ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາຄາສິນຄ້າ ຄ່າເງິນຕາຂອງເອເຊຍ ລາຄາຮຸ້ນຕົກຕຳ່ລົງໄປຕາມລາຄາເງິນຍວນຂອງຈີນ


ເງົາຂອງຜູ້ຊາຍຄົນນຶ່ງ ສະທ້ອນໃຫ້ເຫັນຢູ່ໃນກະຈົກ ເວລາລາວ ອ່່ານໜັງສືພິມ ທີ່ລາຍງານວ່າທະນາຄານກາງຂອງຈີນ ປະກາດເຖິງທະນະບັດໃໝ່.
ເງົາຂອງຜູ້ຊາຍຄົນນຶ່ງ ສະທ້ອນໃຫ້ເຫັນຢູ່ໃນກະຈົກ ເວລາລາວ ອ່່ານໜັງສືພິມ ທີ່ລາຍງານວ່າທະນາຄານກາງຂອງຈີນ ປະກາດເຖິງທະນະບັດໃໝ່.

ການ​ຫຼຸດຄ່າ​ ຢ່າງຕຶ່ນຕົກ​ໃຈ ຂອງເງິນຕາ​ຂອງ​ ຈີນ​ລົງ​ ​ ໃນ​ວັນ
​ອັງຄານ​ວານ​ນີ້ ​ໄດ້​ເຮັດ​ໃຫ້​ເປັນການ​ຫຼຸດ​ຢ່າງຕຳ່ສຸດ​ໃນ​ມື້​ດຽວ​ໃນ
ຮອບ​ທົດ​ສະ​ວັດ ​ເກືອບ​ສອງ​ເປີ​ເຊັນ​ ​ກໍ່​ໃຫ້​ເກີດ​ຜົນ​ສະທ້ອນ​ຕໍ່​ສິນ
ຄ້າ ພ້ອມ​ດ້ວຍ​ອັດຕາ​ເງິນ ​ແລະ​ລາຄາ​ຕະຫລາດຮຸ້ນ​ ​ ທີ່ ພວມ​
ໂພ​ໂຕ​ຂື້ນ​ມາໃນ​ເອ​ເຊຍ

ອັດຕາເງິນຍວນຕົກຕຳ່ ເລີ້ມແ່ຕ ວັນທີ່ 11 ເດືອນສິງຫາ
ອັດຕາເງິນຍວນຕົກຕຳ່ ເລີ້ມແ່ຕ ວັນທີ່ 11 ເດືອນສິງຫາ

​ໃນ​ວັນ​ພຸດ​ມື້​ນີ້ ອັດຕາ​ຕະຫລາດ​ເງິນ​ຍວນ ຕົກລົງ​ອີກ 1.6 ​ເປີ​ເຊັນ.
ດັດສະນີ ​ສິນຄ້າ ​ໄດ້​ຕົກ​ຕຳ່ລົງໄປອີກ ​ໃນ​ວັນ​ພຸດ​ມື້​ນີ້ ດ້ວຍ​ການຊື້
​ຂາຍ​ຢູ່​ໃນ​ລະດັບ​ທີ່​ບໍ່​ເຄີ​ຍ​ເຫັນ​ມານັບແຕ່​ປີ 2003​. ດັດສະນີທົ່ວ​
ໄປຂອງ​ຕະຫລາດ​ຮຸ້ນເອ​ເຊຍ ທີ່​ບໍ່​ຮວມຕະ​ຫລາດ ​ຍີ່​ປຸ່ນ​ແມ່ນ
ຕົກລົງ​ສອງ​ເປີ​ເຊັນ ​ໃນຮອບ​ສອງ​ປີ.

ໜຶ່ງ​ມື້​ຫລັງ​ຈາກ​ການຫ້າມ​ຊື້​ຂາຍ​ເງິນ​ຍວນກັນ​ໄດ້​ເບົາບາງ ​ສົ່ງຜົນ
​ລົງ​ສູ່​ປະມານ​ຫ້າ​ເປີ​ເຊັນ​ໃນ​ການຊື້​ຂາຍ​ເງິນຕາ​ຂອງ​ໂລກ.

ທ່ານ Marsshall Gitter ຫົວໜ້າ ຍຸດ​ທະ​ສາດ Golbal FX ທີ່
Iron FX ທີ່​ມີ​ຫ້ອງການ​ຢູ່ Cyrus ​ກ່າວວ່າ ການ​ເຄື່ອນ​ໄຫວ​ຂອງ
ຫວຽດນາມ​ ​ແມ່ນໝາຍ​ຄວາມ​ວ່າ “ສົງຄາມ​ ​ເງິນຕາໄດ້​ເລີ້ມເກີດ
ຂື້ນ​ໃນທັນ​ທີ່”

China Currency
please wait
Embed

No media source currently available

0:00 0:02:01 0:00

XS
SM
MD
LG