ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ຮົງກົງ ຈັບ 19 ຄົນ ຫຼັງຈາກ ເກີດການປະທະກັນ ໃນຄືນແລ້ວນີ້


Hong Kong Pro-Democracy Supporters Battle With Anti-Occupy Workers
please wait

No media source currently available

0:00 0:01:51 0:00

ຕຳຫຼວດຮົງກົງ ຈັບ 19 ຄົນ ໃນຄ່ຳຄືນແລ້ວນີ້ ທີ່ເຕັມໄປດ້ວຍ
ຄວາມຮຸນແຮງໃນການປະທະກັນລະຫວ່າງພວກປະທ້ວງນິຍົມ
ປະຊາທິປະໄຕແລະຝູງຊົນ ທີ່ພະຍາຍາມຂັບໄລ່ພວກປະທ້ວງ ໃຫ້ອອກໜີໄປຈາກຖະໜົນຫົນທາງ.

ຕຳຫຼວດ ກ່າວໃນວັນເສົາມື້ນີ້ວ່າ ພວກທີ່ຖືກຈັບແມ່ນເຊື່ອກັນ
ວ່າ ມີສ່ວນພົວພັນກັບອົງການຈັດຕັ້ງອາຊະຍາກຳ ທີ່ຮູ້ກັນໃນ
ນາມກຸ່ມ Triad ນັ້ນ.

ສື່ມວນຊົນທ້ອງຖິ່ນ ກ່າວວ່າ ນອກນັ້ນຍັງມີຢ່າງໜ້ອຍ 18 ຄົນ
ຮວມທັງຕຳຫຼວດຫຼາຍໆຄົນໄດ້ຮັບບາດເຈັບໃນການປະທະກັນ
ດັ່ງກ່າວ.

ໃນມື້ວັນສຸກວານນີ້ ພວກນັກສຶກສາປະທ້ວງ ທີ່ນິຍົມປະຊາທິປະໄຕ ໄດ້ຍົກເລີກການເຈ ລະຈາກັບລັດຖະບານຮົງກົງ ຫລັງຈາກ ໄດ້ເກີດການປະທະກັນຢ່າງຮຸນແຮງ ກັບພວກທີ່ ຄັດຄ້ານຕໍ່ການປະທ້ວງ.

ສະຫະພັນນັກສຶກສາຮົງກົງກ່າວວ່າ ເຈົ້າໜ້າທີ່ບໍ່ໄດ້ເຂົ້າໄປແຊກແຊງ ໃນການໂຈມຕີທີ່ມີ ການຈັດຕັ້ງຕໍ່ພວກປະທ້ວງ ຢູ່ໃນຫຼາຍໆເຂດຮວມທັງທີ່ຄຸ້ມ Mong Kok.

ການຕໍ່ສູ້ກັນໄດ້ລະເບີດຂຶ້ນ ເວລາພວກສະໜັບສະໜຸນການປົກຄອງຂອງພັກຄອມມູນິສ ຫຼາຍຮ້ອຍຄົນ ບຸກໂຈມຕີຄ້າຍຂອງພວກປະທ້ວງທີ່ຄຸ້ມ Mong Kok ໂດຍພາກັນທັບມ້າງ ຕູບຜ້າຕັ້ງແລະຈີກປ້າຍຄຳຂວັນຂອງພວກປະທ້ວງ.

ພວກປະທ້ວງຫຼາຍສິບພັນຄົນໄດ້ພາກັນເຂົ້າຍຶດເອົາຖະໜົນຫົນທາງທີ່ມີການສັນຈອນໄປ
ມາຢ່າງແອອັດຂອງຮົງກົງ ຢູ່ໃນບາງເຂດ ມາໄດ້ດົນກວ່ານຶ່ງອາທິດແລ້ວ ຊຶ່ງເຮັດໃຫ້ການ ຈະລາຈອນ ແລະທຸລະກິດຕ່າງໆ ປະສົບກັບບັນຫາ. ພວກປະທ້ວງ ຮຽກຮ້ອງໃຫ້ຈີນອະນຸ ຍາດໃຫ້ມີການເລືອກຕັ້ງແບບປະຊາທິປະໄຕ ໃນປີ 2017 ແລະໃຫ້ທ່ານ Leung Chun- ying ຜູ້ບໍລິຫານຮົງກົງ ທີ່ເປັນມິດກັບປັກກິ່ງນັ້ນ ລາອອກ.

US Watches Hong Kong Protests, Weighs Approach
please wait

No media source currently available

0:00 0:02:16 0:00

XS
SM
MD
LG