ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັກຍິງທາລົກຈີນ ທີ່ຖືກລົດຕຳ ເສຍຊີວິດແລ້ວ


ແຜນທີ່ຈີນ
ແຜນທີ່ຈີນ

ເດັກຍິງຈີນອາຍຸ 2 ປີຄົນນຶ່ງ ທີ່ຖືກລົດ 2 ຄັນຕຳແລະບໍ່ໄດ້ຮັບການເອົາຫົວຊາຈາກຜູ້ຄົນ
ທີ່ຍ່າງຜ່ານໄປມາ ໃນຂະນະທີ່ນາງນອນເຈັບຢູ່ນັ້ນ ໄດ້ເສຍຊີວິດແລ້ວ ນຶ່ງອາທິດຫຼັງຈາກ
ໄດ້ເກີດອຸບັດຕິເຫດທີ່ໄດ້ກໍ່ໃຫ້ເກີດມີຄວາມໂກດແຄ້ນແລະການອະພິປາຍຖົກຖຽງຂອງຜູ້
ຄົນກ່ຽວກັບເລື່ອງສິນທຳຢູ່ໃນວັດທະນະທຳຂອງຈີນ.

ໂຮງໝໍແຫ່ງນຶ່ງໃນແຂວງກວ້າງຕຸ້ງ ທີ່ໃຫ້ການປິ່ນປົວພະຍາບານເດັກຍິງ ທີ່ຮູ້ກັນໃນນາມ
Yue Yue ນັ້ນກ່າວວ່ານາງໄດ້ເສຍຊີວິດແລ້ວໃນຕອນເຊົ້າຂອງວັນສຸກມື້ນີ້ຍ້ອນສະໝອງ ແລະອະໄວຍະວະລົ້ມແຫຼວບໍ່ເຮັດວຽກ.

ໂທລະພາບວົງຈອນປິດ ທີ່ບັນທຶກພາບອຸບັດຕິເຫດ ທີ່ໄດ້ນຳມາອອກອາກາດທາງໂທລະ
ພາບແລະອອກຂ່າວທາງອິນເຕີແນັດນັ້ນສະແດງໃຫ້ເຫັນວ່າ ມີຜູ້ຄົນຍ່າງຫຼືຂີ່ລົດຖີບຜ່ານ
ໄປມາຢ່າງນ້ອຍ 18 ຄົນ ໃນເສັ້ນທາງທີ່ແອອັດໄປດ້ວຍຜູ້ຄົນຢູ່ຕະຫຼາດແຫ່ງນຶ່ງໃນເມືອງ
Foshan ທາງພາກໃຕ້ຂອງຈີນ ແຕ່ປາກົດວ່າບໍ່ມີຄົນໃດໄດ້ຢຸດຊ່ອຍນາງ.

ຕຳຫຼວດໄດ້ຕິດຕາມແລະຈັບຄົນຂັບລົດທັງສອງທີ່ຕຳເດັກຍິງຄົນນີ້ໄດ້ແລ້ວ.

ເວັບໄຊທ໌ຂອງສື່ມວນຊົນແລະຕາໜ່າງສື່ສັງຄົມຂອງຈີນ ແມ່ນເຕັມໄປດ້ວຍຜູ້ຄົນທີ່ເຂົ້າໄປ
ສະແດງຄວາມເສຍໃຈແລະຄວາມໂກດແຄ້ນກ່ຽວກັບການເສຍຊີວິດຂອງນາງ.

ພວກນັກວິເຄາະທາງອິນເຕີແນັດຫຼາຍໆຄົນເວົ້າວ່າ ຈີນໄດ້ກາຍເປັນປະເທດທີ່ບໍ່ມີີຄວາມ
ເມດຕາກາລຸນາອີກແລ້ວ ໃນຂະນະທີ່ປະເທດດັ່ງກ່າວ ພວມເຄື່ອນໄຫວຢ່າງວ່ອງໄວໄປສູ່ ຄວາມຈະເລີນຮຸ່ງເຮືອງທາງດ້ານເສດຖະກິດນັ້ນ.

XS
SM
MD
LG