ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ອອກ​ການ​ອະ​ນຸ​ມັດ​ ເພື່ອ​ທົດ​ລອງ​ລົດ​ຍົນ​ທີ່​ຂັບ​ເຄື່ອນ​ດ້ວຍ​ຕົວ​ມັນ​ເອງ​ເປັນ​ຄັ້ງ​ທຳ​ອິດ


ປະ​ຊາ​ຊົນ​ໄປ​ຢ້ຽມ​ຢາມ​ຮ້ານ​ລົດ BYD ຂອງ ຈີນ ໃນ​ລະ​ຫວ່າງ​ງານ​ວາງ​ສະ​ແດງ​ລົດ​ຍົນ​ສາ​ກົນ ອິນ​ໂດ​ເນ​ເຊຍ, ເມືອງ ສຸ​ຣາ​ບາ​ຢາ, 29, ພຶດ​ສະ​ພາ 2024. (Photo by JUNI KRISWANTO / AFP)
ປະ​ຊາ​ຊົນ​ໄປ​ຢ້ຽມ​ຢາມ​ຮ້ານ​ລົດ BYD ຂອງ ຈີນ ໃນ​ລະ​ຫວ່າງ​ງານ​ວາງ​ສະ​ແດງ​ລົດ​ຍົນ​ສາ​ກົນ ອິນ​ໂດ​ເນ​ເຊຍ, ເມືອງ ສຸ​ຣາ​ບາ​ຢາ, 29, ພຶດ​ສະ​ພາ 2024. (Photo by JUNI KRISWANTO / AFP)

ຈີນ ໄດ້ອອກອະນຸມັດໃຫ້ກຸ່ມບໍລິສັດຜະລິດລົດຍົນ 9 ແຫ່ງທຳອິດ ເປັນຜູ້ດຳ ເນີນການທົດສອບຍານພາຫະນະດັ່ງກ່າວ ດ້ວຍເທັກໂນໂລຈີການຂັບຂີ່ອັດຕະ ໂນມັດທີ່ທັນສະໄໝຢູ່ເທິງຖະໜົນຫົນສາທາລະນະ, ເຊິ່ງເປັນສ່ວນນຶ່ງຂອງແຜນ ການ ເພື່ອຜັກດັນການຮັບເອົາຍານພາຫະນະທີ່ຂັບຂີ່ດ້ວຍໂຕຂອງມັນເອງ, ອີງຕາມລາຍງານຂອງອົງການຂ່າວ Reuters.

ການທົດສອບໃນອັນທີ່ເອີ້ນວ່າ ເທັກໂນໂລຈີຂັບເຄື່ອນດ້ວຍໂຕຂອງມັນເອງ ລະດັບສາມ ຈະຖືກດໍາເນີນງານໂດຍຜູ້ຜະລິດຍານພາຫະນະລົດໃຫຍ່ ລວມມີບໍລິສັດ BYD ແລະຜູ້ຜະລິດທີ່ສໍາຄັນຂອງລັດວິສາຫະກິດເຊັ່ນ: ຊາງອານ (Changan) ແລະ GAC, ອີງຕາມຖະແຫຼງການທີ່ເຜີຍແຜ່ໂດຍກະຊວງອຸດສາ ຫະກໍາໃນວັນອັງຄານວານນີ້.

ບັນດາຜູ້ປະກອບການເຊັ່ນ: ບໍລິສັດຂັບເຄື່ອນຕ່າງໆ ກໍຈະເຂົ້າມາມີສ່ວນຮ່ວມ ໃນການທົດສອບຄັ້ງນີ້ນໍາອີກດ້ວຍ.

ອຸດສາຫະກໍາລົດຍົນ ໄດ້ອອກກໍານົດກ່ຽວກັບການຂັບຂີ່ຍານພາຫະນະອັດຕະ ໂນມັດ 5 ລະດັບ, ໂດຍການຂະຫຍາຍຄຸນສົມບັດຕ່າງໆສໍາລັບຊ່ວຍເຫຼືອຜູ້ຂັບ ຂີ່ເຊັ່ນ: ລະບົບຄວບຄຸມອັດຕະໂນມັດ ຢູ່ທີ່ລະດັບທີນຶ່ງ ເຖິງລະດັບທີ 5 ສໍາລັບການຂັບຂີ່ດ້ວຍໂຕຂອງມັນເອງແບບເຕັມສ່ວນ.

ຈີນ ໄດ້ອອກຄໍາແນະນໍາໄປທົ່ວປະເທດໃນເດືອນພະຈິກຂອງປີແລ້ວນີ້ ເພື່ອເລີ້ມຕົ້ນຮັບເອົາໃບສະໝັກຈາກບັນດາບໍລິສັດທີ່ສະແຫວງຫາການນຳໃຊ້ຍານພາຫະນະຂັບຂີ່ດ້ວຍໂຕມັນເອງຢ່າງເຕັມຮູບແບບໃຫ້ຫຼາຍກວ່າເກົ່າ ເພື່ອການນໍາໃຊ້ຂະໜາດໃຫຍ່.

ໃນແຜນການດັ່ງກ່າວ, ຜູ້ຂັບຂີ່ຍານພາຫະນະໃນການທົດສອບ ໄດ້ຖືກອະນຸ ຍາດໃຫ້ເອົາມືອອກຈາກພວງມາໄລ, ໂດຍຜູ້ຜະລິດຍານພາຫະນະລົດໃຫຍ່ ແລະຜູ້ປະກອບການ ຈະເປັນຜູ້ຮັບຜິດຊອບທາງດ້ານຄວາມປອດໄພ.

ກະຊວງດັ່ງກ່າວເວົ້າວ່າ ລາຍລະອຽດຕ່າງໆຈະແຜ່ວທາງໄປສູ່ການຄ້າໃນຕໍ່ໜ້າ ໃຫ້ແກ່ການນຳໃຊ້ເທັກໂນໂລຈີການຂັບຂີ່ທີ່ທັນສະໄໝຫຼາຍຂຶ້ນ ໂດຍບໍ່ມີການໃຫ້ລາຍລະອຽດໃດໆ. ບັນດາຜູ້ບໍລິຫານຂອງບໍລິສັດຜະລິດລົດຍົນກ່າວວ່າ ມັນເປັນບາດກ້າວທີ່ຫຍັບໃກ້ຂຶ້ນກວ່າເກົ່າ ສໍາລັບການອະນຸມັດຍານພາຫະນະ ລະດັບສາມ ເພື່ອຂາຍອອກໄປ, ແລະຖືກນໍາໃຊ້ໂດຍບັນດາຜູ້ຊື້ສ່ວນບຸກຄົນ ແລະບັນດາຜູ້ປະກອບການອື່ນໆ.

ອ່ານ​ຂ່າວນີ້​ເປັນ​ພ​າ​ສາ​ອັງ​ກິດ

China has granted approval to a first group of nine automakers to carry out tests on vehicles with advanced autonomous driving technologies on public roads, as part of a plan to accelerate adoption of self-driving cars.

The tests of so-called level three autonomous driving technologies will be carried out by automakers including BYD and as well as major state-owned manufacturers such as Changan, GAC and, according to a statement published by the industry ministry on Tuesday.

Fleet operators such as ride-hailing companies will also be involved in the tests.

The auto industry has defined five levels of autonomous driving, spanning driver assistance features such as cruise control at level one to fully self-driving cars at level five.

China issued the guideline of the nationwide scheme last November to start accepting applications from companies that seek to roll out more fully autonomous driving vehicles for mass adoption.

In the plan, drivers in the test vehicles are allowed to take their hands off the steering wheels, with automakers and fleet operators taking responsibility for safety.

The ministry said the trial would pave way for further commercialisation of more advanced autonomous driving technologies, without elaborating. Automaker executives said it was a step closer to allowing level three vehicles to be sold to, and used by, individual buyers and fleet operators.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG