ໜັງສືພິມຂອງພັກຄອມມິວນີສຈີນໄດ້ປະຕິເສດຕໍ່ຄວາມເຫັນທີ່ວ່າ ປະເທດຈີນ ອາດ
ໄດ້ມີສ່ວນຮັບຜິດຊອບນໍາການໂຈມຕີທາງ Cyber ໃນທົ່ວໂລກ ຫລື ລັກລອບເອົາຂໍ້ມູນ
ໃນຄອມພິວເຕີ ຂອງຫຼາຍກວ່າ 70 ໜ່ວຍງານລັດຖະບານ, ກຸ່ມອົງການອາສາສະໝັກ
ທີ່ບໍ່ຫາຜົນກໍາໄລ ແລະບໍລິສັດເອກກະຊົນຕ່າງໆໃນຊ່ວງ 5 ປີທີ່ຜ່ານມາ.
ໜັງສືພິມ Peopel's Daily ກ່າວໃນວັນສຸກມື້ນີ້ວ່າ ມັນເປັນການກະທໍາທີ່ "ບໍ່ມີ
ຄວາມຮັບຜິດຊອບເລີຍ" ທີ່ເອົາຈີນໄປພົວພັນໃສ່ກັບການລັກຂະໂມຍເອົາຂໍ້ມູນທາງ
ອິນເຕີເນ໊ຕນັ້ນ.
ບໍລິສັດຮັກສາຄວາມປອດໄພ McAfee ຂອງສະຫະລັດໄດ້ລາຍງານໃນວັນພຸດຜ່ານມານີ້
ວ່າ ມີປະເທດນື່ງຢູ່ເບື້ອງຫລັງຂອງການໂຈມຕີທາງອິນເຕີເນ໊ຕທົ່ວໂລກນັ້ນ ແຕ່ບໍ່ໄດ້ລະບຸ
ວ່າ ເປັນປະເທດໃດ ແຕ່ພວກນັກຊ່ຽວຊານກ່າວວ່າ ຫລັກຖານຕ່າງໆ ຊີ້ໄປໃສ່ປະເທດຈີນ.
ບໍລິສັດດຽວກັນນີ້ໄດ້ກ່າວເຊັ່ນກັນ ເມື່ອເດືອນກຸມພາຜ່ານມາວ່າ ພວກລັກລອບຂະໂມຍ
ຂໍ້ມູນທາງອິນເຕີເນ໊ຕທີ່ມີຖານຢູ່ໃນປະເທດຈີນ ໄດ້ເຂົ້າໄປລົບກວນລະບົບຄອອມພິວເຕີ ຂອງບໍລິສັດພະລັງງານລະດັບໂລກ ຢ່າງນ້ອຍ 5 ແຫ່ງ ເພື່ອທີ່ຈະລັກລອບເອົາຂໍ້ມູນ
ລາຍລະອຽດຕ່າງໆ ກ່ຽວກັບການປະມູນເອົາບໍ່ນໍ້າມັນ ແລະຂໍ້ມູນທີ່ສໍາຄັນອື່ນໆ.