ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຍອດຜະລິດຮວມ ພາຍໃນຂອງຈີນ ຂະຫຍາຍໂຕ ປານກາງ 7 ເປີເຊັນ


China Economy
please wait
Embed

No media source currently available

0:00 0:01:21 0:00

ຊົມວີດີໂອ ລາຍງານນີ້

ຈັງ​ວະການຂະຫຍາຍຕົວ​ຂອງ ເສດຖະກິດ​ຈີນ ​ແມ່ນໄວ​ຂຶ້ນ
ກວ່າທີ່​ຄາດ​ກັນ​ໄວ້​ກ່ອນໜ້ານີ້ ​ໃນ​ໄຕ​ມາດຫຼ້າສຸດ ອິງ​ຕາມ
ຂໍ້​ມູນ​ຂອງທາງ​ການຈີນ ທີ່​ປັກ​ກິ່ງ ໄດ້​ເປີດ​ເຜີຍ​ໃຫ້​ຊາບ ​ໃນ
​ວັນ​ພຸດ​ມື້​ນີ້.

​ການ​ຂະຫຍາຍຕົວ ​ຂອງ​ໄຕ​ມາດ​ທີສອງ ​ໃນອັດຕາ​ 7 ​ເປີ​ເຊັນ
​ແມ່ນ​ເທົ່າກັນ​ກັບ ​ໄຕ​ມາດ​ກ່ອນ ​ແຕ່​ເປັນ​ອັດຕາ​ ການ​ຂະຫຍາຍຕົວ​ທີ່​ຕ່ຳ​ທີ່​ສຸດ ນັບ​ຕັ້ງ​ແຕ່​
ຕົ້ນປີ 2009 ເປັນຕົ້ນມາ ​ຫຼັງຈາກ​ເກີດ​ວິ​ກິດ​ການ​ ທາງ​ດ້ານ​ການ​ເງິນ​ໃນ​ທົ່ວ​ໂລກ.

​ໂຄສົກ​ຂອງ​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ ທ່ານ Sheng Laiyun ​ເວົ້າ​ວ່າ “ສະມັດຖະພາບ
ຂອງເສດ​ຖະກິດ​ແຫ່ງຊາດ​ຈີນ ​ໃນເຄິ່ງ​ທຳ​ອິດ​ຂອງ​ປີ​ນີ້ ​ແມ່ນ​ຢູ່​ພາຍ​ໃນ​ຂອບ​ເຂດ
​ທີ່ສົມເຫດສົມຜົນ ​ໂດຍມີ​ເຄື່ອງ​ບົ່ງ​ຊີ້ທີ່​ສຳຄັນ​ຕ່າງໆ ທີ່​ບອກວ່າ​ ​ເສດຖະກິດຈະ ຄ່ອຍໆ​ປັບ​ຕົວດີ​ຂຶ້ນ​ ແລະ ມີ​ແນ​ວ​ໂນ້ມວ່າ​ຈະພັດທະນາ ຢ່າງ​ໝັ້ນຄົງ ​ແລະ ​
ເຂັ້ມແຂງ​ດີ.”

​ເສດຖະກິດ​ທີ່​ໃຫຍ່​ທີ່​ສຸດ ອັນ​ດັບ​ສອງຂອງ​ໂລກ ​ໄດ້​ປະ​ເຊີນ​ກັບ ການ​ຕົກ​ຕ່ຳລົງ​ຢ່າງ​
ກະທັນຫັນ ​ໂດຍ​ທີ່​ບໍ່​ໄດ້​ຄາດ​ຄະ​ເນ​ໄວ້ ​ໃນ​ສອງ​ສາມ​ປີ​ຜ່ານມາ​ນີ້ ຫຼັງຈາກ​ທີ່​ໄດ້​ມີ​ການ​
ຂະຫຍາຍຕົວ​ເປັນ​ເວລາ 3 ທົດ​ສະ​ວັດ ​ໃນ​ອັດຕາກາຍສິບເປີເຊັນຂຶ້ນໄປ.

​ເມື່ອ​ບໍ່​ດົນ​ມາ​ນີ້ ຈີນ​ໄດ້​ເອົາ​ມາດ​ຕະການ ທີ່​ເຂັ້ມງວດ ​ເພື່ອ​ທີ່​ຈະ​ຕ່າວປີ້ນ ​ການຕົກລາຄາ
ຂອງ​ຕະຫລາດ​ຮຸ້ນ ທີ່​ໄດ້​ສ້າງຄວາມສູນເສຍໃຫ້ແກ່​ ເກືອບ 30 ​ເປີເຊັນ ຂອງມູນຄ່າ
ຕະຫຼາດຮຸ້ນທັງໝົດ ພາຍ​ໃນ​ສອງ​ສາມ​ອາທິດ​ເທົ່າ​ນັ້ນ.

​ສັນຍານ​ຂອງ​ຄວາມ​ອ່ອນ​ໄຫວ ​ທີ່​ຍັງ​ຄົງ​ຄ້າງຢູ່ ກໍຄືຮຸ້ນ​ຕ່າງໆ​ຂອງ​ຈີນ ​ໃນ​ວັນ​ພຸດ​ມື້​ນີ້
ໄດ້​ຕົກລົງ​ເກືອບ 2 ​ເປີ​ເຊັນ ພາຍ​ໃນ​ຕອນ​ທ່ຽງຂອງມື້.

​ເຖິງ​ຢ່າງ​ໃດ​ກໍ​ຕາມ ບັນດາ​ນັກ​ລົງທຶນ ​ແມ່ນໄດ້ຮັບແຮງຊຸກຍູ້ ​ຈາກ ການ​ເປີດ​ເຜີຍຕົວ​ເລກ​
ກ່ຽວກັບການ​ຂາຍຍ່ອຍ, ຜົນ​ຜະລິດ​ຂອງໂຮງ ງານ ​ແລະ ການວ່າຈ້າງຄົນເຂົ້າເຮັດວຽກ
ທີ່​ແຂງ​ແຮງ ​ສຳ​ຫລັບ​ເດືອນ​ມິຖຸນານີ້.

China's economy grew at a slightly faster than expected pace in the latest quarter, according to official data released by Beijing on Wednesday.

The second quarter growth rate of 7 percent is equal to that of the previous quarter, but is China's slowest quarterly rate of expansion since early 2009 following the global financial crisis.

"China's national economic performance in the first half of this year is within a reasonable range, with major indicators improving gradually and trending a stable and healthy development," said National Bureau of Statistics spokesman Sheng Laiyun.

The world's second-largest economy has seen an unexpectedly quick economic downturn in recent years, following three decades of breakneck, double-digit growth.

Most recently, China had to take drastic measures to reverse a stock market crash that had wiped out nearly 30 percent of market value in a matter of weeks.

In a sign of persisting volatility, Chinese stocks on Wednesday dropped nearly two percent by midday.

However, investors were encouraged by the release of strong retail sales, factory output and employment figures for June.

XS
SM
MD
LG