ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນກ່າວວ່າ ສາຍພົວພັນຂອງຕົນ ກັບສະຫະລັດ ກໍາລັງດໍາເນີນໄປ ໃນທາງບວກ


ທ່ານ Yang Jiechi ລັດຖະມຸນຕີການຕ່າງປະເທດຈີນ ຕອບຄໍາຖາມນັກຂ່າວທີ່ກຸງປັກກິງ ວັນທີ 7 ມີນາ 2011
ທ່ານ Yang Jiechi ລັດຖະມຸນຕີການຕ່າງປະເທດຈີນ ຕອບຄໍາຖາມນັກຂ່າວທີ່ກຸງປັກກິງ ວັນທີ 7 ມີນາ 2011


















ລັດຖະມຸນຕີ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ສາຍ​ພົວພັນ​ຂອງ​ຈີນ​ກັບ​ສະຫະລັດ ກໍາລັງ​ດໍາ​ເນີນ​ໄປ​ໃນ​ທາງ​ບວກ ​ຫລັງ​ຈາກ​ປະ​ສົບ​ກັບ​ການຂັດ​ແຍ້​ງກັນມາເປັນ​ເວລຍາວ​ນານ ​ແລະ​ວ່າ ຮອງ​ປະທານ​ປະ​ເທດຈີນ​ແລະ​ຮອງ​ປະທາ​ນາ​ທິບໍດີ​ສະຫະລັດ ຈະ​ທໍາ​ການ​ຢ້ຽມຢາມປະ​ເທດ​ຂອງ​ກັນ​ແລະ​ກັນໃນ​ປີ​ນີ້.

ແຕ່ທ່ານ Yang Jiechi ກ່າວ​ຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ສະຫະລັດ​ຄວນຈະຮູ້ ສຶກ​ສໍານຶກ​ໂຕ​ວ່າ ມັນ​ເປັນ​ສິ່ງ​ສໍາ​ຄັນ​ຫລາຍ​ສໍາລັບ​ສາຍພົວພັນກັນ​ນີ້ ທີ່ສະຫະລັດ​ຈະ​ຕ້ອງຢຸດ​ເຊົາ​ຂາຍ​ອາວຸດ​ຍຸດ​ໂທ​ປະກອນໃຫ້​ໄຕ້​ຫວັນ​.

ໃນ​ເລື້​ອອື່ນໆ ທ່ານ Yang ປະກາດ​ແຜນການ​ໃຫ້​ຮູ້​ວ່າ ປະທານ​ປະ​ເທດ​ຈີນ ທ່ານ​ຫູ​ຈິນ​ເຖົາ
ຈະ​ທໍາ​ການ​ຢ້ຽມຢາມຣັດ​ເຊຍ​ຢ່າງເປັນ​ທາງ​ການ​ໃນ​ປີ​ນີ້ ​ແລະ​ວ່າ ທ່ານ​ຈະ​ດໍາ​ເນີນ​ງານ​ເພື່ອ​ເສີມ​ຂະຫບາຍ​ສາຍພົວພັນ​ໃຫ້​ແຂງ​ແຮງຂຶ້ນ​ກັບ​ຍີ່ປຸ່ນ ແລະ​ສະຫະ​ພາບ​ຢູ​ໂຣບ.

ແຕ່​ທ່ານ Yang ທ້າ​ທາຍ​ຕໍ່​ລາຍ​ງານ​ຂ່າວ​ທີ່​ມີ​ຢ່າງ​ແຜ່​ຫລາຍ ​ທີ່​ວ່າພວກນັກ​ຂ່າວ​ຕ່າງປະ​ເທດ​ໄດ້​ຖືກ​ທຸບ​ຕີ​ແລະ​ຖືກ​ຮາວີ​ກັ່ນ​ແກ້ງ ຢູ່​ບ່ອນ​ທີ່ມີການວາງ​ແຜນ​ຈະ​ທໍາ​ການ​ປະ​ທ້ວງໃນ​ກຸງ​ປັກ​ກິ​ງ​ໃນ​ສັບປະດາ​ຜ່ານ​ມາ ​ໂດຍ​ຢືນ​ຢັດ​ວ່າ ບໍ່​ມີເລື້ອງ​ແບບນັ້ນເກີດ​ຂຶ້ນ.

XS
SM
MD
LG