ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຫວັງ​ວ່າ ອິນ​ເດຍ​ຈະ​ສາ​ມາດ​ພົບ​ຕົນ​ເຄິ່ງ​ທາງ ກ່ຽວ​ກັບ​ບັນ​ຫາ​ຂັດ​ແຍ້ງ​ ດ້ານ​ສື່ມວນ​ຊົນ


ທ່ານ​ຫວັງ ເຫວິນ​ບິນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໃນ​ການ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ວັນ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ເມື່ອ​ວັນ​ທີ 9 ພຶດ​ສະ​ພາ 2023
ທ່ານ​ຫວັງ ເຫວິນ​ບິນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໃນ​ການ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ວັນ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ເມື່ອ​ວັນ​ທີ 9 ພຶດ​ສະ​ພາ 2023

ຈີນ​ໄດ້​ຮຽກ​ຮ້ອງ​ໃຫ້​ອິນ​ເດຍ​ພົບ​ກັນ​ເຄິ່ງ​ທາງ ກ່ຽວ​ກັບ​ບັນ​ຫາ​ຂັດ​ແຍ້ງ​ເລື້ອງ​ພວກ​ນັກ​ຂ່າວ​ເຮັດ​ວຽກ​ ຢູ່​ໃນ​ປະ​ເທດ​ຂອງ​ກັນ​ແລະ​ກັນ ຫຼັງ​ຈາກ​ຈີນ​ກ່າວ​ວ່າ​ ນັກ​ຂ່າວ ຂອງ​ຕົນ​ຢູ່​ໃນ​ອິນ​ເດຍໄດ້​ຖືກ​ປະ​ຕິ​ບັດ​ຕໍ່​ແບບ​ບໍ່​ເປັນ​ທຳ ແລະ​ນັກ​ຂ່າວ​ອິນ​ເດຍ​ຄົນ​ນຶ່ງໄດ້​ຖືກ​ສັ່ງ​ໃຫ້​ເດີນ​ທາງ​ອອກ​ຈາກ​ຈີນ ອີງ​ຕາມ​ລາຍ​ງານອົງ​ການ​ຂ່າວ​ຣອຍ​ເຕີ້.

ບັນ​ຫາ​ຂັດ​ແຍ້ງ​ກ່ຽວ​ກັບ​ພະ​ນັກ​ງານ​ສື່ມວນ​ຊົນ ແມ່ນ​ເຫດ​ການ​ຫຼ້າ​ສຸດ​ ທີ່​ໄດ້​ເນັ້ນ​ໃຫ້​ເຫັນ​ເຖິງຄວາມ​ເຄັ່ງ​ຕຶງລະ​ຫວ່າງ​ສອງ​ປະ​ເທ​ດ​ເພື່ອນ​ບ້ານໃນເອ​ເຊຍ ນັບ​ແຕ່​ຄວາມ​ສຳ​ພັນ​ໄດ້​ຊຸດ​ໂຊມ​ລົງ​ນັບ​ແຕ່​ປີ 2020 ເປັນ​ຕົ້ນ​ມາ ເວ​ລາ​ທະ​ຫານ​ຂອງ​ປະ​ເທດ​ທັງ​ສອງ​ໄດ້​ປະ​ທະ​ກັນ ຢູ່​ໃນ​ເຂດ​ຊາຍ​ແດນ​ທີ່​ມີ​ການ​ຂັດ​ແຍ້ງ​ເທິງ​ພູ​ຫິ​ມະ​ໄລ ແລະ​ມີ 24 ຄົນ​ເສຍ​ຊີ​ວິດ.

ທ່ານ​ຫວັງ ເຫວິນ​ບິນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ກ່າວ​ວ່າ “ໃນ​ຊຸມ​ປີ​ທີ່​ຜ່ານ​ມານີ້ ພວກ​ນັກ​ຂ່າວ​ຈີນ​ຢູ່​ໃນ​ອິນ​ເດຍ ໄດ້​ຖືກ​ປະ​ຕິ​ບັດ​ຕໍ່​ ແບບ​ບໍ່​ເປັນ​ທຳ ແລະ​ການ​ຈັດ​ແຈງ​ແບບ​ຈຳ​ແນກ​ກີດ​ກັນ.”

“ພວກ​ເຮົາ​ຫວັງ​ວ່​າ​ອິນ​ເດຍ​ຈະ​ສືບ​ຕໍ່​ອອກວີ​ຊາ​ໃຫ້​ແກ່​ນັກ​ຂ່າວ​ຈີນ ແລະ​ຍົກ​ເລີກ​ຂໍ້​ຈຳ​ກັດ​ຕ່າງໆ​ທີ່​ບໍ່ສົມ​ເຫດ​ສົມ​ຜົນ ແລະ​ສ້າງ​ເງື່ອນ​ໄຂ​ອັນ​ສະ​ດວກ​ ໃນ​ການ​ແລກ​ປ່ຽນ​ສື່ມວນ​ຊົນ.”

ຈີນ​ ໄດ້​ປະ​ຕິ​ເສດ​ທີ່​ຈະ​ຕໍ່​ວີ​ຊາ​ໃຫ້​ແກ່​ນັກ​ຂ່າ​ວ​ອິນ​ເດຍ 2 ຄົນ​ທີ່​ຍັງ​ຢູ່​ໃນ​ນະ​ຄອນ​ຫຼວງ​ປັກ​ກິ່ງ ໂດຍ​ອ້າງ​ເຫດ​ຜົນ​ວ່າ ອິນ​ເດຍ​ໄດ້​ເອົາ​ມາດ​ຕະ​ການ ​ທີ່​ຄ້າຍ​ຄື​ກັນ​ຕໍ່​ນັກ​ຂ່າວ​ລັດ​ຖະ​ບານ​ຈີນ 2 ຄົນ ຢູ່​ໃນ​ປະ​ເທດ​ອິນ​ເດຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG