ລັດຖະບານ ຈີນ ໃຫ້ສິດທິພິເສດທາງການຄ້າສຳລັບສິນຄ້າກະສິກຳຂອງ ລາວ ເພີ່ມຂຶ້ນເຖິງ 24 ລາຍການ ແຕ່ກໍຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ຈິງ ເພາະວ່າພໍ່ຄ້າ ຈີນ ບໍ່ເຂົ້າມາຮັບຊື້ສິນຄ້າຈາກກະສິກອນ ລາວ.
ທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ຖະແຫຼງວ່າ ລັດຖະບານ ຈີນ ຕົກລົງໃຫ້ສິດທິພິເສດທາງການຄ້າ ສຳລັບສິນຄ້າກະສິກຳຂອງ ລາວ ເພີ່ມຂຶ້ນອີກ 24 ລາຍການ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາການຜະລິດດ້ານກະສິກຳ ເພື່ອທົດແທນການປູກຝິ່ນໃນແຂວງພາກເໜືອຂອງ ລາວ ໂດຍໃນ 24 ລາຍການສິນຄ້າກະສິກຳດັ່ງກ່າວໄດ້ມີການຂຶ້ນບັນຊີສິນຄ້າທີ່ອະນຸຍາດໃຫ້ນຳເຂົ້າໄປ ຈີນ ໄດ້ແລ້ວ 16 ລາຍການຈຶ່ງເຊື່ອວ່າທາງການ ຈີນ ຈະຂຶ້ນບັນຊີຢ່າງຄົບຖ້ວນໃນມໍ່ໆນີ້ ອັນຈະເຮັດໃຫ້ ລາວ ໄດ້ຮັບສິດທິພິເສດທາງການຄ້າຈາກ ຈີນ ທັງໝົດໃນ 32 ລາຍການຊຶ່ງໃນນີ້ລວມເຖິງເຂົ້າ 5 ໝື່ນໂຕນ, ງົວ 5 ແສນໂຕ, ກ້ວຍ, ສາລີ ແລະ ຢາງພາລາດ້ວຍ ແຕ່ໃນການຈັດຕັ້ງປະຕິບັດຕົວຈິງກໍຈະຕ້ອງສົ່ງເສີມໃຫ້ນັກທຸລະກິດ ຈີນ ເຂົ້າມາລົງທຶນໃນ ລາວ ເພີ່ມຂຶ້ນດ້ວຍ ດັ່ງທີ່ທ່ານ ລຽນ ຢືນຢັນວ່າ
“ໄດ້ຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ແກ່ບັນດາທຸລະກິດ ແລະ ຜູ້ປະກອບການລົງທຶນໃສ່ການຜະລິດພືດ-ສັດບູລິມະສິດທີ່ໄດ້ເຈລະຈາແລ້ວ ເພື່ອບັນລຸເປົ້າໝາຍການສົ່ງອອກເປັນຕົ້ນແມ່ນເຂົ້ານີ້ ໂຄຕ້າ 50,000 ໂຕນ ແລະ ງົວ 5 ແສນໂຕ ແລະ 6 ຊະນິດພືດທີ່ໄດ້ເຈລະຈາແລ້ວຫັ້ນຖືວ່າໄດ້ແລ້ວລວມທັງ 24 ພືດໃນໂຄຕ້າທົດແທນການປູກຝິ່ນນີ້ ຈີນ ເຂົາເຈົ້າອອກ Bar Code ໃຫ້ແລ້ວລະແມ່ນ 16 ພືດ.”
ແຕ່ຢ່າງໃດກໍຕາມ ຊາວກະສິກອນ ລາວ ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອໄວຣັສ Covid-19 ຢ່າງໜັກໜ່ວງ ເນື່ອງຈາກບໍ່ສາມາດສົ່ງຜົນຜະລິດກະສິກຳໄປ ຈີນ ໄດ້ຕາມປົກກະຕິເພາະວ່າບັນດາພໍ່ຄ້າ ຈີນ ບໍ່ໄດ້ເດີນທາງມາຮັບຊື້ຜົນຜະລິດກະສິກຳໃນ ລາວ ນັບຈາກເດືອນມັງ ກອນ 2020 ເປັນຕົ້ນມາແລ້ວ ຈຶ່ງເຮັດໃຫ້ກະເສດຕະກອນ ລາວ ບໍ່ມີລາຍໄດ້ຈາກການຂາຍຜົນຜະ ລິດເລີຍ ທັງຍັງປາກົດດ້ວຍວ່າມີຜົນຜະລິດຕົກຄ້າງຢູ່ໃນລາວຈຳນວນຫຼາຍ ໂດຍສະເພາະກ້ວນຫອມນັ້ນຖືກເປັນຜົນຜະລິດທີ່ຕົກຄ້າງຫຼາຍທີ່ສຸດ ດັ່ງທີ່ທ່ານ ອ່ອນແກ້ວ ອຸ່ນອະລຸນ ຫົວໜ້າພະ ແນກແຜນການ ແລະ ການລົງທຶນແຂວງອຸດົມໄຊຢືນຢັນວ່າ
“ຖືວ່າມາຮອດປັດຈຸບັນນີ້ ຢູ່ແຂວງອຸດົມໄຊຂອງພວກເຮົາ ສິນຄ້າຍັງຄ້າງທີ່ບໍ່ໄດ້ຂາຍອອກໄປສູ່ປະເທດ ຈີນ ນີ້ກະມີໝາກຖົ່ວແຂກ 1,000 ກວ່າໂຕນ, ມັນດ້າງ 1,700 ກວ່າໂຕນ, ໝາກກ້ວຍຫອມນີ້ແມ່ນ 115,800 ກວ່າໂຕນ ຕໍ່ມານີ້ແມ່ນໝາກອຶ 3,267 ໂຕນ ແລະ ອ້ອຍນີ້ 1,500 ໂຕນ ຂຶ່ງວ່າສິນຄ້າເຫຼົ່ານີ້ນີ່ຍັງຄ້າງຢູ່ແຂວງອຸດົມໄຊຂອງພວກເຮົາໃນໄລຍະປັດຈຸບັນນີ້ ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ພີ່ນ້ອງກະສິກອນແຂວງອຸດົມໄຊເຮົາເປັນຈຳນວນຫຼວງຫຼາຍພໍສົມຄວນ.”
ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳ ແລະ ການຄ້າຍອມຮັບວ່າ ການລະບາດຂອງເຊື້ອໄວຣັສ Covid-19 ຍັງສົ່ງຜົນກະທົບຕໍ່ການສົ່ງອອກຜົນຜະລິດກະສິກຳທີ່ ລາວ ໄດ້ຮັບສິດທິພິເສດທາງການຄ້າຈາກ ຈີນ ອີກດ້ວຍເປັນຕົ້ນແມ່ນຜົນຜະລິດເຂົ້າທີ່ລັດຖະບານ ຈີນ ໄດ້ອະນຸຍາດໃຫ້ຮັບຊື້ຈາກ ລາວ ໃນປະລິມານລວມ 50,000 ໂຕນໃນປີ 2020 ນີ້ ແຕ່ກໍປາກົດວ່າກະເສດຕະກອນ ລາວ ສາມາດສົ່ງເຂົ້າໄປ ຈີນ ໄດ້ພຽງ 1,350 ໂຕນ ຄິດເປັນ 2.5 ເປີເຊັນເທົ່ານັ້ນຂອງໂຄຕ້າທັງໝົດທີ່ໄດ້ຮັບຈາກ ຈີນ ໃນປີນີ້ ເພາະວ່າເກີດບັນຫາຫຍຸ້ງຍາກໃນການຂົນສົ່ງສິນຄ້າໄປ ຈີນ ເນື່ອງຈາກການລະບາດຂອງໄວຣັສ Covid-19 ດັ່ງກ່າວ.
ແຕ່ຢ່າງໃດກໍຕາມ ເພື່ອຮັບປະກັນວ່າເຂົ້າທີ່ ລາວ ຈະສົ່ງໄປ ຈີນ ໃນໄລຍະຕໍ່ໄປນີ້ເປັນຜົນຜະລິດທີ່ມີຄຸນນະພາບໄດ້ມາດຕະຖານຕາມຕ້ອງການຂອງ ຈີນ ທາງການ ຈີນ ກໍໄດ້ຄັດເລືອກ 5 ບໍລິສັດຮ່ວມທຶນ ຈີນ-ລາວ ເພື່ອຮັບຜິດຊອບການເກັບຊື້ເຂົ້າໃນ ລາວ ເພື່ອສົ່ງໄປ ຈີນ ຕາມໂຄຕ້າທີ່ທາງການ ຈີນ ໄດ້ໃຫ້ແກ່ ລາວ ໃນປະລິມານລວມ 50,000 ໂຕນໃນປີ 2020 ດັ່ງກ່າວ ຫາກແຕ່ວ່າການທີ່ຈະຈັດຕັ້ງປະຕິບັດໄດ້ຈິງນັ້ນ ກໍຕໍ່ເມື່ອທາງການ ລາວ-ຈີນ ສາມາດຄວບຄຸມການລະບາດຂອງ Covid-19 ໄດ້ຢ່າງຄັກແນ່ແລ້ວ.
ຍິ່ງໄປກວ່ານັ້ນ ໄພນໍ້າຖ້ວມໃນປີ 2019 ຍັງເຮັດໃຫ້ຄອງຊົນລະປະທານ ແລະ ອ່າງນໍ້າເສຍຫາຍໄປເຖິງ 76 ແຫ່ງ ທັງຍັງຂາດແຄນເງິນທຶນ ແລະ ແນວພັນເຂົ້າທີ່ເສຍຫາຍໄປຍ້ອນໄພນໍ້າຖ້ວມ ລວມເຖິງແນວພັນສັດ ແລະ ພັນພືດຕ່າງໆອີກດ້ວຍ.