ່​ສະ​ໜອງ​ໃຫ້​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດອັຟການິສຖານ ສະ​ແດງ​ໃຫ້​ເຫັນ​ວ່າ Taliban Foreign Minister Amir Khan Muttaqi (L) posing with China's Foreign Minister Wang Yi in Kabul on March 24, 2022.

ລັດຖະມົນຕີຕ່າງປະເທດ ຈາກປະເທດເພື່ອນບ້ານຂອງອັຟການິສຖານ ໄດ້ພົບປະກັນໃນວັນພະຫັດວານນີ້ ທີ່ປະເທດຈີນ ເພື່ອຢືນຢັນຄືນການສະໜັບສະໜູນ ປະເທດ ທີ່ຖືກສົງຄາມທຳ​ລາຍແຫ່ງນັ້ນ ແລະເນັ້ນ ໜັກວ່າ ມັນມີຄວາມສຳຄັນ ຫລາຍ​ປານໃດສຳລັບຜູ້ປົກຄອງຈາກກຸ່ມຕາລີບານ ໃນເລື້ອງປົກປ້ອງສິດທິ ຂອງຊາວອັຟການິສຖານໝົດທຸກ​ຄົນ, ລວມທັງສິດທິຂອງແມ່ຍິງ ໃນດ້ານການສຶກສາອີກ​ດ້ວຍ.

ປາ​ກິ​ສ​ຖານ, ອີ​ຣ່ານ, ຕາ​ຈິກ​ກິ​ສ​ຖານ, ເຕີກເມ​ນິ​ສ​ຖານ, ອຸ​ສ​ເບັກກິສ​ຖານ​ແລະ ຈີນ​ ທີ່ເປັນ​ປະ​ເທດ​ເຈົ້າ​ພາບ​ ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມຢູ່​ໃນ​ເມືອງຕຸນ​ສີ (Tunxi) ທາງພາກ​ກາງ​ຂອງ​ຈີນ​. ລັດຖະມົນຕີ​ການ​ຕ່າງປະ​ເທດຂອງ​ກຸ່ມ​ຕາ​ລີ​ບານ, ທ່ານ​ອາ​ເມຍ ຄານ ມຸ​ຕ​ຕາ​ກີ (Amir Khan Muttaqi) ​ແລະ​ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ, ທ່ານ​ເຊີ​ກີ ລາວ​ຣັອ​ຟ (Sergey Lavrov) ​ແມ່ນຮວມ​ຢູ່​ໃນ​ບັນດາ​ຜູ້​ເຂົ້າ​ຮ່ວມນັ້ນ.

ຖະແຫຼງການຫລັງກອງປະຊຸມໄດ້ຍົກໃຫ້ເຫັນວ່າ "ຄວາມສໍາຄັນຂອງການເອົາ​ບາ​ດກ້າວ ທີ່ສືບຕໍ່ອັນຈໍາ ເປັນໃນອັຟການິສຖານກ່ຽວກັບການຮັບປະກັນສິດທິ ຂອງແມ່ຍິງ ແລະການສຶກສາຂອງເດັກນ້ອຍ ແມ່ນລວມ​ຢູ່​ໃນ​ເລື້ອງອື່ນໆ ... ການປົກປ້ອງສິດທິພື້ນຖານຂອງຊາວອັ​ຟ​ກາ​ນິ​ສ​ຖານຫມົດທຸກ​ຄົນ, ລວມທັງຊົນ ຊົນເຜົ່າ​ຕ່າງໆ, ແມ່ຍິງແລະເດັກນ້ອຍ."

ນອກນັ້ນ​ແລ້ວ​ ມັນ​ຍັງ​ເວົ້າ​ອີກວ່າ​ ຄຳ​ໝັ້ນ​ໝາຍ ​ແລະຄຳ​ໝັ້ນ​ສັນຍາ​ຂອງ​ກຸ່ມ​ຕາ​ລີ​ບານ ທີ່ມີ​ຕໍ່​ປະຊາ​ຄົມ​ໂລກທີ່ບອກ​ວ່າ ​ດິນ​ແດນ​ອັຟກາ​ນິສຖານ​ຈະ​ບໍ່​ເປັນ “ໄພ​ຂົ່ມຂູ່​ໃດໆ​ຕໍ່​ບັນດາ​ປະ​ເທດ​ເພື່ອນບ້ານ​” ​ແລະ​ຈະ​ບໍ່ເອົາເນື້ອ​ທີ່ໃຫ້ກຸ່ມ​ກໍ່​ການ​ຮ້າຍມາ​ຢູ່​ອີກ​ດ້ວຍ.

ຈີນ​ຍັງ​ບໍ່​ທັນ​ໄດ້​ຮັບ​ຮູ້​ລັດຖະບານ​ຕາ​ລີ​ບານເທື່ອ ​ແລະ​ທົ່ວ​ໂລກ ກໍ​ຍັງ​ບໍ່​ທັນ​ຮັບ​ຮູ້​ລັດ​ຖະ​ບານນີ້​ເຊັ່ນ​ກັນ.

ນັກວິ​ເຄາະ​ກ່າວ​ວ່າ ກອງ​ປະຊຸມ​ລະ​ດັບ​ຂົງ​ເຂດ ​ແລະກອງ​ປະ​ຊຸມ​ນອກກອງ​ປະ​ຊຸມ​ຫຼາຍ​ຝ່າຍ​ໄດ້​ເນັ້ນ​ໃຫ້​ເຫັນເຖິງ​ການ​ພົວພັນ​ທາງ​ການ​ທູດ​ຂອງ​ຈີນ ທີ່​ເພີ້ມ​ຂຶ້ນ ​ກັບ​ເຈົ້າ​ໜ້າ​ທີ່​ອັຟກາ​ນີສະຖານ​ທີ່​ແທ້​ຈິງ​ ເພື່ອ​ຮັດ​ແໜ້ນ​ສາຍ​ພົວພັນ​ຂອງສອງ​ປະ​ເທດ​ໃນ​ຮອບ 20 ປີ ​ຫລັງ​ຈາກ​ທະ​ຫານ​ຂອງ​ສະ​ຫະ​ລັດ ​ແລະອົງ​ການເ​ນ​ໂຕ​ໄດ້​ຖອນ​ອອກ​ຈາກ​ອັຟກາ​ນິສຖານ​ ໃນ​ເດືອນ​ສິງຫາ​ທີ່​ຜ່ານ​ມາແລ້ວ.

ເຈົ້າ​ໜ້າ​ທີ່​ຈີນ​ແລະ​ເຈົ້າ​ໜ້າ​ທີ່ໃນ​ຂົງ​ເຂດ​ອື່ນໆ ຢ້ານ​ວ່າ​ຄວາມ​ບໍ່​ໝັ້ນ​ຄົງ​ທີ່ຍັງ​ສືບ​ຕໍ່ມີ​ຢູ່​ໃນ​ປະ​ເທດ​ເພື່ອນ​ບ້ານທີ່​ມີ​ບັນ​ຫາ​ສາ​ມາດ​ຊຸກ​ຍູ້​ໃຫ້​ກຸ່ມ​ກໍ່​ການ​ຮ້າຍ​ໃຊ້​ດິນ​ແດນ ຂອງ​ອັ​ຟ​ກາ​ນິ​ສ​ຖານ ​ເພື່ອ​ໂຈມ​ຕີ​ຂ້າມ​ຊາຍ​ແດນກໍ​ເປັນ​ໄດ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG