ຈີນ ໄດ້ເປີດຂົວທີ່ຍາວທີ່ສຸດໃນໂລກ ທີ່ເນັ່ງຜ່ານທະເລ ທີ່ເຊື່ອມຕໍ່ຈີນແຜ່ນດິນໃຫຍ່
ກັບຮົງກົງ ແລະມາກາວ ຊຶ່ງເປັນສັນຍາລັກອັນຫຼ້າສຸດຂອງປັກກິ່ງ ເຖິງ ການຄວບຄຸມ
ທີ່ເຄັ່ງຄັດກວ່າເກົ່າ ກັບຂົງເຂດເຄິ່ງປົກຄອງຕົນເອງທັງສອງ ນັ້ນ.
ປະທານປະເທດສີ ຈິ້ນຜິງ ແລະພວກຜູ້ນຳຂອງເມືອງໃຫຍ່ ທັງສາມນັ້ນ ແມ່ນປະສານ
ມືກັນ ໃນເມືອງຊູຮາຍ ທາງພາກໃຕ້ຂອງປະເທດ ເພື່ອການຕັດແຖບຜ້າ ໃນພິທີເປີດ
ງານ, ຊຶ່ງມີສາກທີ່ປະກອບດ້ວຍບັ້ງໄຟດອກທີ່ເປັນດິຈິໂຕລ ທີ່ຢູ່ທາງຫຼັງຂອງທ່ານ.
ຂົວທີ່ຍາວ 54 ກິໂລແມັດ ໃນໂຄງການ 20 ພັນລ້ານໂດລາ ທີ່ຮວມທັງອຸໂມງໃຕ້ນ້ຳ,
ທີ່ເຊື່ອມຕໍ່ເມືອງຊູຮາຍ ກັບຮົງກົງທີ່ເປັນເຂດການເງິນ ແລະແຫຼ່ງການພະນັນຂອງ
ມາກາວ ທີ່ຂ້າມຜ່ານເຂດສາມຫລ່ຽມ ຂອງແມ່ນນ້ຳເພີຣ໌ລ. ໂຄງ ການກໍ່ສ້າງຂົວທີ່
ວ່ານີ້ ເລີ້ມຂຶ້ນ ໃນປີ 2009 ແລະຊັກຊ້າຍ້ອນຫຼາຍເຫດຜົນ ແລະເພີ້ມຄ່າກໍ່ສ້າງເພີ້ມ.
ການເດີນທາງແມ່ນຈະເລີ້ມແລ່ນຜ່ານຂົວດັ່ງກ່າວ ໃນວັນພຸດມື້ອື່ນນີ້.
ພິທີເປີດຂົວ ຊູຮາຍ-ຮົງກົງ-ມາກາວ ມີຂຶ້ນນຶ່ງເດືອນ ຫຼັງຈາກຈີນ ໄດ້ເປີດທາງລົດໄຟ
ຄວາມໄວສູງລະຫວ່າງຮົງກົງແລະຈີນແຜ່ນດິນໃຫຍ່, ທີ່ໄດ້ເຮັດໃຫ້ເກີດຄວາມເປັນ
ຫ່ວງເປັນໃຍ ທີ່ວ່າ ປັກກິ່ງ ແມ່ນເລີ້ມເຂົ້າຄວາມຄຸມຢ່າງຊ້າໆ ໃນສິດເສລິພາບ
ຂອງດິນແດນດັ່ງກ່າວ ທີ່ເຄີຍຊົມໃຊ້ ພາຍໃຕ້ “ນຶ່ງປະເທດສອງລະບົບ” ຊຶ່ງແມ່ນ
ລະບຽບການທີ່ໄດ້ສ້າງຕັ້ງຂຶ້ນ ຕອນທີ່ອັງກິດ ມອບອຳນາດຄືນ ໃນປີ 1997 ພຸ້ນ.