ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ແທນ ຫຼາຍ​ພັນ​ຄົນ ຈາກ​ທົ່ວ​ປະ​ເທດ ເຂົ້າຮ່ວມປະຊຸມ ສະພາຈີນ (ສະໄລດ໌)


ຜູ້ຕາງໜ້າຄົນນຶ່ງ ທີ່ເຂົ້າຮ່ວມກອງປະຊຸມສະພາ​ປະຊາຊົນ​ແຫ່ງ​ຊາດ ຖືກນັກຂ່າວຫຸ້ມ.
ຜູ້ຕາງໜ້າຄົນນຶ່ງ ທີ່ເຂົ້າຮ່ວມກອງປະຊຸມສະພາ​ປະຊາຊົນ​ແຫ່ງ​ຊາດ ຖືກນັກຂ່າວຫຸ້ມ.
ລັດຖະບານ​ຈີນ ​ໄດ້​ໃຫ້​ຄໍາ​ໜັ້ນສັນຍາ ທີ່​ຈະ​ປາບ​ປາມ​ການ​ສໍ້​
ລາດ​ບັງ ຫລວງ ປັບ​ປຸ​ງ​ສິ່ງແວດ​ລ້ອມ ​ແລະ​ເສີມ​ຂະຫຍາຍ
ເສດຖະກິດ ​ໃນ​ຂະ ນະ​ທີ່​ກອງ​ປະຊຸມ​ສະພາປະຊາຊົນ​ແຫ່ງ​
ຊາດ​ປະຈໍາປີ​ ​ເລີ້ມຂຶ້ນໃນ​ວັນ​ອັງຄານ​ມື້​ນີ້.

ບັນດາ​ຜູ້ຕາງໜ້າ​ຫລາຍ​ພັນ​ຄົນຈາກ​ທົ່ວ​ປະ​ເທດ​ໄດ້​ໄປ​ເຕົ້າ​
ໂຮມ​ກັນ​ທ່າມ ກາງ​ການ​ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ເຄັ່ງຄັດ​
ໃນ​ກຸງປັກ​ກິ່ງ ​ເປັນ​ເວລາ 13 ມື້ ຂອງ​ການ​ປະຊຸ​ມສະພາ​ປະ
ຊາຊົນ​ແຫ່ງ​ຊາດ ຊຶ່ງຈະ​ສຳ​ເລັດ​ເສັດ ສິ້ນ ການ​ປ່ຽນ​ແປງ​ຜູ້​
ນໍາ​ຈີນຊຶ່ງ​ມີ​ຂຶ້ນທົດ​ສະ​ວັດ​ລະ​ນຶ່ງ​ຄັ້ງນັ້ນ.

ນາຍົກລັດຖະມົນຕີຈີນ ທ່ານ Wen Jiabao ທີ່ກໍາລັງ​ຈະ​
ພົ້ນຈາກ​ຕໍາ ແໜ່​ງນັ້ນໄດ້ລາຍ​ງານ​ວຽກ​ການ​ຕ່າງໆ​ຂອງ​ລັດ
ຖະບານ​ ​ເປັນ​ເທື່ອ​ສຸດ​ທ້າຍ ຢູ່​ໃນ​ພິທີເປີດ​ກອງ​ປະຊຸ​ມ.

ທ່ານ​ກ່າວ​ວ່່າ ຈີນປະ​ເຊີນ​ໜ້າ​ກັບພາ ລະກິດ​ທີ່ຍາກ​ລໍາບາກ ​ໃນ​ການປົວ​ແປງ​ເສດຖະກິດທີ່ເຕີບ​ໂຕ​ແບບ​ບໍ່​ກໍ້​າ​ເກິ່ງ ​ແລະການ​ມີ​ລາຍໄດ້ທີ່​ມີຫຼຸດ​ໂຕນ​ກັນນັ້ນ.

ທ່ານ Wen ກ່າວ​ວ່າ…………

“​ການ​ພັດທະນາ​ເສດຖະກິດ​ແມ່ນ​ເພີ້ມທະວີ​ຂຶ້ນ ​ໃນ​ການ​ຂັດ​ແຍ້​ງກັນ​ກັບ​ການ​ປົກ​ປັກ
ຮັກສາຊັບພະ​ຍາກ​ອນ ​ແລະ​ການ​ປ້ອງ​ກັນ​ສິ່ງ​ແວດ​ລ້ອມ. ຊ່ອງ​ຫວ່າງການ​ພັດທະນາ​ລະຫວ່າງເຂດ​ເທດສະບານ ​ແລະ​ເຂດ​ຊົນ ນະບົດຕ່າງໆ ​ແລະ​ລະຫວ່າງຂົງ​ເຂດ​ຕ່າງໆ​ ​ແມ່ນ​ໃຫຍ່​ຫຼາຍ ​ແລະ​ດັ່ງ ດຽວ​ກັບ​ລາຍ​ໄດ້​ທີ່​ຫຼຸດ​ໂຕນ​ກັນ ​ລະຫວ່າງ​ສ່ວນ​ບຸກຄົນ.”

ທ່ານ Wen ກ່າວ​ຕື່ມ​ອີກ​ວ່າ ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ເສດຖະກິດ​ຂອງ​ຈີນ​ໃນປີ​ນີ້​ແມ່ນ 7.5 ​ເປີ​ເຊັ​ນ ​ຄ້າຍຄື​ກັນ​ກັບ​ປີ​ກາຍ​ນີ້ ​ແລະ​ລັດຖະບານ​ຈະຕໍ່ສູ້​ເພື່ອ​ຫລຸດຜ່ອນ​ອັດຕາ​ເງິນເຟີ້. ການ​ໃຊ້​ຈ່າ​ຍ​ໃນ​ດ້ານປ້ອງ​ກັນ​ປະ​ເທດ ຈະ​ເພີ້​ມຂື້ນເກືອບ​ 11 ​ເປີ​ເຊັ​ນ.

​ໃນ​ລະຫວ່າງ​ກອງ​ປະຊຸ​ມສະພາ​ປະຊາຊົນ​ແຫ່ງ​ຊາດ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ ​ແມ່ນ​ມີໜ້າ​ທີ່​ໃນ​ດ້ານພິທີການ​ນັ້ນ ຜູ້ນຳພັກ​ຄອມ​ມິ​ວນິສຈີນ ທ່ານ Xi Jingping ກໍຈະ​ກຳ​ຕໍາ​ແໜ່​ງປະທານປະ​ເທດ ຢ່າງ​ເປັນ​ທາງ​ການ​ແທນ ​ທ່ານ Hu Jintao. ທ່ານ Li Keqiang ຈະ​ຮັບ​ໜ້າ​ທີ່​ເປັນ​ນາຍົກລັດ ຖະມົນຕີ ​ແທນທ່ານ Wen.

XS
SM
MD
LG