ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ເປັນເຈົ້າພາບ ຈັດກອງປະຊຸມ ສຸດຍອດຂອງ 5 ປະເທດໃນກຸ່ມ BRICS

ບັນດາຜູ້ນຳຈາກກຸ່ມປະເທດ BRICS (ນັບຈາກຊ້າຍໄປ) ປະທາທິບໍດີ ບຣາຊີນ ທ່ານ Michel Temer, ປະທານປະເທດ ຈີນ ທ່ານ Xi Jinping, ປະທານາທິບໍດີອິນເດຍ ທ່ານ Narendra Mod, ປະທານາທິບໍດີຣັດເຊຍ ທ່ານ Vladimir Putin, ແລະ ປະທານາທິບໍດີອາຟຣິກາໃຕ້ ທ່ານ Jacob Zuma ຢູ່ໃນກອງປະຊຸມສຸດຍອດ ທີ່ຈັດຂຶ້ນໂດຍທ່ານ Modi ຢູ່ເມືອງ Goa, ອິນເດຍ ໃນວັນທີ 15 ຕຸລາ, 2016.

ໃນ​ວັນ​ອາທິດ​ມື້​ອື່ນ​ນີ້ ຈີນມີ​ບົດບາດ​ເປັນ​ເຈົ້າພາບ​ກອງ​ປະຊຸມ​ສຸດ​ຍອດປະຈຳ​ປີ ຂອງ​ຜູ້ນຳບັນດາ​ປະ​ເທດ​ໃນ​ກຸ່ມ BRICS ຊຶ່ງລວມ​ມີ ບຣາຊີ​ລ, ຣັດ​ເຊຍ, ອິນ​ເດ​ຍ ຈີນ ​ແລະ​
ອາ​ຟຣິກາ​ໃຕ້ ຊຶ່ງ​ເປັນ​ຕະຫລາດ​ທີ່​ຫາກໍ່​ໂຜ່​ຕົວ​ຂຶ້ນມາ​ໃໝ່. ​ໂດຍຮວມກັນທັງໝົດ​ປະ
​ເທດ​ເຫລົ່ານີ້ມີ​ພົນລະ​ເມືອງ 40 ​ເປີ​ເຊັນ​ຂອງ​ປະຊາກອນ​ໂລກ ​ແລະ​ບັນດາ​ຜູ້​ສັງ​ເກດ
​ການເວົ້າວ່າ ການພົບ​ປະ​ສົນທະນາກັນ​ຄັງນີ້​ແມ່ນ​ແນ​ໃສ່​ການສະ​ແດງ​ໃຫ້​ເຫັນ​ເຖິງ
ຄວາມ​ເຂັ້ມ​ແຂງທາງ​ເສດຖະກິດ ຂອງ​ບັນດາ​ປະ​ເທດນີ້ລວມ​ເຂົ້າກັນ ​ໃນ​ນາມ​ເປັນ​ຜູ້​
ປະ​ເຊີນ​ໜ້າ​ກັບ​ການ​ຄອບ​ງໍາ​ຂົງ​ເຂດວຽກງານ​ຕ່າງໆ​ໃນໂລກຂອງ​ບັນດາປະ​ເທດ​ຕາ
​ເວັນ​ຕົກ.

ປະທານປະເທດຈີນ ທ່ານ Xi Jinping (ຊ້າຍ) ຈັບມືກັບ ປະທານາທິບໍດີ ບຣາຊີລ (ຂວາ)
ປະທານປະເທດຈີນ ທ່ານ Xi Jinping (ຊ້າຍ) ຈັບມືກັບ ປະທານາທິບໍດີ ບຣາຊີລ (ຂວາ)

​ໃນ​ນາມ​ເຈົ້າພາບ ຈີນ​ຫວັງ​ວ່າ​ຈະ​ຈັດກອງ​ປະຊຸມ​ນີ້​ຢູ່​ທາງພາກຕາ​ເວັນ​ຕົກ​ສຽງ​ໃຕ້
ຂອງ​ເມືອງ Xiamen ​ໃຫ້​ເປັນ​ງານ​ປະຊຸ​ມທີ່​ມີ​ຂີດ​ໝາຍສໍາຄັນ. ​ແຕ່​ວ່າ​ມັນ​ຖືກ​ຂັດຂວາງ
ໂດຍ​ຄວາມ​ແຕກ​ຕ່າງກັນ​ຢ່າງໜັກ ​ລະຫວ່າງ​ບັນດາ​ປະ​ເທດສະມາຊິກ ຢູ່​ໃນ​ຫລາຍດ້ານ
​ແລະ​ໂດຍຄວາມ​ສົງ​ໄສທີ່​ເຊື່ອງ​ຊ້ອນ​ໄວ້​ວ່າ​ຈີນ ກຳລັງໃຊ້​ກຸ່ມ​ທີ່​ບັນຊາ​ການ​ໂດຍປັກ​ກິ່ງ
​ເປັນ​ເວທີ​ເພື່ອສົ່ງ​ເສີມຜົນ​ປະ​ໂຫຍ​ດທາງການ​ເມືອງ ​ແລະ​ ​ເສດຖະກິດຂອງ​ຕົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG