ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດຮຽກຮ້ອງໃຫ້ ຕັ້ງອັດຕາແລກປ່ຽນ ແບບລອຍໂຕ


ທ່ານ Timothy Geithner ລັດຖະມົນຕີການເງິນສະຫະລັດ
ທ່ານ Timothy Geithner ລັດຖະມົນຕີການເງິນສະຫະລັດ

ທ່ານ Timothy Geithner ລັດຖະມົນຕີ​ການ​ເງິນ​ສະຫະ
ລັດ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ຕັ້ງອັດຕາ​ການແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ແບບລອຍ​ໂຕ​ຫຼືປັບປ່ຽນໄດ້​ທີ່​ກອງ​ປະຊຸມ​ນາໆ​ຊາດ​ຢູ​ໃນ​ເມືອງ Nanjing ຂອງ ​ຈີນ​ນັ້ນ.

ທ່ານ Geithner ກ່າວ​ຕໍ່​ພວກ​ເຈົ້າ​ໜ້າ​ທີ່​ລັດຖະບານ​ແລະ​ທະນາຄານ​ແຫ່ງ​ຊາດ​ຕ່າງໆຈາກ​ກຸ່ມ G20 ຫລື​ພວກ 20 ປະ​ເທດ​ທີ່ຮັ່ງມີ​ແລະ​ຈະ​ເລີ​ນດ້ານ​ອຸດສາຫະກໍາ​ທີ່​ສຸດ​ໃນ​ໂລກ ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ອັດຕາ​ການ​ແລກປ່ຽນ​ທີ່ລອຍ​ໂຕ​ຫລາຍ​ຂຶ້ນ​ແມ່ນ​ສໍາຄັນ​ຫລາຍ​ສໍາລັບ​ການ​ປະຕິ​ຮູບ​ດ້ານ​ເສດຖະກິດ​ຂອງ​ໂລກ.

ທ່ານ Geithner ກ່າວ​ຕື່ມ​ວ່າ ມີ​ບາງ​ປະ​ເທດ​ໄດ້​ຄວບ​ຄຸມ
ອັດຕາ​ການ​ແລກປ່ຽນ​ຢ່າງ​ເຄັ່ງຄັດຊຶ່ງ​ເປັນ​ນະ​ໂຍບາຍ​ທີ່
ເພີ່ມ​ທະວີ​ຄວາມ​ສ່ຽງໃນ​ພາວະ​ເງິນ​ເຟີ້​ແລະ​ຊຸກຍູ້​ໃຫ້​ມີ​ລະ​
ບົບຄຸ້ມ​ຄອງ​ສິນຄ້າຂອງຕົນ. ​ໃນ​ຂະນະ​ທີ່ທ່ານ Geithner ບໍ່​ໄດ້​ບົ່ງ​ຊື່​ປະ​ເທດ​ໃດ​ນຶ່ງ​ອອກ​ມາ​ຢ່າງ​ເຈາະ​ຈົງນັ້ນ ສະຫະລັດ​ໄດ້​ຕໍາ​ໜິຕິຕຽນ​ຈີນ​ວ່າ ​ໃນ​ອະດີດ​ຜ່ານ​ມາ​ ຈີນ​ໄດ້​ຄວບ​ຄຸມ​ອັດຕາ​ການ​ແລກປ່ຽນ​ເງິນ​ຂອງ​ຕົນ​ຢ່າງ​ເຂັ້ມ​ງວດ.

ປະທານາທິບໍດີ​ຝຣັ່ງ ທ່ານ Nicholas Zarkozy ຊຶ່ງ​ເວລາ​ນີ້ ເປັນ​ປະ ທານ​ວຽນ​ຂອງກຸ່ມ G20 ​ໄດ້​ຮຽກຮ້ອງ​ໃຫ້​ມີ​ອັດຕາ​ການ​ເ​ເລກ​ປ່ຽນລອຍ​ໂຕ​ຂຶ້ນ​ເຊ່ນ​ກັນ.

ນອກ​ນັ້ນ​ທ່ານ Zarkozy ຍັງ​ຮຽກຮ້ອງ​ໃຫ້​ກຸ່ມ G20 ຈັດ​ຕັ້ງ​ຕາຕະລາງ​ເວລາ​ຂຶ້ນ​ເຊ່ນ​ກັນ ​ສໍາລັບ​ຮວມ​ເອົາ​ເງິນ​ຢວນຂອງ​ຈີນ​ເຂົ້າ​ໃນ​ຈໍາພວກ​ເງິນຕາ​ຕ່າງປະ​ເທດ​ທີ່​ໃຊ້​ສໍາລັບ​ກໍານົດ​ຄ່າ​ຂອງ​ຊັບ​ສິນ​ສໍາຮອງ​ຂອງ​ກອງ​ທຶນ​ສາກົນ​ຫລື IMF ນັ້ນ.

XS
SM
MD
LG