ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເຊີນແພດ ຕ່າງປະເທດ ໄປປິ່ນປົວ ທ່ານ Liu Xiaobo ທີ່ເປັນ ໂຣກມະເຮັງ


ນັກເຄື່ອນໄຫວຄົນໜຶ່ງ ຖືປ້າຍຮຽກຮ້ອງໃຫ້ ປ່ອຍຕົວ ຜູ້ໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບ ທ່ານ Liu Xiaobo ໃນລະຫວ່າງການປະທ້ວງ ຄົບຮອບ 20 ປີ ຂອງການໂອນຮົງກົງຈາກອັງກິດ ໄປສູ່ການປົກຄອງຂອງຈີນ.​ 1 ກໍລະກົດ, 2017.
ນັກເຄື່ອນໄຫວຄົນໜຶ່ງ ຖືປ້າຍຮຽກຮ້ອງໃຫ້ ປ່ອຍຕົວ ຜູ້ໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບ ທ່ານ Liu Xiaobo ໃນລະຫວ່າງການປະທ້ວງ ຄົບຮອບ 20 ປີ ຂອງການໂອນຮົງກົງຈາກອັງກິດ ໄປສູ່ການປົກຄອງຂອງຈີນ.​ 1 ກໍລະກົດ, 2017.

ໂຮງໝໍ ຈີນ ແຫ່ງໜຶ່ງໄດ້ເຊື້ອເຊີນບັນດາຜູ້ຊ່ຽວຊານໂຣກມະເຮັງຈາກ ສະຫະລັດ ແລະ
ເຢຍຣະມັນ ເພື່ອຊ່ວຍປິ່ນປົວຜູ້ຄັດຄ້ານລັດຖະບານ ແລະ ຜູ້ໄດ້ຮັບລາງໂນແບລ ຂະ
ແໜງສັນຕິພາບ ທ່ານ Liu Xiaobo ທີ່ຖືກຄຸມຂັງ ຢູ່​ໃນ​ເວລາ​ນີ້.

ຫ້ອງການຕຸລາການ​ໃນເມືອງ Shenyang ທີ່ຕັ້ງຢູ່ພາກຕາເວັນອອກ ສຽງເໜືອຂອງປະ
ເທດ, ບ່ອນທີ່ທ່ານ Liu ກຳລັງໄດ້ຮັບການປິ່ນປົວ ນັ້ນ ໄດ້ກ່າວໃນວັນພຸດມື້ນີ້ວ່າ ໂຮງໝໍ
ໄດ້ປະກາດການເຊື້ອເຊີນ ຫຼັງ ຈາກຄອບຄົວ ຂອງທ່ານ Liu ໄດ້ທຳການຮ້ອງຂໍ ແລະຫຼັງ
ຈາກການປຶກສາຫາລື ກັບກຸ່ມນັກການແພດ ຂອງນັກໂທດອາຍຸ 61 ປີທ່ານນີ້. ທ່ານ Liu
ໄດ້ຮັບອະນຸຍາດຖືກປ່ອຍຕົວຍ້ອນເຫດຜົນທາງການແພດ ຢ້ອນຄືນໄປເມື່ອເດືອນພຶດ
ສະພາທີ່ຜ່ານມາ ຫຼັງຈາກລາວໄດ້ຖືກກວດພົບວ່າ ເປັນໂຣງມະເຮັງໝາກໄຂ່ຫຼັງ ໄລຍະສຸດທ້າຍ.

ການຕັດສິນ​ໃຈນີ້ໄດ້ມີຂຶ້ນພຽງສອງມື້ຫຼັງຈາກ ເຢຍຣະມັນ ໄດ້ຮຽກຮອ້ງ ຈີນ ໃຫ້ອະນຸ
ຍາດທ່ານ Liu ເດີນທາງໄປຕ່າງປະເທດ ເພື່ອຮັບການປິ່ນປົວພະຍາດຂອງລາວ. ປັກກິ່ງ
ໄດ້ອ້າງວ່າ ຜູ້ຄັດຄ້ານລັດຖະບານທີ່ ກຳລັງເຈັບປ່ວຍ ແມ່ນບໍ່ສະບາຍແຮງທີ່ຈະເດີນ
ທາງອອກຈາກປະເທດ, ແຕ່ທ່ານ Hu Jia, ເພື່ອນຂອງທ່ານ Liu ແລະ ຜູ້ຮ່ວມຄັດຄ້ານ
ລັດ ຖະບານກ່າວວ່າ ວິດີໂອທີ່ປາກົດຢູ່ YouTube ໃນສັບປະດາແລ້ວນີ້ ໄດ້ສະແດງໃຫ້
ເຫັນວ່າ ທ່ານ Liu ມີອາການທີ່ຄົງຕົວແລ້ວ.

ລັດຖະບານຕ່າງປະເທດ ແລະ ກຸ່ມປົກ​ປ້ອງສິດທິມະນຸດໄດ້ຮຽກຮ້ອງ ຈີນ ໃຫ້ອະນຸຍາດ
ທ່ານ Liu ເດີນທາງໄປຕ່າງປະເທດບ່ອນໃດກໍຕາມ ທີ່ລາວຢາກທຳການປິ່ນປົວ.

ທ່ານ Liu ແມ່ນນັກກະວີ ແລະ ນັກເຄື່ອນໄຫວ​ເພື່ອສິດທິມະນຸດ ຜູ້ທີ່ໄດ້ຖືກຈັບກຸມຫຼັງ
ຈາກໄດ້ຂຽນກົດບັດ 08 ເຊິ່ງເປັນຖະແຫຼງການຮຽກຮ້ອງ ການປະຕິຮູບປະຊາທິປະໄຕ
ໃນ ຈີນ, ແລະໄດ້ຮັບລາງວັນ ໂນແບລ ຂະແໜງສັນຕິພາບໃນປີ 2010 ໃນການຕໍ່ສູ້
ເພື່ອປະຊາທິປະໄຕ ແລະ ສິດທິມະນຸດຂອງທ່ານ. ທ່ານໄດ້ຖືກຕັດສິນຈຳຄຸກ 11 ປີ
ຍ້ອນ “ການຍຸຍົງປຸກລະດົມໂຄ່ນລົ້ມອຳນາດຂອງລັດຖະບານ” ເຊິ່ງເປັນກົດໝາຍທີ່ມັກ
ຖືກນຳມາໃຊ້ໂດຍອຳນາດການປົກຄອງ ຈີນ ເພື່ອປິດປາກພວກຄັດຄ້ານ.

ຂໍ້ມູນທີ່ເຊື່ອຖືໄດ້ ແລະ ເປັນອິດສະຫຼະ ກ່ຽວກັບ ອາການຂອງທ່ານ Liu ແລະ ຄວາມປາ
ຖະໜາຂອງທ່ານທີ່ຈະເດີນທາງ ແມ່ນຍາກທີ່ຈະຮູ້ໄດ້, ໃນຂະນະທີ່ ທ່ານ Liu ແລະ ພັນ
ລະຍາ ທ່ານນາງ Liu Xia ໄດ້ຖືກແຍກ ໃຫ້ຢູ່ໂດດດ່ຽວ, ຕັດຂາດຈາກເພື່ອນສ່ວນຫຼາຍ
ແລະ ສື່ມວນຊົນ ໂດຍພວກເຈົ້າໜ້າທີ່ຈີນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG