ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ເລີ້ມ​ການ​ຊ້ອມ​ລົບ​​ຮ່ວມ​ໂຈມ​ຕີ​ຂະ​ໜາດ​ໃຫຍ່ ທີ່​ແນ​ໃສ່​ໄຕ້​ຫວັນ


ແຟ້ມ - ໃນ​ຮູບ​ທີ່​ບໍ່​ມີ​ການ​ລະ​ບຸ​ວັນ​ເວ​ລາ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍກອງ​ທັບ​ໄຕ້​ຫວັນ ໄດ້​ສະ​ແດງ​ໃຫ້​ເຫັນ​ເຮືອ​ບິນ​ລົບອາຍ​ພົ່ນ J-16 ຂອງກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ ຢູ່​ສະ​ຖານ​ທີ່​ແຫ່ງ​ນຶ່ງ
ແຟ້ມ - ໃນ​ຮູບ​ທີ່​ບໍ່​ມີ​ການ​ລະ​ບຸ​ວັນ​ເວ​ລາ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍກອງ​ທັບ​ໄຕ້​ຫວັນ ໄດ້​ສະ​ແດງ​ໃຫ້​ເຫັນ​ເຮືອ​ບິນ​ລົບອາຍ​ພົ່ນ J-16 ຂອງກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ ຢູ່​ສະ​ຖານ​ທີ່​ແຫ່ງ​ນຶ່ງ

ກອງ​ທັບ​ຈີນ ເລີ້ມການ​ຊ້ອມ​ລົບ​ຮ່ວມ​ຂະ​ໜາດ​ໃຫຍ່ ​ໃນ​ວັນ​ອາ​ທິດ​ວານນີ້ ດ້ວຍ​ການ​ສົ່ງ​ເຮືອ​ບິນ​ແລະ​ກຳ​ປັ່ນ​ລົບ ​ໄປ​ຍັງ​ໄຕ້​ຫວັນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ​ ທີ່​ອ້າງ​ຄຳ​ເວົ້າ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ແລະ​ໄຕ້​ຫວັນ.

ການ​ຊ້ອມ​ລົບ​ນີ້ ບັງ​ເອີນ​ມີ​ຂຶ້ນ​ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ​ຂອງ​ສະ​ມາ​ຊິກ​ສະ​ພາ​ເຢຍ​ຣະ​ມັນ​ກຸ່ມ​ນຶ່ງທີ່​ຫາ​ກໍ​ໄປ​ຮອດ​ໄຕ້​ຫວັນ​ໃນ​ຕອນ​ເຊົ້າ​ຂອງວັນ​ຈັນ​ມື້ນີ້. ທ່ານ​ນາງ​ມາ​ຣີ-ແອັກ​ແນັ​ສ ສ​ແຕ​ຣັກ-ຊິມ​ເມີ​ແມນ ຊຶ່ງ​ເປັນ​ຫົວ​ໜ້າ​ ຄະ​ນະກຳມະ​ການປ້ອງ​ກັນ​ປ​ະ​ເທດ​ຂອງ​ສະ​ພາ​ເຢຍ​ຣະ​ມັນ ເປັນ​ຜູ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ໃນ​ການ​ຢ້ຽມ​ຢາມ​ດັ່ງ​ກ່າວ.

ຄະ​ນະ​ຂອງ​ເຢຍ​ຣະ​ມັນຈະ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ ທ່ານ​ນາງ​ໄຊ ອິງ ເຫວິນ ຕະ​ຫຼອດ​ທັງ​ຜູ້​ນຳ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ ແລະ​ຜູ້​ນຳ​ສະ​ພາ​ກິ​ດ​ຈະ​ການ​ແຜ່ນ​ດິນ​ໃຫຍ່ ຊຶ່ງ​ເປັນ​ຜູ້​ຮັບ​ຜິດ​ຊອບ​ກັບ​ບັນ​ຫາ​ຕ່າງໆ ​ທີ່​ພົວ​ພັນ​ກັບ​ຈີນ.

ຈີນ​ໄດ້​ເລີ້ມ​ການ​ກົດ​ດັນ​ຕໍ່​ກອງ​ທັບ​ໄຕ້​ຫວັນ​ໃນ​ໄລ​ຍະ​ສອງ​ສາມ​ປີ​ທີ່​ຜ່ານ​ມານີ້​ໂດຍ​ສົ່ງ​ເຮືອ​ບິນ​ແລະ​ກຳ​ປັ່ນ​ລົບ ເກືອບ​ວ່າ​ທຸກໆ​ມື້​ໄປ​ຍັງເກາະ​ໄຕ້​ຫວັນ​ທີ່ປົກ​ຄອງ​ຕົນ​ເອງ​. ຈີນ​ອ້າງວ່າ​ຕົນມີ​ອະ​ທິ​ປະ​ໄຕ​ເໜືອ​ເກາະ​ດັ່ງ​ກ່າວ ຊຶ່ງ​ໄດ້​ແຍກ​ອອກ​ຈາກ​ຈີນ​ແຜ່ນ​ດິນ​ໃຫຍ່ ຫຼັງ​ຈາກ​ສົງ​ຄາມ​ກາງ​ເມືອງ​ໃນ​ປີ 1949.

ການ​ຊ້ອມ​ລົບ ທີ່​ໄດ້​ເລີ້ມ​ຂຶ້ນ​ໃນ​ວັນ​ອາ​ທິດ​ ຍັງ​ດຳ​ເນີນ​ຢູ່​ຕໍ່​ມາຈົນ​ຮອດ​ວັນ​ຈັນ​ມື້ນີ້ ຊຶ່ງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄຕ້​ຫວັນ​ ກ່າວ​ວ່າ ຕົນ​ໄດ້​ຕິດ​ຕາມ​ເບິ່ງ​ການ​ເຄື່ອນ​ໄຫວຂອງ​ເຮືອ​ບິນ ແລະ​ກຳ​ປັ່ນ​ລົບ​ຈີນ ໃນ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ຂອງ​ຕົນ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄຕ້​ຫວັນ ​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ຂອງ​ຈີນ “ແມ່ນ​ລົບ​ກວນ​ຢ່າງ​ແຮງຕໍ່​ສັນ​ຕິ​ພາບແລະ​ສະ​ຖຽນ​ລະ​ພາບ​ ໃນ​ບໍ​ລິ​ເວນ​ຊ່ອງ​ແຄບ​ໄຕ້​ຫວັນ ແລະ​ເຂດ​ນ່ານ​ນ້ຳ​ທີ່​ຢູ່​ອ້ອ​ແອ້ມ.”

ໃນ​ໄລ​ຍະ​ 24 ຊົ່ວ​ໂມງ​ຜ່ານ​ມາ ແຕ່ 6 ໂມງ​ເຊົ້າ​ຂອງວັນ​ອາ​ທິດ ຫາ 6 ໂມງ​ເຊົ້າ​ຂອງວັນ​ຈັນ​ມື້ນີ້ ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ໄດ້​ສົ່ງເຮືອ​ບິນ​ລົບ 57 ລຳ ແລະ​ກຳ​ປັ່ນ​ລົບ 4 ລຳ​ມາ​ຍັງ​ໄຕ້​ຫວັນ ອີງ​ຕາມ​ຄຳ​ເວົ້າ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະເທດ​ຂອງ​ໄຕ້​ຫວັນທີ່​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້ນີ້. ເຮືອ​ບິນ​ລົບ 28 ລຳ​ຂອງ​ຈີນ​ໄດ້​ບິນ​ລ່ວງ​ລ້ຳ​ເສັ້ນ​ແບ່ງ​ເຂດ​ແດນ​ຢູ່​ຊ່ອງ​ແຄບ​ໄຕ້​ຫວັນ ຊຶ່ງ​ເປັນ​ເສັ້ນ​ແບ່ງ​ເຂດ​ແດນ​ທີ່​ບໍ່​ເປັນ​ທາງ​ການ​ທີ່​ທັງ​ສອງ​ຝ່າຍ​ໄດ້​ຮັບ​ຮູ້​ໃນ​ໄລະ​ຜ່ານ​ມາ.

ຈີນ ​ໄດ້​ປະ​ກາດ​ກ່ຽວ​ກັບ​ການ​ຊ້ອມ​ລົບ​ ໃນ​ເວ​ລາ 11 ໂມງ​ແລງ​ຂອງວັນ​ອາ​ທິດ​ໂດຍເວົ້າ​ວ່າ “ເປົ້າ​ໝາຍ​ໃນ​ຂັ້ນ​ຕົ້ນ ​ແມ່ນ​ເພື່ອ​ຊ້ອມ​ແລະ​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ​ແລະ​ທາງ​ທະ​ເລ” ອີງ​ຕາມ​ຖະ​ແຫຼງ​ຂ່າວ​ຂອງ​ທ່ານຊີ ຢີ ໂຄ​ສົກ​ກອງ​ບັນ​ຊາ​ການ​ໃນ​ເຂດ​ພາກ​ຕາ​ເວັນ​ອອກ ຂອງກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ.

ໃນ​ຕອນ​ທ້າຍ ເດືອນ​ທັນ​ວາ​ປີ​ກາຍນີ້ ຈີນ​ ໄດ້​ສົ່ງ​ເຮືອ​ບິນ​ລົບ​ຫຼາຍ​ເປັນ​ປະ​ຫວັດ ການ 71 ລຳ ແລະ​ກຳ​ປັ່ນ​ລົບ 7 ​ລຳ​ໄປ​ຍັງ​ໄຕ້​ຫວັນ ຊຶ່ງ​ເປັນ​ການ​ຊ້ອມ​ລົບ​ທີ່​ໃຫຍ່​ທີ່​ສຸດ​ໃນ​ປີ 2022.

ສ່ວນ​ໄຕ້​ຫວັນ​ກໍ​ຈະ​ທຳ​ການ​ຊ້ອມ​ລົບ​ປະ​ຈຳ​ປີ​ເປັນ​ເວ​ລາສອງມື້ ເລີ້ມ​ໃນ​ວັນ​ພຸດ​ຈະ​ມານີ້. ການ​ຊ້ອມ​ລົບ​ກ່ອນ​ວັນພັກ​ກຸດ​ຈີນ​ແມ່ນ​ແນ​ໃສ່​ເພື່ອ​ສະ​ແດງ​ແສນ​ຍາ​ນຸ​ພາບ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ຕົນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG