ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ທຳການຊ້ອມບຸກຂຶ້ນຝັ່ງ ຂະໜາດໃຫຍ່ ທ່າມກາງຄວາມເຄັ່ງຕຶງ ກັບໄຕ້ຫວັນ


ເຮືອບິນເຮລິຄັອບເຕີ້ສອງລຳ ບິນຜ່ານເທິງສຳນັກງານປະທານາທິບໍດີ ໂດຍມີທຸງຊາດແຂວນຢູ່ກ້ອງ ໃນລະຫວ່າງ ການສະເຫຼີມສະຫຼອງວັນຊາດ ໃນນະຄອນຫຼວງໄທເປ ຂອງໄຕ້ຫວັນ, ວັນທີ 10 ຕຸລາ 2020.
ເຮືອບິນເຮລິຄັອບເຕີ້ສອງລຳ ບິນຜ່ານເທິງສຳນັກງານປະທານາທິບໍດີ ໂດຍມີທຸງຊາດແຂວນຢູ່ກ້ອງ ໃນລະຫວ່າງ ການສະເຫຼີມສະຫຼອງວັນຊາດ ໃນນະຄອນຫຼວງໄທເປ ຂອງໄຕ້ຫວັນ, ວັນທີ 10 ຕຸລາ 2020.

ຈີນໄດ້ທຳການຊ້ອມລົບຂະໜາດໃຫຍ່ເພື່ອຍົກທັບຂຶ້ນເກາະ ໃນລະຫວ່າງ ວັນຊາດຂອງໄຕ້ຫວັນ ຂະນະທີ່ປະທານາທິບໍດີ ເຊ້ຍ ອິງ-ເຫວນ ໄດ້ຮຽກຮ້ອງໃຫ້ “ມີການເຈລະຈາທີ່ມີຄວາມໝາຍ” ກັບປັກກິ່ງ.

ການຈຳລອງຊ້ອມໂຈມຕີໃນຕອນກາງຄືນເມື່ອວັນເສົາທີ່ຜ່ານມານີ້ ລວມມີພວກເຮືອບິນບໍ່ມີຄົນຂັບ ຫຼື drones, ກອງກຳລັງໜ່ວຍພິເສດ ແລະກອງກຳລັງໂຕນຈ້ອງ ທີ່ເຄື່ອນກຳລັງຈາກຫຼາຍແຫ່ງ ອິງຕາມລາຍງານໂດຍຜູ້ປະກາດຂ່າວຂອງສູນກາງຂ່າວໂທລະພາບທາງການຈີນ ຫຼື CCTV.

ມັນເປັນຄັ້ງທຳອິດ ໃນບໍ່ເທົ່າໃດປີຜ່ານມານີ້ ທີ່ສື່ມວນຊົນຂອງທາງການຈີນ ໄດ້ເປີດເຜີຍຂັ້ນຕອນທັງໝົດຂອງການຈຳລອງບຸກຂຶ້ນເກາະໄຕ້ຫວັນ ດ້ວຍກຳລັງທະຫານ.

ລາຍງານຂ່າວກ່າວວ່າ “ການຊ້ອມລົບນັ້ນ ມີປະສິດທິພາບໂດຍການນຳເອົາກອງກຳລັງຕໍ່ສູ້ໃໝ່ຫຼາຍໜ່ວຍເຂົ້າມາຮ່ວມນຳ ຊຶ່ງເປັນການເພີ້ມຄວາມອາດສາມາດໃນການສູ້ລົບຕົວຈິງຂອງກຳລັງທະຫານໃນການບຸກຂຶ້ນຝັ່ງຮ່ວມກັນ ແລະການບຸກໂຈມຕີແບບສາມມິດຕິ.”

ຄວາມເຄັ່ງຕຶງກ່ຽວກັບໄຕ້ຫວັນ ໄດ້ສູງຂຶ້ນຢ່າງໜັກໃນບໍ່ເທົ່າອາທິດຜ່ານມານີ້ ໃນຂະທີ່ປັກກິ່ງ ໄດ້ທະວີຄວາມກົດດັນທາງດ້ານການທະຫານ ດ້ວຍພວກເຮືອບິນຂອງຕົນ ເກືອບວ່າໃນແຕ່ລະວັນທົ່ວເຂດທີ່ລະອຽດອ່ອນທີ່ເອີ້ນວ່າ “ເສັ້ນກາງ” ຂອງຊ່ອງແຄບໄຕ້ຫວັນ ທີ່ຕາມປົກກະຕິແລ້ວ ເປັນເຂດກັນຊົນທີ່ບໍ່ເປັນທາງການ.

ອິງຕາມກະຊວງປ້ອງກັນປະເທດຂອງໄຕ້ຫວັນ ເຮືອບິນລົບຂອງຈີນ ໄດ້ບິນເຂົ້າໄປໃນເຂດນານຟ້າທີ່ລະບຸເປັນປ້ອງກັນຂອງເກາະ ຫຼື ADIZ ອີກຄັ້ງນຶ່ງໃນວັນອາທິດ ເຮັດໃຫ້ເປັນຂີດໝາຍຄັ້ງທີ 17 ຂອງການລ່ວງລ້ຳເຊັ່ນນີ້ ນັບແຕ່ວັນທີ 16 ກັນຍາ ເປັນຕົນມາ ເມື່ອໄທເປ ໄດ້ເລີ້ມພິມເຜີຍແພ່ການເຄືອນໄຫວດ້ານການທະຫານຂອງຈີນ ເປັນປະຈຳຢູ່ໃນເວັບໄຊ້ຂອງຕົນ.

ປັກກິ່ງ ເຫັນວ່າ ໄຕ້ຫວັນທີ່ປົກຄອງຕົນເອງ ເປັນເຂດແດນຂອງຕົນ ແລະກ່າວວ່າ ໃນມື້ນຶ່ງ ມັນຕ້ອງເປັນອັນນຶ່ງອັນດຽວກັນກັບຈີນແຜ່ນດິນໃຫຍ່ ດ້ວຍກຳລັງຖ້າຫາກຈຳເປັນ.

ໃນການກ່າວຖະແຫລງຢູ່ທີ່ການສະເຫຼີມສະຫຼອງວັນຊາດ ທ່ານປະທານາທິບໍດີຂອງໄຕ້ຫວັນ ໄດ້ອະທິບາຍເຖິງສະພາບການໃນເຂດຊ່ອງແຄບໄຕ້ຫວັນວ່າ "ເຄັ່ງຕຶງສົມຄວນ" ແລະຮຽກຮ້ອງໃຫ້ມີ "ການເຈລະຈາທີ່ມີຄວາມໝາຍ" ກັບປັກກິ່ງ ໃນພື້ນຖານຄວາມເທົ່າທຽມກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG