ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ຄາດວ່າ ອັດຕາການຫວ່າງງານ ພາຍໃນລາວ ຈະເພີ້ມຂຶ້ນສູງກວ່າ 25 ເປີເຊັນ


ບັນດາແຮງງານລາວ ຢູ່ປະເທດໄທ ທີ່ພາກັນກັບຄືນບ້ານສູ່ ສປປ ລາວ.
ບັນດາແຮງງານລາວ ຢູ່ປະເທດໄທ ທີ່ພາກັນກັບຄືນບ້ານສູ່ ສປປ ລາວ.

ທາງການລາວຄາດວ່າ ອັດຕາການຫວ່າງງານພາຍໃນລາວຈະເພີ້ມຂຶ້ນສູງກວ່າ 25
ເປີເຊັນ ຂອງກຳລັງແຮງງານທັງໝົດ ແລະຈະຮ້າຍແຮງຂຶ້ນ ຖ້າຫາກແຮງ ງານລາວກັບ
ຈາກໄທເພີ້ມຂຶ້ນນັບມື້ ຊຶ່ງຊົົງລິດ ໂພນເງິນ ມີລາຍງານ ຈາກ ບາງກອກ

ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານ ແລະສວັດດີການສັງຄົມ ເປີດເຜີຍວ່າ ການບໍ່ມີວຽກເຮັດງານທຳ ໄດ້ກາຍເປັນບັນຫາທີ່ມີລະດັບຄວາມຮຸນແຮງ ເພີ້ມ ຂຶ້ນນັບມື້ໃນທົ່ວປະເທດລາວ ເນື່ອງຈາກການລະບາດຂອງພະຍາດໄວຣັສ COVID-19 ໄດ້ເຮັດໃຫ້ມີການເລີກຈ້າງງານຢ່າງກວ້າງຂວາງໃນທຸກພາກທຸລະ ກິດໃນລາວ ໂດຍສະເພາະແມ່ນການບໍລິການ ແລະທອງທ່ຽວນັ້ນຖືເປັນພາກ ທຸລະກິດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ຕິດຕາມດ້ວຍພາກທຸລະກິດ ການຜະລິດສິນຄ້າເພື່ອສົ່ງອອກ ທັງສິນຄ້າກະສິກຳ ແລະສິນຄ້າອຸດສາຫະກຳ ຈຶ່ງເຮັດໃຫ້ຄາດໝາຍໄດ້ວ່າ ອັດຕາການຫວ່າງງານຂອງລາວ ໃນຕະຫຼອດປີ 2020 ຈະເພີ້ມຂຶ້ນເຖິງລະດັບທີ່ສູງກວ່າ 25 ເປີເຊັນ ຂອງກໍາລັງແຮງງານທັງ ໝົດໃນລາວ ທັງຍັງຈະຮຸນແຮງຂຶ້ນ ຖ້າຫາກວ່າແຮງງານລາວຍັງພາກັນເດີນ ທາງກັບຈາກໄທ ເພີ້ມຂຶ້ນນັບມື້.

ສ່ວນທ່ານຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະວັດດີ ການສັງຄົມບອກ
ວ່າບັນຫາທີ່ຈະຕ້ອງເລັ່ງແກ້ໄຂກໍຄື ການເຈລະຈາ ກັບໜ່ວຍ ທຸລະກິດເອກກະຊົນໃນທົ່ວປະເທດ ເພື່ອຂໍໃຫ້ຈ້າງແຮງງານລາວທີ່ເດີນທາງກັບ ຈາກຕ່າງປະເທດໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນແຮງງານລາວທີ່ເດີນທາງກັບ ຈາກໄທນັ້ນ ເປັນກຸ່ມແຮງງານທີ່ກັບຄືນມາລາວຫຼາຍທີ່ສຸດ ແລະສ່ວນໃຫຍ່ກໍເປັນແຮງງານລາວ ທີ່ລັກລອບເຮັດວຽກໃນໄທອີກດ້ວຍ ດັ່ງທີ່ ທ່ານຄຳແພງ
ຢືນຢັນວ່າ

“ການຊ່ວຍເຫຼືອແຮງງານລາວໃນໄລຍະຖືກຜົນກະທົບນີ້ ພວກເຮົາເລັ່ງເຮັດໃຫ້ ບັນດາແຮງງານ ທີ່ຢູ່ພາຍໃນປະເທດ ແລະແຮງງານລາວມາຈາກຕ່າງປະເທດ ຫັ້ນ ໄດ້ປະກອບສ່ວນເຂົ້າໃນໂຄງການອຸດສາຫະກຳ ກະສິກຳ ປູກຝັງ ລ້ຽງສັດ ການບໍລິການໂຮງແຮມ ເຮືອນພັກ ຮ້ານອາຫານ ຫຼືວ່າແຫລ່ງທ່ອງທ່ຽວອື່ນໆ ຫຼາຍຂຶ້ນ ອັນນັ້ນ ເຮົາກະຊິໄດ້ລົງໄປປຶກສາຫາລືສົມທົບກັບທາງການທຸລະກິດ ຢູ່ໃນທົ່ວປະເທດເຮັດຈັ່ງໃດໃຫ້ແຮງງານລາວໄດ້ປະກອບສ່ວນຢ່າງຕັ້ງໜ້າເພື່ອ ຫລີກລ່ຽງເອົາແຮງງານຈາກຕ່າງປະເທດເຂົ້າມາເຮັດວຽກຢູ່ລາວ.”

ນັບແຕ່ທ້າຍເດືອນ 2020 ເປັນຕົ້ນມາກໍປາກົດວ່າມີແຮງງານລາວ ທີ່ໄດ້ເດີນ ທາງກັບຈາກປະເທດໄທຫຼາຍກວ່າ 3 ແສນຄົນ ສ່ວນກະຊວງແຮງງານໄທ ກໍລາຍງານວ່າ ໃນປັດຈຸບັນຍັງມີແຮງງານລາວເຮັດວຽກຢູ່ໃນໄທຢ່າງຖືກຕ້ອງ ຈຳນວນ 277,845 ຄົນ ຫາກແຕ່ວ່າເຄືອຂ່າຍ ເພື່ອໃຫ້ການຊ່ວຍເຫຼືອແຮງ ງານຕ່າງຊາດໃນໄທ ກໍປະເມີນວ່າມີແຮງງານລາວຢູ່ໃນໄທຫຼາຍກວ່າ 600,000 ຄົນ ໂດຍໃນນີ້ແບ່ງເປັນແຮງງານລາວທີ່ຜິດກົດໝາຍໃນໄທ ຫຼາຍກວ່າ 330,000 ຄົນ ກໍຄືແຮງ
ງານລາວສ່ວນໃຫຍ່ທີ່ກັບມາລາວໃນຊ່ວງການລະບາດ ຂອງ COVID-19 ນັ້ນເອງ ແຕ່ວ່າການສ້າງວຽກເຮັດງານທຳເພື່ອຮອງຮັບ ແຮງງານລາວກຸ່ມດັ່ງກ່າວນີ້ ກໍບໍ່ແມ່ນເລື້ອງ່າຍໆດັ່ງທີີທ່ານສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽຈັນ ໄດ້ໃຫ້ການຢືນຢັນວ່າ:

“ແຮງງານທີີມາຈາກໄທນັ້ນບໍ່ຖືກຕ້ອງກະຫຼາຍຖືກຕ້ອງກະຫຼາຍ ແຕ່ວ່າຈໍານວນບໍ່ໜ້ອຍ
ລະບໍ່ມີມາດຕະການປານໃດ ສ່ວນຫຼາຍກະແມ່ນໄປຮັບຈ້າງ ຢູ່ຟາມ ຢູ່ການປະມົງ ຢູ່ບໍລິ
ການອື່ນໆແຕ່ວ່າດ້ານວິຊາສະເພາະນັ້ນ ກະຖືວ່າຍັງ ຂາດຢູ່ ຈັງຊັ້ນແນວໃດກໍຕາມພວກ
ເຮົາກໍຈະຊອກຫາທຸກວິທີທາງເພື່ອເຮັດໃຫ້ ແຮງງານທີ່ກັບມາແຕ່ໄທ ໄດ້ມີວຽກເຮັດງານ
ທຳ ບໍ່ໃຫ້ເຂົາເຈົ້າກັບໄປຄືນອີກ.”

ສ່ວນສະພາອຸດສາຫະກຳ ແລະການຄ້າແຫ່ງຊາດລາວ ປະເມີນວ່າສະເພາະ ທຸລະກິດໃນພາກບໍລິຫານທ່ອງທ່ຽວ ຈະມີການເລີກຈ້າງງານກວ່າ 9 ໝື່ນຄົນ ແລະສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ຄາດວ່າພາກບໍລິການໃນ ລາວຈະສູນເສຍລາຍຮັບກວ່າ 350 ລ້ານໂດລາສະຫະລັດ ເພາະການປິດດ່ານ ຊາຍແດນໃນທົ່ວປະເທດນັ້ນ ເຮັດໃຫ້ບໍ່ມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າ ມາໃນລາວ ນັບຈາກທ້າຍເດືືອນມີນາ 2020 ເປັນຕົ້ນມາ ທັງຍັງຈະຕ້ອງສູນ ເສຍລາຍໄດ້ເພີ້ມຂຶ້ນອີກ ຖ້າຫາກນາໆຊາດຍັງຕ້ອງຜະເຊີນ ກັບການລະ ບາດຂອງ ໄວຣັສ COVID-19 ຕໍ່ໄປ ທັງນີ້ສະພາອຸດສາຫະກຳ ແລະການ ຄ້າສະຫະພາບຢູໂຣບປະຈຳລາວຄາດວ່າ ການລະບາດໂຄວິດ-19 ຕໍ່ໄປ ຈະ ເຮັດໃຫ້ກວ່າ 70 ເປີເຊັນ ຂອງຫົວໜ່ວຍທຸລະກິດໃນ ລາວຕ້ອງສູນເສຍລາຍ ໄດ້ເກີນກວ່າ 50 ເປີເຊັນ ຂອງລາຍໄດ້ທັງໝົດໃນປີ 2020 ຊຶ່ງຈະເຮັດໃຫ່້ມີ ແຮງງານໃນລາວຫຼາຍກວ່າ 2 ລ້ານ 2 ແສນຄົນ ທີີມີຄວາມສ່ຽງທີ່ຈະຖືກເລີກ ຈ້າງ ໃນໄລຍະຕໍ່ໄປນີ້.

XS
SM
MD
LG