ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກີດຝົນຕົກໜັກ ຢ່າງຮ້າຍແຮງ ທີ່ປະເທດຈີນ


ແຜນທີ່ຈີນ
ແຜນທີ່ຈີນ

ໄດ້​ເກີດຝົນຕົກ​ໜັກ​ ຢູ່​ໃນ​ບໍລິ​ເວນ​ສ່ວນໃຫຍ່ ​ຂອງປະ​ເທດ​ຈີນ.

​ແຂວງ​ Hebei ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ ​ໄດ້​ຮັບ​ຜົນ​ກະທົບຮ້າຍ​ແຮງ​ສຸດ ​ເຮັດ​ໃຫ້ 36 ຄົນ​ເສຍຊີວິດ ​ແລະ​ອີກ 77 ຄົນ​ຫາຍ​ສາ​ບສູນ.

ຫລາຍ​ຮ້ອຍ​ພັນ​ຄົນ​ໄດ້​ຖືກ​ບັງຄັບ​ໃຫ້​ຍົ​ກຍ້າຍ​ອອກ​ຈາກ​ບ້ານເຮືອນຂອງ​ເຂົາ​ເຈົ້າ.

ຝົນຕົກ​ໜັກ​ໄດ້​ເຮັດ​ໃຫ້​ແມ່​ນໍ້າຕ່າງໆລົ້ນຝັ່ງ​ຂຶ້ນມາ​ຖ້ວມ ຊຶ່ງ​ໄດ້ກໍ່​ໃຫ້​ເກີດ​ດິນ​ເຈື່ອນ ​ແລະໄດ້ ທຳ​ລາຍບັນດາ​ເຮືອນ​ຊານບ້ານ​ຊ່ອງ.

ປະຊາຊົນ​ໄດ້​ພາກັນ​ເກີດຄວາມ​ໂກດ​ແຄ້ນ​ຂຶ້ນ ຍ້ອນບໍ່ພໍ​ໃຈ​ກັບ​ພວກ​ເຈົ້າ​ໜ້າ​ທີ່ ທີ່ບໍ່​ໄດ້​ເຕືອນເຂົາ​ເຈົ້າລ່ວງໜ້າ​ຢ່າງ​ພຽງພໍ ກ່ຽວກັບ​ວ່າຈະ​ມີຝົນ​ຈະ​ຕົກໜັກ.

Torrential rains are lashing much of China.

The northern province of Hebei has received the worst of the deluge, leaving 36 people dead and another 77 people missing.

Hundreds of thousands of people have been forced to evacuate their homes.

The showers have flooded streams, triggered landslides and destroyed homes.

Public anger is erupting as people contend officials did not warn them in sufficient time about the coming downpours.

XS
SM
MD
LG