ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ການດຳເນີນຄະດີ​​ ນາງ Gu Kailai ໄດ້​ສິ້ນ​ສຸດ​ລົງແລ້ວ (ວີດີໂອກັບສະໄລດ໌)


ທ່ານນາງ Gu Kailai
ທ່ານນາງ Gu Kailai

ການ​ດໍາ​ເນີນຄະດີຄາດ​ຕະກໍາ​ລະດັບ​ສູງ ຂອງ​ນາງ Gu Kailai ​ພັນ​ລະ​ຍາ​ຂອງ ທ່ານ ​ໂບ ຊີ​ລາຍ ນັກ​ການ​ເມືອງ​ທີ່​ອັບອາຍ​ຂາຍໜ້າ​ຂອງ​ຈີນ ​ໄດ້​ສິ້ນ​ສຸດ​ລົງຫຼັງຈາກ​ໄດ້​ດຳ​ເນີນ​ມາ​ພຽງ​ນຶ່ງ​ມື້ ຄື​ວັນ​ພະຫັດ​ມື້​ນີ້.

​ເຈົ້າໜ້າ​ທີ່​ສານ​ຄົນ​ນຶ່ງ ຂອງ​ເມືອງ Hefei ພາກ​ຕ​າ​ເວັນ​ອອກ​ຂອງ​ຈີນ ກ່າວ​ວ່າ ຍັງ​ບໍ່​ມີ​ການອອກ​ຄຳ​ຕັດສິນ​ໃດໆ​ໃນ​ຄະດີ​ດັ່ງກ່າວ​ນີ້​ເທື່ອ ຊຶ່ງ​ທ່ານ​ກ່າວ​ວ່າ ຈໍາ​ເລີຍ ນາງ Gu Kailai ບໍ່​ໄດ້​ຄັດຄ້ານ​ຕໍ່​ຂໍ້​ຫາ ​ພ້ອມ​ທັງມີສຸຂະ ພາບ​ດີ ​ແລະຈິດ​ໃຈ​ທຸ່ນ​ທ່ຽງ.

ບັນດາ​ໄອ​ຍະ​ການ​ສານ​ກ່າວ​ວ່າ ນາງ Gu ​ແລະ​ຄົນ​ຮັບ​ໃຊ້​ຂອງ​ນາງ ​ໄດ້ ວາງຢາ​ພິດ​ໃສ່​ນາຍ Neil Heywood ນັກ​ທຸລະ​ກິດ​ຊາວ​ອັງກິດ​ໃນ​ເດືອນ ພະຈິກ​ປີກາຍ ທີ່​ເມືອງ Chongqing ​ໃນພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ ບ່ອນ​ທີ່​ສາມີຂອງ​ນາງ ຄືທ່ານໂບ ​ເປັນ​ຫົວໜ້າ​ພັກ​ຄອມ
​ມີ​ວນີສຢູ່​ທີ່ນັ້ນ.

ຖ້າ​ຖືກ​ຕັດສິນ​ວ່າ​ກະທໍາ​ຜິດ​ແທ້ ນາງ Gu ອາດ​ຖືກໂທດ​ຂັ້ນ​ປະຫານ​ຊີວິດ ອົງການ​ຂ່າວ​ຊິນ​ຫົວ ​ເວົ້າ​ວ່າ ​ເຈົ້າໜ້າ​ທີ່ຕຳຫຼວດ​ສີ່​ຄົນ ທີ່​ພະຍາຍາມ​ປົກ​ປິດ​ເລຶ່ອງການ​ຄາດ​ຕະກໍາ​ນັກທຸລະກິດ Heywood ນັ້ນ ກໍ​ຈະ​ຖືກ​ດໍາ​ເນີນ​ຄະດີ​ເຊັ່ນກັນ​ໃນ​ອາທິດ​ນີ້.

ຄະດີ​ດັ່ງກ່າວ​ນີ້ ນັບ​ວ່າ​ເປັນ​ຄະດີທີ່​ຫຼໍ່​ແຫຼມ​ທາງ​ການ​ເມືອງຫຼາຍທີ່​ສຸດຂອງ​ຈີນ ​ໃນ​ຄວາມ​ຊົງ​ຈໍາ​ທີ່​ບໍ່​ດົນ​ນາ​ນປານ​ໃດ​ນັ້ນ ​ແລະ​ກໍເປັນ​ເຫດ​ໃຫ້ທ່ານ ​ໂບ ຊີ​ລາຍ ສາມີ​ຂອງ​ນາງ Gu ນັ້ນ ​ໄດ້​ຖືກ​ປົດ​ຈາ​ກຕຳ​ແໜ່​ງ​ໄປ​ແລ້ວ ຊຶ່ງຄັ້ງ​ນຶ່ງທ່ານເຄີ​ຍຖືກ​ຮັບ​ຮູ້​ວ່າ​ ເປັນ​ດາວຮຸ່ງ​ທີ່​ມາ​ແຮງ​ຄົນ​ນຶ່ງ​ ໃນ​ວົງ​ການ​ການເມືອງ​ຂອງ​ຈີນ.

XS
SM
MD
LG