ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຖິ້ມໂທດໃສ່ຈີນ


ກົນໄກຊອກຫາຂໍ້ມູນ Google
ກົນໄກຊອກຫາຂໍ້ມູນ Google



ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ຖິ້ມ​ໂທດ​ໃສ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ຈີນ​ທ່ານ​ນຶ່ງ ​ວ່າ​ເປັນ​ຄົນ​ສັ່ງ​ໃຫ້​ທໍາ​ການ​ໂຈມ​ຕີທາງ​ຄອມ​ພີ​ວ​ເຕີ​ ຕໍ່​ກົນ​ໄກ​ຊອກ​ຫາ​ຂໍ້ມູນ​ທາງ​ຄອມ​ພີ​ວ​ເຕີ​ຍັກ​ໃຫຍ່ Google ​ໃນ​ປີ​ແລ້ວ​ນີ້.

ໂທລະ​ເລກ​ລັບ​ສະບັບ​ນຶ່ງ​ທີ່​ສົ່ງ​ຈາກ​ສະຖານທູດ​ສະຫະລັດ​ທີ່​ກຸງ​ປັກ​ກກິ່ງ​ໃນ​ເດືອນ​ພຶດສະພາ​ປີ​ແລ້ວ​ນີ້ ​ອ້າງ​ຄໍາ​ເວົ້າ​ຂອງ​ແຫ​ລ່ງຂ່າວ​ທີ່​ເຊື່ອ​ຖື​ໄດ້​ແຫລ່ງ​ນຶ່ງ​ວ່າ ທ່ານ Li Changchun ​ເຈົ້າ​ໜ້າ​ທີ່ຂັ້ນ​ອາວຸ​ໂສຝ່າຍ​ໂຄສະນາ​ຊວນ​ເຊື່ອ​ຂອງ​ຈີນ ​ໄດ້​ສັ່ງ​ໃຫ້ທໍາ​ການ​ໂຈມ​ຕີ​ດັ່ງກ່າວ ​ເວລາ​ທ່ານ​ຊອກ​ຫາ​ຊື່​ຂອງ​ທ່ານ​ເອງ​ ແລະ​ໄດ້​ພົບ​ຄວາມເຫັນ​ ທີ່​ຕໍາ​ໜິຕິຕຽນ​ທ່ານ​ເອງ.

ການ​ໂຈ​ມຕີ​ທາງ​ຄອມ​ພິວ​ເຕີ້ ແລະ​ການ​ທວງ​ໃຫ້​ກົນ​ໄກ​ຊອກ​ຫາຂໍ້​ມູນ Google ກວດກາ​ເນື້ອ​ໄນ​ຂອງ​ຄວາມ​ເຫັນ​ຫລື​ບົດ​ຂຽນ​ຕ່າງໆ ​ທີ່ຕົນ​ເອົາອອກ​ທາງ​ອິນ​ເຕີ​ເນັທນັ້ນ ບັງຄັບ​ໃຫ້ Google ຕ້ອງອັດ​ການ​ດໍາ​ເນີນ​ງານ​ຂອງ​ຕົນ​ລົງ​ໃນຈີນ​ ແຜ່ນດິນ​ໃຫຍ່ ​ແລະຍົກຍ້າຍກິດຈະ​ການ​ໄປຕັ້ງ​ຢູ່​ໃນ​ຮອງ​ກົງ.

XS
SM
MD
LG