ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ປ່ອຍຕົວ ນັກເຄື່ອນໄຫວ ຜູ້ກໍ່ຕັ້ງ ຂະບວນການ New Citizens


ປ້າຍທີ່ມີຮູບຂອງນັກວິຊາການກົດໝາຍ ທ່ານ Xu Zhiyong ຖືກຍົກຂຶ້ນໂດຍຜູ້ປະທ້ວງຄົນໜຶ່ງ ຕໍ່ການຕັດສິນຂອງສານ
ທີ່ຈະຈັບທ່ານເຂົ້າຄຸກນອກ ຫ້ອງການພົວພັນ ຈີນ ໃນ ຮົງກົງ. 27 ມັງກອນ, 2014.
ປ້າຍທີ່ມີຮູບຂອງນັກວິຊາການກົດໝາຍ ທ່ານ Xu Zhiyong ຖືກຍົກຂຶ້ນໂດຍຜູ້ປະທ້ວງຄົນໜຶ່ງ ຕໍ່ການຕັດສິນຂອງສານ ທີ່ຈະຈັບທ່ານເຂົ້າຄຸກນອກ ຫ້ອງການພົວພັນ ຈີນ ໃນ ຮົງກົງ. 27 ມັງກອນ, 2014.

ຈີນ ໄດ້ປ່ອຍຕົວນັກເຄື່ອນໄຫວສິດທິມະນຸດທີ່ສຳຄັນອອກຈາກຄຸກ.

ທ່ານ Xu Zhiyong ໄດ້ຖືກປ່ອຍຕົວໃນວັນເສົາວານນີ້ ຫລັງຈາກຖືກຂັງຄຸກມາໄດ້ 4 ປີ. ທະນາຍຄວາມຂອງທ່ານໄດ້ກ່າວວ່າ ທ່ານ Xu ມີສຸຂະພາບແຂງແຮງດີ, ແຕ່ບໍ່ໄດ້ໃຫ້ຂໍ້
ມູນເພີ່ມເຕີມ.

ທ່ານ Xu ໄດ້ຖືກລົງໂທດໃນປີ 2014 ສຳລັບການຈັດ “ຊຸມນຸມທີ່ຜິດກົດໝາຍ ທີ່ມີຈຸດ
ປະສົງ ກ່ຽວກັບ ການຂັດຂວາງກົດລະບຽບຄວາມຮຽບຮ້ອຍໃນສາທາລະນະ,”
ເປັນຂໍ້
ກ່າວຫາທີ່ບໍ່ມີຄວາມກະຈ່າງແຈ້ງ ທີ່ພວກນັກເຄື່ອນໄຫວກ່າວວ່າ ໄດ້ຖືກໃຊ້ເພື່ອປາບ
ປາມພວກກ່າວວິຈານລັດຖະບານ.

ທ່ານ Xu ແມ່ນໜຶ່ງໃນຈຳພວກຜູ້ກໍ່ຕັ້ງຂະບວນການ New Citizen, ເປັນເຄືອຂ່າຍສັງ
ຄົມເຊິ່ງສະມາຊິກຂອງພວກເຂົາເຈົ້າ ຈັດການປະທ້ວງຢ່າງສະຫງົບໃນ ປັກກິ່ງ ແລະ
ເມື່ອງອື່ນໆ, ຜູ້ທີ່ໄດ້ຕໍ່ສູ້ກັບການກົດຂີ່ທີ່ສອດຄ່ອງກັບເປົ້າໝາຍຂອງພັກຄອມມູນິສ.

ທ່ານ Xu ໄດ້ຂຽນໃນບົດຄວາມບົດໜຶ່ງໃນປີ 2010 ວ່າ “ແນວຄິດຂອງຂະບວນການ
New Citizen ບໍ່ແມ່ນເພື່ອໂຄ່ນລົ້ມລັດຖະບານ, ແຕ່ແມ່ນເພື່ອສ້າງຕັ້ງ. ມັນບໍ່ແມ່ນ
ການສັບປ່ຽນຊົ້ນຊັ້ນສັງຄົມໜຶ່ງແທນອີກຊົນຊັ້ນສັງຄົມໜຶ່ງ, ແຕ່ແມ່ນການອະນຸຍາດ
ໃຫ້ຄວາມຖືກຕ້ອງເກີດມີຂຶ້ນຢູ່ໃນ ຈີນ.”

ຂະບວນການ New Citizen ໄດ້ເປັນແຮງບັນດານໃຈໃຫ້ປະຊາຊົນໃນທົ່ວປະເທດ
ເພື່ອເຕົ້າໂຮມກັນສຳລັບການຈັດງານອາຫານຄໍ່າ ເພື່ອປຶກສາຫາລື ກ່ຽວກັບ ບັນຫາສັງ
ຄົມ ແລະ ບາງຄັ້ງກໍເຜີຍແຜ່ປ້າຍໂຄສະນາຕ່າງໆໃນສະຖານທີ່ສາທາລະນະ ໃນການ
ຊຸມນຸມນ້ອຍໆທັງຫລາຍ.

ພວກຜູ້ສະໜັບສະໜູນທ່ານ Xu ໄດ້ສົງໄສວ່າ ທ່ານຍັງຄົງຈະຖືກເຝົ້າຕິດຕາມຢ່າງໃກ້
ຊິດ ຫຼື ຖືກກັກບໍລິເວນຢູ່ ຫຼື ບໍ່. ຜູ້ສະໜັບສະໜູນບາງຄົນໄດ້ລາຍງານໃນສື່ສັງຄົມວ່າ
ພວກເຂົາເຈົ້າໄດ້ຖືກຫ້າມຈາກການເຂົ້າໄປໃນສະຖານທີ່ອາພາເມັ້ນຂອງທ່ານ Xu
ໂດຍພະນັກງານຮັກສາຄວາມປອດໄພ ແລະ ເຈົ້າໜ້າທີ່ໃສ່ເຄື່ອງທຳມະດາໃນວັນເສົາ
ວານນີ້.

ການປ່ອຍຕົວທ່ານ Xu ໄດ້ເກີດຂຶ້ນບໍ່ເທົ່າໃດມື້ຫຼັງຈາກການເສຍຊີວິດຂອງທ່ານ ຫຼິວ
ຊຽວໂບ, ເຈົ້າຂອງລາງວັນໂນແບລຂະແໜງສັນຕິພາບ ແລະ ນັກໂທດສິດທິມະນຸດທີ່
ມີຊື່ສຽງທີ່ສຸດຂອງ ຈີນ. ທ່ານ ຫຼິວ, ເຊິ່ງມີອາຍຸ 61 ປີ, ໄດ້ເສຍຊີວິດຫຼັງຈາກການຕໍ່ສູ້
ກັບໂຣກມະເຮັງໃນຕັບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG